ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຂໍ້ຄົງຄ້າງຈາກການຈັດປີທ່ອງທ່ຽວລາວ ປີ 2024

Feb 8, 2025

ໃນບົດລາຍງານທີ່ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະເໜີຕໍ່ກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024, ໃນວັນທີ 5 ກຸມພາ 2025, ທີ່ນະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນວ່າ: ເຖີງວ່າການຈັດບັນດາກິດຈະກໍາໃນໂອກາດເປີດປີທ່ອງທ່ຽວລາວ 2024 ຂອງລັດຖະບານໄດ້ຮັບຜົນສໍາເລັດດີ ເພາະສາມາດດຶງດູດນັກທ່ອງທ່ຽວສາກົນເພີ່ມຂຶ້ນ ແລະ ສາມາດສ້າງລາຍຮັບຈາກການທ່ອງທ່ຽວເພີ່ມຂຶ້ນ, ແຕ່ຜ່ານການຕີລາຄາແລ້ວເຫັນວ່າ ຜ່ານການຈັດປີທ່ອງ ທ່ຽວລາວຄັ້ງນີ້ ຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນກວ່າເກົ່າ, ໃນນັ້ນ ລວມມີ:
1) ພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ຍັງບໍ່ຕອບສະໜອງໄດ້ ເປັນຕົ້ນ ເສັ້ນທາງເຂົ້າເຖິງສະຖານທີ່ທ່ອງ ທ່ຽວຫຼາຍແຫ່ງເຂົ້າເຖິງຍາກຍ້ອນເປ່ເພ ສາມາດເຂົ້າເຖິງໄດ້ແຕ່ລະດູແລ້ງ, ເສັ້ນທາງເຊື່ອມຕໍ່ ຫຼື ສາຍການບິນໂດຍກົງເຊື່ອມຕໍ່ກັບຕະຫຼາດເປົ້າໝາຍທາງໄກ ຍັງມີໜ້ອຍ;
2) ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຍັງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ, ການສ້າງກິດຈະກໍາການທ່ອງທ່ຽວ ບໍ່ທັນຫຼາກຫຼາຍ ແລະ ຜະລິດຕະພັນໃໝ່ໆ ຍັງມີໜ້ອຍ;
3) ການໂຄສະນາ ຍັງບໍ່ກວ້າງຂວາງເທົ່າທີ່ຄວນ ເຊັ່ນ: ການຈັດກິດຈະກຳ ແລະ ງານເທດສະການຢູ່ພາຍໃນປະເທດ ແລະ ຕ່າງປະ ເທດ ຜ່ານສື່ຕ່າງໆ ຍັງບໍ່ທັນກວ້າງຂວາງ, ເຮັດໃຫ້ບໍ່ສາມາດເຂົ້າເຖິງນັກທ່ອງທ່ຽວກຸ່ມເປົ້າໝາຍໄດ້ເທົ່າທີ່ຄວນ;
4) ພາຫະນະຂົນສົ່ງນັກທ່ອງທ່ຽວຈໍານວນໜຶ່ງ ຍັງບໍ່ໄດ້ມາດຕະຖານ, ພະນັກງານຂັບລົດຈໍານວນໜຶ່ງ ຍັງຂາດຈັນຍາບັນການບໍລິການ, ສະຖານີລົດໂດຍສານຢູ່ຕົວເມືອງຫຼັກຈໍານວນໜຶ່ງ ຍັງບໍ່ທັນເປັນລະບຽບຈົບງາມເທົ່າທີ່ຄວນ;
5) ການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວຢູ່ຫຼາຍແຂວງ ຍັງບໍ່ທັນມີມາດຕະການຫລຸດຜ່ອນ ຫຼື ຈໍາກັດສິ່ງເສດເຫຼືອລ່ວງໜ້າ, ຍັງພົບເຫັນການຖິ້ມຂີ້ເຫຍື້ອຊະຊາຍເປັນຈໍານວນຫຼາຍ;
6) ການປະສານສົມທົບລະຫວ່າງສູນກາງ, ທ້ອງຖິ່ນ, ລະຫວ່າງຂະແໜງການ, ລະຫວ່າງພາກລັດ ແລະ ພາກທຸລະກິດຍັງບໍ່ທັນຄ່ອງຕົວ, ການແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຍັງບໍ່ທ່ວງທັນເວລາ, ການກວດຄົນເຂົ້າ-ອອກເມືອງບາງດ່ານຍັງມີຫຼາຍຂັ້ນຕອນ, ຊັກຊ້າ, ຍັງມີການກວດກາ ແລະ ປັບໄໝລົດຂົນສົ່ງນັກທ່ອງ ທ່ຽວຢູ່ຫຼາຍຈຸດຢູ່ຕາມເສັ້ນທາງ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ;
7) ລາຄາອາຫານ, ການຂົນສົ່ງຢູ່ພາຍໃນ ແລະ ລາຄາລາຍການທ່ອງທ່ຽວຢູ່ ສປປ ລາວ ສູງກວ່າປະເທດໃກ້ຄຽງ, ພະນັກງານນໍາທ່ຽວບາງພາສາ ຍັງບໍ່ທັນພຽງພໍ ແລະ ຄຸນນະພາບທາງດ້ານວິຊາສະເພາະ ຍັງບໍ່ທັນໄດ້ມາດຕະຖານເທົ່າທີ່ຄວນ ເປັນສາເຫດໃຫ້ເກີດມີພະນັກງານນໍາທ່ຽວຄົນຕ່າງປະເທດ ສວຍໂອກາດເຄື່ອນໄຫວເປັນຜູ້ນໍາທ່ຽວເອງ.
😎. ການຈັດສັນງົບປະມານຂອງລັດຖະບານເພື່ອສົ່ງເສີມການທ່ອງທ່ຽວລາວ ປີ 2024 ໃຫ້ແຕ່ລະແຂວງແມ່ນມີຄວາມລ້າຊ້າ, ເຮັດໃຫ້ການຈັດຕັັ້ງປະຕິບັດບໍ່ໄປຕາມແຜນການ ແລະ ເວລາທີ່ກໍານົດໄວ້;
9) ການນຳໃຊ້ງົບປະມານທີ່ລັດຖະບານຈັດສັນໃຫ້ແຂວງຈໍານວນໜຶ່ງ ແມ່ນບໍ່ສາມາດປະຕິບັດໄປຕາມກິດຈະກໍາທີ່ກຳນົດໄວ້ ເນື່ອງຈາກຄວາມເຂົ້າໃຈໃນການນໍາໃຊ້ງົບປະມານດັ່ງກ່າວ ລະຫວ່າງ ຂັ້ນແຂວງ ແລະ ພະແນກ ຖວທ ບໍ່ຈອດກັນ.
ສໍາລັບປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ແມ່ນເປັນຄັ້ງທີ 4 ຂອງການຈັດປີທ່ອງທ່ຽວລາວ ເຊິ່ງປະກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງອອກເປັນ 2 ລະດັບ ຄື: ກິດຈະກໍາລະດັບຊາດ ປະກອບມີ 14 ກິດຈະກໍາ, ສາມາດຈັດຕັ້ງປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງປະກອບມີ 65 ກິດຈະກໍາ ສາມາດຈັດຕັ້ງປະຕິບັດໄດ້ 98.5%.
ຜ່ານຈັດການຈັດກິດຈະກໍາດັ່ງກ່າວ ຕົວເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວລາວ ແມ່ນໄດ້ລື່ນຄາດໝາຍ ຖ້າທຽບໃສ່ ປີ 2023, ນັກທ່ອງທ່ຽວພາຍໃນ ມີຈໍານວນ 3,904,483 ເທື່ອຄົນ ເພີ່ມຂຶ້ນເຖິງ 102% ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 632,526,246 ໂດລາສະຫະລັດ. ນັກທ່ອງທ່ຽວສາກົນ ມີຈໍານວນ 4,120,832 ເທື່ອຄົນ ເພີ່ມຂຶ້ນ 21% ສາມາດກະຈາຍລາຍຮັບໄດ້ເຖິງ 1,138,003,848 ໂດລາສະຫະລັດ.
BT, ວສລ
อาจเป็นรูปภาพของ ข้อความ