ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ໄດ້ລາຍການກ່ຽວກັບການສ້ອມແປງຂົວນໍ້າງື່ມ 3 ທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ເຮັດໃຫ້ຝົນຕົກຕິດຕໍ່ກັນເປັນເວລາຫຼາຍວັນ ເຊິ່ງເລີ່ມແຕ່ວັນທີ 21-27 ກໍລະກົດ 2025 ດັ່ງນັ້ນ, ຈຶ່ງເຮັດໃຫ້ເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນມີດິນເຈື່ອນຫຼາຍຈຸດ ຂົວ ແລະ ທໍ່ຂາດ ຊຶ່ງໃນນີ້ໂດຍສະເພາະແມ່ນຂົວນໍ້າງື່ມ 3 ນອນຢູ່ໃນເສັ້ນທາງຫຼວງແຫ່ງຊາດ ເລກທີ 5B ຊ່ວງທາງແຕ່ ຂົວນໍ້າຍ້ອນ ເມືອງອະນຸວົງ ຫາບ້ານນາໄຊສະຫວ່າງ ເມືອງລ້ອງແຈ້ງ, ເສັ້ນທາງຂົວນໍ້າງື່ມ 3 ຖືກນໍ້າກັດເຊາະ (ຂາດ) ເຮັດໃຫ້ພະນັກງານທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ຈະເດີນທາງ ລະຫວ່າງເສັ້ນທາງບ້ານນໍ້າຍ້ອນ ເມືອງອະນຸວົງ ໄປຫາບ້ານນາໄຊສະຫວ່າງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ບໍ່ສາມາດນໍາໃຊ້ເສັ້ນທາງດັ່ງກ່າວສັນຈອນໄດ້ ເພາະເສັ້ນທາງຖືກຕັດຂາດ ເຊິ່ງພາຍຫຼັ້ງຂົວດັ່ງກ່າວໄດ້ຮັບຜົນກະທົບ ໃນວັນທີ 25 ກໍລະກົດ ຜ່ານມານີ້ ທາງທີມງານການນໍາແຂວງ ກໍໄດ້ລົງກວດກາເບິ່ງພາກສະຫນາມຕົວຈິງ ແລະ ຊີ້ນໍາໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ສົມທົບກັບບໍລິສັດ ເຂື່ອນໄຟຟ້ານໍ້າງື່ມ 3 ຈໍາກັດ, ບໍລິສັດ ຊີໂນໄຮໂດຣ ຈໍາກັດ ແລະ ບໍລິສັດ ຫົງຈ່ຽງ ມາຍນິ່ງ, ກ່ຽວກັບການແກ້ໄຂສຸກເສີນ ຂອງ ຂົວ-ທາງ ດັ່ງກ່າວ ແລະ ມາຮອດປັດຈຸບັນ ການແກ້ໄຂແມ່ນສໍາເລັດແລ້ວ, ຂົວ-ທາງ ສາມາດສັນຈອນໄດ້ເປັນປົກກະຕິ, ຊຶ່ງການແກ້ໄຂຂົວດັ່ງກ່າວແມ່ນໄດ້ໃຊ້ງົບປະມານຂອງບໍລິສັດເອງ, ເຊິ່ງໃຊ້ງົບປະມານໃນການແກ້ໄຂໃນຄັ້ງນີ້ຈໍານວນ 3,057,969,200 ກີບ.


ທີ່ມາ: ຈົດໝາຍຂ່າວໄຊສົມບູນ


