ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກເປັນຄວາມຫວັງ ຄືຜະລິດຕະພັນສາທາລະນະ ທີ່ໂລກປັ່ນປ່ວນຕ້ອງການທີ່ສຸດ

Apr 26, 2025

ລອງຄິດເບິ່ງດຸວ່າ, ໜ່ວຍໂລກເຮົາເໝືອນດັ່ງ “ບ້ານແຫ່ງໜຶ່ງ” ທີ່ “ຊາວບ້ານ” ພວມປະເຊີນໜ້າກັບບັນຫາດ້ານຄວາມໝັ້ນຄົງຕ່າງໆ ຕົວຢ່າງວ່າ: ການປະທະກັນ ເຊັ່ນ: ສົງຄາມຣັດເຊຍ-ອູແກຣນ ແລະ ສະພາບການທີ່ເຄັ່ງຕຶງຢູ່ຕາເວັນອອກກາງເປັນຕົ້ນ ໄດ້ກະທົບເຖິງວິໄສທັດຕໍ່ສັນຕິພາບຂອງປະຊາຄົມໂລກ, ໄພຂົ່ມຂູ່ຕ່າງໆທີ່ສ້າງຄວາມຫຍຸ້ງຍາກໃຫ້ກັບປະຊາຊົນໃນໂລກ ເຊັ່ນ: ສະພາບ​ອາ​ກາດຮ້າຍແຮງ​ທີ່​ເກີດ​ຈາກ​ການ​ປ່ຽນ​ແປງຂອງດິນຟ້າອາກາດ ແລະ ວິກິດການດ້ານສະບຽງອາຫານ ໄດ້ກະທົບເຖິງການກິນອີ່ມນຸ່ງອຸ່ນຂອງປະຊາຊົນຫຼາຍຮ້ອຍລ້ານຄົນ, ພ້ອມນັ້ນ, ການໂຈມຕີທາງອິນເຕີເນັດເປັນໄພຂົ່ມຂູ່ຕໍ່ພື້ນຖານໂຄງລ່າງທີ່ສຳຄັນ ແລະ ອື່ນໆ. ພ້ອມດຽວກັນນີ້, ບາງປະເທດ​ປະ​ຕິ​ບັດລັດທິຝ່າຍດຽວ, ກໍ່ສົງຄາມການຄ້າ ແລະ ລົງໂທດປະເທດອື່ນ ໂດຍໄດ້ເຮັດໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນລະຫວ່າງປະເທດກັບປະເທດຫຼຸດໜ້ອຍລົງ, ທັງເຮັດໃຫ້ສະພາບຄວາມໝັ້ນຄົງຂອງໂລກມີຄວາມຫຍຸ້ງຍາກເພີ່ມຕື່ມ. ບັນຫາເຫຼົ່ານີ້ໄດ້ຂ້າມຜ່ານເຂດແດນ, ຈະບໍ່ສາມາດແກ້ໄຂໄດ້ໂດຍອາໄສແຕ່ປະເທດໃດໜຶ່ງ.
ພາຍໃຕ້ສະພາບການດັ່ງກ່າວ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກໃນປີ 2022 ທີ່ປະກອບມີ 4 ແນວຄິດແກນກາງ ຄື: ຍຶດໝັ້ນ​ທັດ​ສະ​ນະຄວາມໝັ້ນຄົງແບບສັງລວມ, ຍຶດໝັ້ນຫຼັກການຄວາມໝັ້ນຄົງຮ່ວມກັນ, ສົ່ງເສີມ​ທັດ​ນະ​ນະຄວາມໝັ້ນຄົງແບບຮ່ວມມືກັນ ແລະ ສົ່ງເສີມ​ທັດ​ສະ​ນະຄວາມໝັ້ນຄົງແບບຍືນຍົງ.
ຈີນບໍ່ພຽງແຕ່ແມ່ນຜູ້ສະເໜີຂໍ້ລິເລີ່ມຄວາມມັ້ນຄົງທົ່ວໂລກເທົ່ານັ້ນ, ຍິ່ງແມ່ນຜູ້ປະຕິບັດຂໍ້ລິເລີ່ມນີ້.
ປີ 2023, ພາຍໃຕ້ການໄກ່ເກ່ຍຂອງຈີນ, ອາຣັບບີຊາອຸດິດ ແລະ ອີຣານ ໄດ້ຟື້ນຟູສາຍພົວພັນທາງ​ການ​ທູດ; ຈີນຮ່ວມມືກັບອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື FAO ເພື່ອສົ່ງເສີມເຕັກນິກການປູກເຂົ້ານາພັນປະສົມຢ່າງກວ້າງຂວາງຢູ່ອາຟຣິກາ ເຊິ່ງໄດ້ເຮັດໃຫ້ຜົນຜະລິດ​ພືດ​ພັນ​ທັນ​ຍາ​ຫານຂອງທ້ອງຖິ່ນເພີ່ມຂຶ້ນເທົ່າຕົວ,
ໂດຍຜ່ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຈີນຊ່ວຍເຫຼືອປະເທດທີ່ລຽບຕາມເສັ້ນທາງສ້າງທ່າກຳປັ່ນ, ເສັ້ນທາງລົດໄຟ, ​ສ້າງ​ໂຮງຜະລິດໄຟຟ້າພະລັງານແສງອາທິດ ແລະອື່ນໆ ເພື່ອຊຸກຍູ້ຄວາມໝັ້ນຄົງໃນພາກພື້ນດ້ວຍການເຊື່ອມໂຍງເຊື່ອມຈອດກັນ ແລະ ການພັດທະນາຕາມທິດສີຂຽວ.
ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກເໝືອນດັ່ງຂົວຕໍ່ແຫ່ງໜຶ່ງ, ເບື້ອງໜຶ່ງຕິດກັບພູມປັນຍາອະລິຍະທຳຈີນ, ອີກເບື້ອງໜຶ່ງເຊື່ອມຕໍ່ກັບວິໄສທັດໃນອະນາຄົດຂອງ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”.
ປັດຈຸບັນ, ຂໍ້ລິເລີ່ມດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ 120 ກວ່າປະເທດ ແລະເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ, ພ້ອມທັງຖືກບັນທຶກເຂົ້າໃນເອກະສານການຮ່ວມມືສອງຝ່າຍແລະຫຼາຍຝ່າຍ 120 ກວ່າສະບັບ ລະຫວ່າງຈີນກັບປະເທດອື່ນ ແລະ ຈີນກັບອົງການຈັດຕັ້ງສາກົນ.
ຂໍ້ລິເລີ່ມດັ່ງກ່າວບອກໃຫ້ຊາວໂລກຮູ້ວ່າ: ຄວາມໝັ້ນຄົງບໍ່ແມ່ນຮັກສາ​ແຕ່ຄວາມໝັ້ນຄົງຂອງຕົນເທົ່ານັ້ນ, ແຕ່ແມ່ນຮ່ວມມືກັນກ້າວໄປຂ້າງໜ້າ; ບໍ່ແມ່ນໃຫ້ຜູ້ຊະນະເກັບເອົາຜົນປະໂຫຍດຂອງປະເທດອື່ນໆ, ແຕ່ແມ່ນຮ່ວມ​ມື​ຮ່ວມ​ຈະ​ເລີນ​​ນຳ​ກັນ. ດັ່ງທີ່ບົດວິຈານສາກົນຂຽນວ່າ: “ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ໄດ້ສະໜອງຜະລິດຕະພັນສາທາລະນະທີ່ໂລກປັ່ນປ່ວນຕ້ອງການທີ່ສຸດ ຄື: ຄວາມຫວັງ.”