ງານຂີ່ລົດຖີບ ເພື່ອສົ່ງເສີມວັດທະນະທຳ ເພື່ອຖີບໄປທ່ຽວຊົມງານ “ຫຼວງພະບາງງາມແທ້ໂອ້” ຄັ້ງທີ II ລາດຊ່າງຄ້ອງ ໃນຫົວຂໍ້: ວິຖີເຂົ້າ ວິຖີຫຼວງພະບາງ, ພ້ອມທັງສະເຫຼີມສະຫຼອງຫຼວງ ພະບາງ ເຂົ້າເປັນມໍຣະດົກໂລກ ຄົບຮອບ 29 ປີ ທີ່ນະຄອນຫຼວງ ພະບາງ ຈັດຂື້ນໃນຕອນເຊົ້າຂອງວັນທີ່ 14 ທັນວາ 2024. ມີ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍແຂກຮັບເຊີນຈາກສູນກາງ, ແຂວງ ແລະນັກທ່ອງ ທ່ຽວເຂົ້າຮ່ວມ.
ທ່ານ ນາງ ສີລິພອນ ສຸພັນທອງ ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ ເພື່ອສົ່ງເສີມ ແລະ ອະນຸຮັກທາງດ້ານວັດ ທະນະທຳເພື່ອການທ່ອງທ່ຽວ, ເພື່ອຫຼຸດຜ່ອນມົນລະພິດທາງດ້ານສິ່ງແວດລ້ອມ ຢູ່ພາຍໃນນະຄອນ ຫຼວງພະບາງ ຂອງພວກເຮົາ ແລະ ເປັນກິດຈະ ກຳສຸດທ້າຍຂອງການຈັດງານສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງ.
ໃນໄລຍະຜ່ານມາ, ອົງການປົກຄອງແຂວງຫຼວງພະບາງ ກໍໄດ້ເອົາໃຈໃສ່ສົ່ງເສີມວຽກງານການທ່ອງທ່ຽວ ເຊິ່ງໄດ້ມີການໂຄສະນາ ແລະ ສົ່ງເສີມຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ ເປັນຕົ້ນແມ່ນ: ວິຖີການດຳລົງຊີວິດ, ອາຫານ ການ ກິນ, ການນຸ່ງຖື, ວັດທະນະທຳ ແລະ ຮີດຄອງປະເພນີຕ່າງໆ ທີ່ເປັນມໍຣະດົກຕົກທອດກັນມາ ເປັນເວລາຍາວນານ ເພື່ອເປັນ ການຄຸ້ມຄອງ, ປົກປັກຮັກສາ ແລະ ໂຄສະນາໃຫ້ຊາວໂລກຮັບຮູ້ ແລະ ເຂົ້າໃຈ. ແນໃສ່ໂຄສະນາດຶງດູດດ້ານການຕະຫຼາດການທ່ອງ ທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ນັກທ່ອງທ່ຽວເຂົ້າ ມາທ່ຽວຊົມຫຼວງພະບາງເຮົາໃຫ້ນັບມື້ນັບຫຼາຍຂຶ້ນໃນແຕ່ລະປີ.
ທ່ານກ່າວຕື່ມວ່າ: ການຈັດກິດຈະກຳການຂີ່ລົດຖີບມວນຊົນ ເພື່ອສົ່ງເສີມວັດທະນະທຳ ແລະ ທ່ຽວຊົມງານ “ຫຼວງພະບາງງາມແທ້ໂອ້” ຄັ້ງທີ II ລາດຊ່າງຄ້ອງ ວິຖີເຂົ້າ ວິຖີຫຼວງພະບາງ, ແມ່ນກິດຈະກຳທີ່ມີຄວາມໝາຍສຳຄັນ ຕໍ່ກັບວຽກງານໂຄສະນາດຶງດູດການທ່ອງທ່ຽວເປັນຢ່າງດີ, ພ້ອມນີ້ ຍັງສາມາດເຮັດໃຫ້ມວນຊົນທີ່ເຂົ້າຮ່ວມໄດ້ຮັບຮູ້ຄວາມໝາຍສຳຄັນໃນການຮັກສາ ແລະ ສົ່ງ ເສີມວິຖີຊີວິດ, ວັດທະນະທຳ ແລະ ຮີດຄອງປະເພນີອັນເປັນເອກະລັກຂອງຊາວຫຼວງພະບາງ ເມືອງມໍຣະດົກໂລກ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ ທີ່ໜ້າສົນໃຈຂອງນັກທ່ອງ ທ່ຽວຢູ່ໃນທົ່ວທຸກມຸມໂລກ. ການຂີ່ລົດຖີບມື້ນີ້ ແມ່ນເພື່ອການສົ່ງເສີມວັດທະນະທຳ ພ້ອມທັງເປັນການຫຼຸດຜ່ອນມົນລະພິດທາງດ້ານສິ່ງແວດລ້ອມ. ຫຼວງພະບາງຂອງພວກເຮົາເປັນເມືອງນ້ອຍ ແລະ ງຽບສະຫງົບ, ສະນັ້ນ ເພື່ອເປັນການຫຼຸດຜ່ອນຄວາມແອອັດໃນການສັນຈອນ, ພວກເຮົາສົ່ງເສີມການນຳໃຊ້ພາຫະນະທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການຖີບລົດຊົມທິວທັດຕົວເມືອງ, ສະຖານທີ່ທ່ອງທ່ຽວ, ໝູ່ບ້ານຕ່າງໆດ້ວຍຄວາມເພີດເພີນ ແລະ ເບີກບານມ່ວນຊື່ນ ແລະ ຍັງຮັກສາໄວ້ວັດທະນະທຳອັນດັ່ງເດີມຂອງຫຼວງພະບາງອີກດ້ວຍ.
ໃນໂອກາດທທ່ານໄດ້ຮຽກຮ້ອງມາຍັງມວນຊົນຊາວຫຼວງພະ ບາງ ຈົ່ງພ້ອມກັນມີສ່ວນຮ່ວມປະກອບສ່ວນເຂົ້າໃນການປົກປັກ ຮັກສາວັດທະນະທຳທີ່ເປັນເອກະລັກ ສະເພາະຂອງຊາວຫຼວງພະ ບາງໃຫ້ຍືນຍົງ ເພື່ອການທ່ອງທ່ຽວ ແລະ ຂໍເຊີນຊວນມາຍັງມວນ ຊົນຊາວຫຼວງພະບາງທຸກໆທ່ານ ພ້ອມກັນຈັດຕັ້ງປະຕິບັດກິດຈະ ກຳດັ່ງກ່າວນີ້ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.









