ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຂໍເຊີນທ່ານເຂົ້າຊົມຮູບເງົາໂດຍບໍ່ເສຍຄ່າ ໃນເທດສະການຮູບເງົາດີເດັ່ນລາວ-ຈີນ 2024.

Nov 5, 2024

ການສາຍຮູບເງົາຮອບປະຖົມມະເລີກ ເທສະການຮູບເງົາດີເດັ່ນລາວ-ຈີນ 2024 ຈະຈັດຂຶ້ນຢູ່ຫໍວັດທະນະທໍາແຫ່ງຊາດ ນະຄອນ ຫຼວງວຽງຈັນ ໃນເວລາ 18:00 ໂມງຂອງວັນທີ 5 ພະຈິກນີ້.
ຮູບເງົາທີ່ຈະນໍາມາສາຍໃນພິທີແມ່ນຮູບເງົາຈີນ ເລື່ອງ “ສິງໜຸ່ມໄວໄຟ” ເປັນຮູບເງົາທີ່ຜະລິດດ້ວຍເຕັກນິກອະນິເມຊັ່ນ, ມີພາບ-ສຽງສວຍງາມອະລັງການ ເຊິ່ງໄດ້ນໍາມາພາກສຽງເປັນພາສາລາວແລ້ວ.
ເຊີນຊວນພໍ່ແມ່ພີ່ນ້ອງປະຊາຊົນລາວທົ່ວທຸກຂົງເຂດເຂົ້າຮ່ວມຊົມຮູບເງົານໍາກັນ, ເຂົ້າຊົມໂດຍບໍ່ໄດ້ເສຍຄ່າ.
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຮ່ວມຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ປະຈໍາລາວ, ກົມຮູບເງົາຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວລາວ ແລະ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຈໍາກັດ.