ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຂ່າວເດັ່ນ ດ້ານວັດທະນະທໍາ-ສັງຄົມ ທີ່ເກີດຂຶ້ນໃນ ສປປ ລາວ ໃນປີ 2024

Dec 29, 2024

ຂ່າວເດັ່ນ ດ້ານວັດທະນະທໍາ-ສັງຄົມ ທີ່ເກີດຂຶ້ນໃນ ສປປ ລາວ ໃນປີ 2024
1). ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນເຈົ້າພາບຈັດງານມະຫາກໍາການທ່ອງທ່ຽວອາຊຽນ 2024 ຫລື ATF ລະຫວ່າງວັນທີ 22-27 ມັງກອນ 2024 ຢູ່ນະ ຄອນຫລວງວຽງຈັນ, ງານມະຫາກໍາດັ່ງກ່າວປະກອບມີ 4 ໜ້າວຽກຕົ້ນຕໍ ຄື: ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມ; ງານວາງສະ ແດງການທ່ອງທ່ຽວອາຊຽນ; ກອງປະຊຸມທຸລະກິດທ່ອງທ່ຽວ ແລະ ການທັດສະນະສຶກສາຢ້ຽມຢາມສະຖານທີ່ທ່ອງທ່ຽວ ພາຍໃຕ້ຄຳຂວັນ “ການທ່ອງທ່ຽວທີ່ມີຄຸນນະ ພາບ ແລະ ມີຄວາມຮັບຜິດຊອບ ເພື່ອຄວາມຍືນຍົງຂອງອາຊຽນ” ແນ່ໃສ່ພັດທະນາການທ່ອງທ່ຽວແບບຍືນຍົງພາຍໃນອາຊຽນໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ເພື່ອໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາກພື້ນ, ສາ ກົນ ແລະ ທົ່ວໂລກເຂົ້າມາທ່ອງທ່ຽວອາຊຽນໃຫ້ຫລາຍຂຶ້ນ, ເພີ່ມທະວີການຮ່ວມມື ແລະ ເສີມຂະຫຍາຍການຮ່ວມມືອາຊຽນກັບຄູ່ຮ່ວມມືພາຍນອກ ຄ່ຽງຄູ່ກັບການຮັກ ສາບົດບາດ ແລະ ຄວາມເປັນແກນກາງຂອງອາຊຽນ ເພື່ອໃຫ້ບັນລຸເປົ້າໝາຍ ດັ່ງຄຳຂວັນການເປັນປະທານອາຊຽນ ຂອງລາວໃນປີ 2024 ໄດ້ກໍານົດໄວ້ວ່າ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.
2). ຄົ້ນພົບພະພຸດທະຮູບຢູ່ດອນເຜິ້ງຄຳ ແຂວງບໍ່ແກ້ວຈໍານວນຫລາຍ ຊື່ງການຂຸດຄົ້ນດຳເນີນເປັນ 2 ໄລຍະຄື: ໄລຍະທີ 1 ໄດ້ເລີ່ມ ຂຸດຄົ້ນລະຫວ່າງວັນທີ 14 ມີນາ ຫາ 6 ເມສາ 2024 ເປັນເວລາ 24 ວັນ, ສາມາດຂຸດພົບພະພຸດທະຮູບ ທີ່ຝັງຢູ່ພື້ນແຮ່-ຊາຍ ທີ່ມີອາຍຸຫລາຍຮ້ອຍປີ ໄດ້ທັງໝົດ 204 ອົງ ແລະ 910 ລາຍການ. ສຳລັບໄລຍະທີ 2 ໄດ້ເລີ່ມຂຸດຄົ້ນລະຫວ່າງວັນມາ 10-17 ພຶດສະພາ 2024, ສາມາດຂຸດຄົ້ນພະພຸດທະຮູບໄດ້ທັງໝົດ 51 ອົງ ໃນນັ້ນມີອົງໜຶ່ງໃຫຍ່ທີ່ສຸດ ຄາດວ່າອາດເປັນອົງພະປະທານມີຄວາມສູງ 2,67 cm, ອົງພະ ຍາວ 1,93 cm, ແທ່ນສູງ 74 cm, ແທ່ນກວ້າງ 2,54 cm, ບ່າໄຫລ່ກວ້າງ 1,23 cm, ໜ້າຕັກກວ້າງ 2,24 cm, ປັດຈຸບັນພະພຸດທະຮູບທັງໝົດໄດ້ປະດິດສະຖານໄວ້ ທີ່ວັດທອງທິບພັດທະນາຣາມ ເມືອງຕົ້ນເຜິ້ງ ເພື່ອໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ສັກກະລະບູຊາ.
3). ປະເທດລາວໄດ້ຮັບການຍົກຍ້ອງ ແລະ ໄດ້ຮັບການຄັດເລືອກໃຫ້ເປັນປະເທດດີທີ່ສຸດຢູ່ໃນໂລກ ຄວນໄປຢ້ຽມຢາມ ແລະ ສໍາຜັດສໍາລັບປີ 2024. ອີງຕາມວາລະສານ ແລະ ເວັບໄຊຊີອີໂອສາກົນ (CEOworld) ໄດ້ເຜີຍແຜ່ຂໍ້ມູນສະຖິຕິໃນວັນທີ 15 ເມ ສາ 2024 ໂດຍໄດ້ລວບລວມບັນຊີລາຍຊື່ຂອງປະເທດດີທີ່ສຸດຈະໄປຢ້ຽມຢາມຄັ້ງໜຶ່ງໃນຊີວິດ. ບັນຊີລາຍຊື່ດັ່ງກ່າວປະກອບມີຫລາຍສະຖານທີ່ທ່ອງທ່ຽວ ແລະ ການຈັດອັນດັບແມ່ນອີງໃສ່ຄໍາຄິດເຫັນຂອງຜູ້ອ່ານຫລາຍກວ່າ 295.000 ຄົນ ເພື່ອເຮັດໃຫ້ຄົນມີສ່ວນຮ່ວມໃນການສໍາຫລວດຂໍ້ມູນ. ສະເພາະປະເທດລາວ ແມ່ນໜຶ່ງໃນ 10 ປະເທດສະມາຊິກອາຊຽນ, ມີປະຊາກອນພຽງແຕ່ 7 ລ້ານກວ່າຄົນ ເປັນປະເທດບໍ່ມີຊາຍແດນ ຕິດຈອດກັບທະເລ ແຕ່ເຕັມໄປດ້ວຍສິ່ງມະຫັດສະຈັນ ແລະ ໜ້າຄົ້ນຫາທີ່ຕື່ນເຕັ້ນສໍາລັບການທ່ອງທ່ຽວດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ວິຖີຊີວິດຂອງຄົນລາວຍັງຕິດພັນກັບທໍາມະຊາດ. ນອກຈາກນັ້ນ,ຍັງມີແຫລ່ງມໍລະ ດົກໂລກທີ່ຄວນໄປສໍາຜັດດ້ວຍຕາເຊັ່ນ: ມໍລະດົກໂລກຫລວງພະບາງ, ຜາສາດຫີນວັດພູຈໍາປາສັກ ແລະ ທົ່ງໄຫຫີນຊຽງຂວາງ. ດ້ວຍຫລາຍປັດໃຈຕ່າງໆ ເຮັດໃຫ້ວາລະ ສານຊີອີໂອສາກົນໄດ້ຈັດອັນດັບ ແລະ ຄັດເລືອກໃຫ້ລາວເປັນປະເທດດີທີ່ສຸດຢູ່ໃນໂລກທີ່ຄວນໄປຢ້ຽມຢາມ ແລະ ສໍາຜັດສໍາລັບປີ 2024 ເຊິ່ງປະເທດລາວ ແມ່ນຕິດອັນດັບທີ 5 ໃນອາຊຽນ ຮອງຈາກໄທ, ອິນໂດເນເຊຍ, ຟິລິບປິນ, ຫວຽດນາມ ແລະ ເປັນອັນດັບທີ 53 ຂອງໂລກ.
4). ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດພິທີສະເຫຼີມສະຫຼອງຫັດຖະກໍາພື້ນເມືອງພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ເປັນມໍລະ ດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງມວນມະ ນຸດ ຮັບຮອງໂດຍອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື ອຸຍແນັສໂກ ໃນວັນທີ 7 ມິຖຸນາ 2024 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ມີຄຳເຫັນວ່າ: ວັນທີ 6 ທັນວາ 2023 ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານວ່າ ດ້ວຍການປົກປ້ອງມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຂອງອົງການອຸຍແນັສໂກ ຄັ້ງທີ 18 ໄດ້ປະກາດຕົກລົງຮັບຮອງເອົາ “ຫັດຖະກໍາພື້ນເມືອງພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ” ເຂົ້າໃນບັນຊີມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ ເຊິ່ງເປັນຕົວແທນຂອງມວນມະນຸດຢ່າງເປັນທາງການ ທີ່ເມືອງກາຊານ ສາທາລະນະລັດ ບອດສະວານາ. ຖືເປັນເຫດການປະຫວັດສາດທີ່ປິຕິຍິນດີ ແລະ ເປັນກຽດອັນສູງສົ່ງ ເຕັມໄປດ້ວຍຄວາມເອກອ້າງທະນົງໃຈຂອງປວງຊົນລາວທັງຊາດ ຕະຫຼອດຮອດຄົນເຊື້ອຊາດລາວ ບໍ່ພຽງແຕ່ຢູ່ພາຍໃນປະເທດ ແຕ່ຢູ່ທົ່ວທຸກມູມຂອງໂລກ ສາມາດຢັ້ງຢືນໄດ້ຢ່າງພາກພູມໃຈວ່າ: ຫັດ ຖະກໍາລາຍນາກ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກຢ່າງແທ້ຈິງ ແລະ ຈະຍືນຍົງຢູ່ຄຽງຄູ່ກັບມວນມະນຸດໂລກຢ່າງຖາວອນຕະຫຼອດໄປ.
5). ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປີດນໍາໃຊ້ໂຄງການພັດທະ ນາລະບົບການອອກອະນຸຍາດດຳເນີນທຸລະກິດການທ່ອງທ່ຽວເອເລັກໂຕຣນິກໃນວັນທີ 15 ສິງຫາ 2024 ທີ່ຫໍວັດທະນະທຳແຫ່ງຊາດນະຄອນຫຼວງວຽງຈັນ. ການພັດ ທະນາລະບົບການອອກອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວເອເລັກໂຕຣນິກ ແລະ ການປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍແມ່ນການປັບປຸງກົນໄກ, ເງື່ອນໄຂ ແລະ ສະ ພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກໃຫ້ແກ່ການລົງທຶນ ແລະ ການດໍາເນີນທຸລະກິດດ້ານການ ທ່ອງທ່ຽວຢູ່ລາວເພື່ອຍົກສູງຄຸນນະພາບ, ມາດຕະ ຖານ ແລະ ການບໍລິການຂອງພາກລັດໃຫ້ມີຄວາມທັນສະໄໝ, ສະດວກວ່ອງໄວ ແລະ ໂປ່ງໃສຍິ່ງຂຶ້ນຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ.
6). ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື ອຸຍແນັສໂກ ໄດ້ຮັບ ຮອງເອົາການຂຶ້ນທະບຽນ “ຟ້ອນລໍາວົງລາວ” ເປັນມໍລະດົກນາມມະທໍາຂອງມວນມະນຸດໂລກ ໃນວັນທີ 05 ທັນວາ 2024 ທີ່ ແຂວງ ອາຊັນຊົງ, ປະເທດ ປາຣາກວາຍ, ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສັງຄົມລາວມີຄວາມພາກພູມໃຈ ໃນການອານຸລັກຮັກສາມໍລະດົກ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທຳໃຫ້ຍືນຍົງຄົງຢູ່ຄູ່ກັບຊາດລາວຕະຫຼອດໄປ. ສິລະປະການຟ້ອນ ແລະ ແບບຟ້ອນທີ່ຫຼາກຫຼາຍຂອງລາວ ກຳເນີດມາຈາກການອອກແຮງງານທີ່ຕິດພັນກັບຄວາມເຊື່ອ, ພິທີກໍາ, ປະເພນີ ແລະ ວິຖີການດຳລົງຊີວິດຂອງປະ ຊາຊົນລາວບັນດາເຜົ່າ ແຕ່ເດີມການຟ້ອນແມ່ນເພື່ອປະກອບພິທິກໍາໃດໜຶ່ງ ເຊິ່ງສະແດງອອກຜ່ານຮູບພາບທີ່ສະຫຼັກຢູ່ຕາມໜ້າຄ້ອງບ້າງທີ່ມີອາຍຸ 2.500-3.000 ປີ. ພາຍໃຕ້ຂະບວນວິວັດທະນາທາງດ້ານວັດທະນະ ທຳ-ສັງຄົມ ເຊິ່ງໄດ້ຮັບອິດທິພົນ ແລະ ຜົນສະທ້ອນຈາກການພັດທະນາທາງດ້ານເສດຖະກິດ ການຟ້ອນຈຶ່ງມີການຂະຫຍາຍຕົວຫຼາກຫຼາຍຮູບແບບ ແລະ ຫຼາກຫຼາຍກາລະໂອກາດ. “ຟ້ອນລຳວົງລາວ” ຈື່ງກາຍເປັນສ່ວນໜື່ງໃນທຸກພາລະກິດ ແລະ ເປັນມໍລະດົກວັດທະນະທຳທີ່ມີຊີວິດ.
7). ລັດຖະບານ ກໍຄື ອົງການປົກຄອງ ເມືອງວັງວຽງ ແຂວງວຽງຈັນ ໄດ້ສົມທົບກັບກະຊວງ, ກົມ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊຸກຍູ້, ຕິດຕາມ, ກວດກາ ຕໍ່ເຫດການນັກທ່ອງທ່ຽວຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ ແຂວງວຽງຈັນ ເຊິ່ງສາເຫດໃນເບື້ອງຕົ້ນ ອາດເກີດຍ້ອນດື່ມເຄື່ອງດື່ມ ທີ່ມີສານພິດເຈືອປົນ ແລະ ບັນຫາອື່ນໆຢູ່ເຮືອນພັກແຫ່ງໜຶ່ງ ໃນວັນທີ 12 ພະຈິກ 2024 ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ໃນນັ້ນ, ຜູ້ທີ 1 ເສຍຊີວິດກັບທີ່ ຢູ່ເຮືອນພັກດັ່ງກ່າວ ແລະ ອີກ 2 ຄົນ, ມີອາ ການສາຫັດ ໄດ້ສົ່ງໄປປິ່ນປົວຢູ່ໂຮງໝໍສູນກາງ ຢູ່ນະຄອນຫລວງວຽງຈັນ. ຫລັງຈາກນັ້ນ, ໄດ້ເສຍຊີວິດໃນເວລາຕໍ່ມາ ສ່ວນສາເຫດຂອງການເສຍຊີວິດຕົວຈິງນັ້ນ, ພາກ ສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ແຂວງ ໄດ້ສົມທົບກັບ ສູນກາງ ຊອກຄົ້ນຫາຂໍ້ມູນຕ່າງໆທີ່ຍັງບໍ່ທັນຈະແຈ້ງ ກ່ຽວກັບເຫດການ ການເສຍຊີວິດ ຕິດພັນກັບການ ເຈັບປ່ວຍ ຂອງຄົນຕ່າງປະເທດ ໃນຄັ້ງນີ້ ໃຫ້ມີຄວາມຊັດເຈນ ໂດຍໄວ ບົນພື້ນຖານຂອງການກວດກາ, ຢັ້ງຢືນຜົນຂອງການວິໄຈ ທາງດ້ານວິທະ ຍາສາດ ເພື່ອລາຍງານລັດຖະ ບານ ແລະ ໃຫ້ກະຊວງການຕ່າງປະເທດ ຊີ້ແຈງຕໍ່ຕ່າງປະເທດຢ່າງເປັນທາງການ. ໃນຂະນະທີ່ໄດ້ປິດການໃຫ້ບໍລິການຢູ່ເຮືອນພັກທີ່ເກີດເຫດຊົ່ວຄາວແລ້ວ.