ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ (Global Development Initiative) ແມ່ນໜຶ່ງໃນຈໍານວນສາມຂໍ້ລິເລີ່ມໃຫຍ່ທົ່ວໂລກ ທີ່ ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ສະເໜີອອກສູ່ຊາວໂລກໃນໄລຍະເວລາພຽງ 3 ປີ (2021-2023). ຂໍ້ລິເລີ່ມດັ່ງກ່າວ ໄດ້ຮັບການສະເໜີຢູ່ກອງປະຊຸມອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ 76 ໃນວັນທີ 21 ກັນຍາ ປີ 2021.
ຂໍ້ລິເລີ່ມນີ້ ໄດ້ຖືສໍາຄັນການພັດທະນາເສດຖະກິດ-ສັງຄົມ ໂດຍຍຶດໝັ້ນໃຫ້ປະຊາ ຊົນເປັນສູນກາງ, ຍຶດໝັ້ນຜົນປະໂຫຍດຮ່ວມກັນ ແລະ ເປີດກວ້າງ ບົນພື້ນຖານອະ ທິປະໄຕຜືນແຜ່ນດິນອັນຄົບຖ້ວນ ແລະ ຕາມເສັ້ນທາງທີ່ປະເທດຕົນເອງເລືອກໄວ້, ຍຶດໝັ້ນການຂັບເຄື່ອນດ້ວຍນະວັດຕະກໍາ, ການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດກັບທໍາມະຊາດຢ່າງຍືນຍົງ, ເນັ້ນຄວາມຕ້ອງການພັດທະນາຂອງປະເທດກໍາລັງພັດທະນາ ແລະ ອື່ນໆ ເພື່ອເຮັດໃຫ້ປະ ຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນ ເພາະທຸກປະເທດໃນໂລກຕ່າງມີໂອກາດ ແລະ ສິດໃນການໄດ້ຮັບການພັດທະນາຢ່າງເທົ່າທຽມກັນ.
ໄລຍະເວລາພຽງ 3 ປີ, ຂໍ້ລິເລີ່ມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກປະຊາ ຄົມໂລກຢ່າງກວ້າງຂວາງ, ສະ ແດງອອກ ມີ 70 ກວ່າປະເທດໄດ້ເຂົ້າຮ່ວມກຸ່ມເພື່ອນມິດແຫ່ງຂໍ້ລິເລີ່ມການພັດທະນາທົ່ວໂລກ, 40 ກວ່າປະເທດ, ເຂດແຄວ້ນ ແລະອົງ ການຈັດຕັ້ງສາກົນ ໄດ້ຮ່ວມກັນຊຸກຍູ້ການສ້າງເຄືອຂ່າຍສູນສົ່ງເສີມການພັດທະນາທົ່ວໂລກ, ເກືອບ 30 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືກັບຈີນ, ຊຸກຍູ້ຂໍ້ລິເລີ່ມເຊື່ອມໂຍງ-ເຊື່ອມຈອດຢ່າງເລິກເຊິ່ງກັບຍຸດທະສາດການພັດທະນາທີ່ສຳຄັນຂອງບັນດາປະເທດ ແລະ ພາກພື້ນທີ່ກ່ຽວຂ້ອງ, ເກືອບ 200 ໂຄງການຮ່ວມມືກັນໃນພາກປະຕິບັດຕົວຈິງຖືກຈັດເຂົ້າເປັນໂຄງການຂໍ້ລິເລີ່ມການພັດທະນາທົ່ວໂລກ, ເຊິ່ງກວມເອົາ 60 ກວ່າປະເທດທີ່ກຳລັງພັດທະນາ.
ຈິນ ບໍ່ໄດ້ເປັນພຽງຜູ້ສະເໜີຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ເທົ່ານັ້ນ, ແຕ່ຫາກຍັງເປັນຜູ້ນໍາພາຈັດຕັ້ງປະຕິບັດຕົວຈິງ. ການກໍ່ຕັ້ງ “ກຸ່ມເພື່ອນມິດແຫ່ງຂໍ້ລິເລີ່ມການພັດທະນາທົ່ວໂລກ” ຖືເປັນມາດຕະການສໍາຄັນໃນການຂັບເຄື່ອນໃຫ້ມີການຈັດຕັ້ງປະຕິບັດວຽກງານຕາມຂໍ້ລິເລີ່ມດັ່ງກ່າວ ເຊິ່ງໄດ້ຮັບການຈັດຕັ້ງປະຕິ ບັດຢ່າງຢ່າງຕໍ່ເນື່ອງ ໂດຍສຸມໃສ່ການພັດທະນາຫລາຍຂົງເຂດ ເຊັ່ນ: ການຫຼຸດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງທາງດ້ານອາຫານ, ການຈັດສັນທຶນຮອນເພື່ອການພັດທະນາ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາສີຂຽວ ແລະ ອື່ນໆ ເຊິ່ງໄດ້ສ້າງປະໂຫຍດທີ່ເປັນຮູບປະທໍາແກ່ທຸກປະເທດ ເຊັ່ນ: ໃນປີ 2021 ຈີນ ໄດ້ສົ່ງດາວທຽມວິທະຍາສາດດວງທໍາອິດຂອງໂລກເພື່ອຮັບຮອງສະ ເພາະວາລະເພື່ອການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ປີ 2030 ແລະ ໄດ້ເປີດໃຫ້ບໍລິການຂໍ້ມູນແກ່ທົ່ວໂລກໃນເດືອນກັນຍາ ປີ 2022. ພ້ອມນີ້, ໃນປີດຽວກັນນີ້, ພາກເອກະຊົນຂອງຈີນ ແລະ ຕ່າງ ປະເທດ 32 ອົງການໄດ້ຮ່ວມກັນຈັດຕັ້ງ “ເຄືອຂ່າຍຄວາມຮ່ວມ ມືພາກເອກະຊົນເພື່ອຫລຸດຜ່ອນຄວາມທຸກຍາກລະຫວ່າງປະເທດ”.
ໃນເດືອນເມສາ 2022 ໄດ້ສ້າງຕັ້ງສູນການຮ່ວມມື ຈີນ-ປະເທດໝູ່ເກາະປາຊີຟິກ ເພື່ອຮັບມືກັບການປ່ຽນແປງຂອງສະພາບອາກາດ. ນອກຈາກນີ້ ມີຫລາຍໂຄງການເກີດຂຶ້ນ ເຊັ່ນ: ການຈັດຕັ້ງກອງທຶນເພື່ອການພັດທະນາໂລກ ແລະ ການຮ່ວມມື ໃຕ້-ໃຕ້ (South-South Cooperation) ທີ່ຈີນໃຫ້ການຮ່ວມືປະເທດຕ່າງໆ ເຊັ່ນ: ອັຟການິສຖານ, ເຄນຢາ, ຕັງຊານີ, ອີຣັກ, ການຮ່ວມມືລະຫວ່າງຈີບກັບອົງການອາ ຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO). ນອກຈາກນີ້ ຍັງມີການຮ່ວມມືລະຫວ່າງຈີນ ແລະ ອາຊຽນ, ອາຊີກາງ, ອາຟຼິກກາ, ອາເມລິກາລາຕີນ ແລະ ອື່ນໆ ຢ່າງຫລວງຫລາຍ.
ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ໄດ້ຜ່ານຈາກການພັດທະນາໃໝ່ຂອງຈີນ ເພື່ອສ້າງໂອກາດໃໝ່ໃຫ້ແກ່ປະເທດທີ່ກໍາລັງພັດທະນາທົ່ວໂລກ, ໃນນີ້ ລວມທັງປະເທດໃນອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ບົນເສັ້ນທາງການພັດທະນາ, ປະເທດໃດກໍບໍ່ໃຫ້ຕົກຫຼົ່ນ ແລະ ຄົນໃດກໍບໍ່ໃຫ້ປະຖີ້ມ ເຊິ່ງແມ່ນເປົ້າໝາຍສໍາຄັນຂອງຂໍ້ລິເລີ່ມນີ້.
ສໍາລັບ ສປປ ລາວ, ໜຶ່ງໃນສະມາຊິກອາຊຽນ ແລະ ເປັນຄູ່ຮ່ວມຊາຕາກໍາກັບຈີນ ແມ່ນໄດ້ຮັບຜົນປະໂຫຍດຢ່າງທັງທາງກົງ ແລະ ທາງອ້ອມຢ່າງຫລວງຫລາຍຈາກນະ ໂຍບາຍເປີດປະຕູສູ່ພາຍນອກ ແລະ ບັນດາຂໍ້ລິເລີ່ມຂອງຈີນ, ໃນນີ້ ພົ້ນເດັ່ນທີ່ສຸດແມ່ນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີເສັ້ນທາງລົດໄຟ ລາວ-ຈີນ ເປັນຕົວຂັບເຄື່ອນສໍາຄັນ ແລະ ເຮັດໃຫ້ວຽກງານຂົນສົ່ງຂອງລາວກ້າວສູ່ອຸດສາຫະກໍາການຂົນສົ່ງທີ່ທັນສະໄໝແບບກ້າວກະໂດດແບບບໍ່ເຄີຍມີມາກ່ອນ ແລະ ປະກອບສ່ວນເຮັດໃຫ້ແຜນຍຸດທະສາດໃນການຫັນປ່ຽນສະຖານະພາບປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບປະເທດໃກ້ຄຽງ ແລະ ພາກພື້ນຂອງລາວ ປະກົດຜົນເປັນຈິງ. ປັດຈຸບັນ, ການຂົນສົ່ງສິນຄ້າຂ້າມຊາດຕາມເສັ້ນ ທາງລົດໄຟ ລາວ-ຈີນ ໄດ້ກວມເອົາ 12 ປະເທດທີ່ເຂົ້າຮ່ວມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງລວມທັງ ລາວ, ໄທ, ຫວຽດນາມ, ມຽນມາ ແລະ ປະເທດອື່ນໆ ກໍຄື 31 ແຂວງ ເຂດປົກຄອງຕົນເອງ ແລະ ກຳແພງນະຄອນຂອງຈີນ. ເຊິ່ງສາມາດເວົ້່າໄດ້ວ່າ ນອກຈາກລາວ ແລະ ຈີນ ແລ້ວ ປະເທດໃນອາຊຽນ ແລະ ພາກພື້ນ ກໍໄດ້ຮັບຜົນປະໂຫຍດຈາກເສັ້ນທາງລົດໄຟດັ່ງກ່າວນັບມື້ເພີ່ມຂຶ້ນເຊັ່ນດຽວກັນ.
ສໍາລັບຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ໃນຖານະທີ່ເປັນໂຄງການທຳອິດຂອງຂໍ້ລິເລີ່ມດັ່ງກ່າວທີ່ໄດ້ຮັບການຈັດຕັ້ງປະຕິບັດຢູ່ລາວ, ໃນເດືອນພະຈິກ ປີ 2022, ຈີນ ໄດ້ຊ່ວຍເຫຼືອອົງການ FAO ແລະ ໂຄງການອາຫານທ່ຽງໃນໂຮງຮຽນດ້ວຍເຂົ້າ ສານໃຫ້ ກະຊວງສຶກສາທິການ ແລະ ກິລາ ຂອງລາວ 930 ໂຕນ ແລະ ປາກະປ໋ອງ 120 ໂຕນ ເພື່ອສະໜອງອາຫານໃຫ້ນັກຮຽນຫຼາຍກວ່າ 130.000 ຄົນ ໃນໂຮງຮຽນປະຖົມ 1.400 ກວ່າແຫ່ງຢູ່ເຂດຫ່າງໄກສອກຫຼີກ 8 ແຂວງຂອງລາວ. ພ້ອມນີ້ ໄດ້ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບການຍົກຍ້າຍ-ຍັບຍ້າຍອອກຈາກເຂດກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຈໍານວນ 4 ບ້ານພາຍໃນ 4 ເມືອງຂອງ 3 ແຂວງພາກເໜືອຂອງລາວ ທັງໝົດ 349 ຄອບຄົວ, ພົນລະເມືອງ 1,875 ຄົນ ດີຂຶ້ນຢ່າງຕໍ່ເນື່ອງ ດ້ວຍການຕອບສະໜອງທີ່ຢູ່ອາໄສ, ສ້າງໂຮງ ຮຽນ, ສຸກສາລາ, ຫ້ອງນ້ຳສາທາລະນະ ແລະ ສິ່ງກໍ່ສ້າງພື້ນຖານໂຄງລ່າງອື່ນໆ ຢ່າງຄົບຊຸດ. ພ້ອມນີ້, ວິທະຍາໄລເຕັກ ນິກ-ວິຊາຊີບ ການລົດໄຟ ແຫ່ງທໍາອິດຂອງລາວ ທີ່ຈີນໃຫ້ການຊ່ວຍເຫລືອໄດ້ເປີດການຮຽນ-ການສອນໄດ້ 2 ປີ ແລ້ວ.
ນອກຈາກນີ້, ຈີນ ໄດ້ດຳເນີນຫລາຍໂຄງການຢູ່ລາວ ເຊັ່ນ: ໂຄງການທົດລອງການຫຼຸດຜ່ອນຄວາມທຸກຍາກອາ ຊີຕາເວັນອອກ, ການສ້າງອຸປະກອນເຄື່ອງໃຊ້ເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວ, ສົ່ງເສີມການພັດ ທະນາອຸດສາຫະກຳທີ່ມີເອກະລັກທ້ອງຖິ່ນ, ເຊັ່ນ: ການປູກຝັງ-ລ້ຽງສັດ, ຫັດຖະກຳແບບດັ່ງເດີມ, ການທ່ອງທ່ຽວ, ແລະ ອື່ນໆ ທີ່ເນັ້ນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະສິດ ທິຜົນດ້ານເສດຖະກິດ, ການປັບປຸງສະພາບແວດລ້ອມດ້ານການດຳລົງຊີວິດຂອງທ້ອງຖິ່ນນັ້ນ, ຍັງໄດ້ເປີດກວ້າງການສ້າງແຫຼ່ງລາຍຮັບຂອງປະຊາຊົນທ້ອງຖິ່ນ ຕື່ມອີກ, ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກທີ່ໄດ້ນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ ແລະ ຍົກສູງຄວາມຮູ້ສຶກຂອງປະຊາຊົນທີ່ໄດ້ຮັບຜົນປະໂຫຍດຂອງປະຊາຊົນ.
ສ່ວນໃນຕໍ່ໜ້າ, ຈີນ ຈະຮ່ວມກັບປະຊາຄົມໂລກ, ໃນນັ້ນ ລວມທັງປະເທດລາວ ລົງເລິກການຮ່ວມມືພາຍໃຕ້ຂອບຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ສືບຕໍ່ແບ່ງ ປັນໂອກາດທີ່ໄດ້ຈາກການພັດທະນາຄວາມທັນສະໄໝແບບຈີນ, ເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາ ຊາດ ເພື່ອຊຸກຍູ້ການພັດທະນາໄປພ້ອມໆ ກັນ.
ລາວ ແລະ ຈີນ ແມ່ນສອງປະເທດເພື່ອນມິດຍຸດທະສາດທີ່ມີມູນເຊື້ອສາຍພົວພັນມິດຕະພາບອັນແໜ້ນແກ່ນມາແຕ່ຍາວນານ ແລະ ໄດ້ຮັບການຍົກລະດັບກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ແລະ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ. ປັດຈຸບັນ, ການລົງທຶນຂອງຈີນຢູ່ລາວ ຈັດຢູ່ອັນດັບໜຶ່ງ ແລະ ຈີນ ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງລາວ, ລົດໄຟລາວ-ຈີນ ກໍເປັນແມ່ແຮງຂັບເຄື່ອນເສດຖະກິດທີ່ສໍາຄັນຂອງສອງປະເທດ. ສອງຝ່າຍ ພວມຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະ ບັບໃໝ່. ໃນແຜນແມ່ບົດດັ່ງກ່າວ ໄດ້ກໍານົດທິດທາງຮ່ວມມືກັນ ໄລຍະ 5 ປີ (2024-2028) ເຊິ່ງກວມເອົາ 5 ຂົງ ເຂດໃຫຍ່ຢ່າງລະອຽດ. ພ້ອມນີ້, ສອງຝ່າຍ ຍິນດີຮ່ວມ ມືກັນເພື່ອຈັດຕັ້ງປະຕິບັດສາມຂໍ້ລິເລີ່ມໃຫຍ່ທົ່ວໂລກຂອງຈີນ, ເຊິ່ງໃນນັ້ນ ລວມມີຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກຮ່ວມຢູ່ດ້ວຍ.
ດັ່ງນັ້ນ, ສາມາດເວົ້າໄດ້ວ່າ ຂໍ້ລິເລີ່ມການພັດທະນາທົ່ວໂລກ ແມ່ນມີຄວາມໝາຍສໍາຄັນ ແລະ ປະກອບສ່ວນຊ່ວຍຂັບເຄື່ອນການພັດທະນາການພັດທະນາເສດຖະ ກິດ-ສັງຄົມ, ທັງສ້າງໂອກາດໃໝ່ໃຫຍ່ຫລວງກວ່າເກົ່າໃຫ້ແກ່ການພັດທະນາໃນປະເທດລາວ, ລວມເຖີງບັນດາປະເທດກໍາລັງພັດທະນາໃນໂລກທີ່ເຂົ້າຮ່ວມຂໍ້ລິເລີ່ມດັ່ງກ່າວ, ເຊິ່ງສະທ້ອນໃຫ້ເຫັນເຖິງໝາກຜົນການຄົ້ນຄວ້າວິໄຈຄວາມຄິດທີ່ເປັນລະບົບຈາກທິດສະດີ ແລະ ພຶດຕິກໍາທີ່ສອດຄ່ອງກັບຄວາມເປັນຈິງ ແລະ ຖືກກັບເວລາທີ່ທົ່ວໂລກຮຽກຮ້ອງຕ້ອງການເພື່ອແກ້ໄຂບັນຫາລວມຮ່ວມກັນ, ທັງສອດຄ່ອງກັບວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ.
ຂໍ້ລິເລີ່ມດັ່ງກ່າວ ໄດ້ກາຍເປັນຜະລິດຕະພັນສາທາລະນະ ແລະ ກາຍເປັນເວທີຮ່ວມມືສໍາຄັນທີ່ຈີນມອບໃຫ້ແກ່ປະຊາຄົມໂລກ ເພາະທຸກປະເທດມີສິດທີ່ຈະພັດທະນາ ແລະ ທຸກຄົນມີຄວາມປາດຖະໜາທີ່ຈະພັດທະນາ ບົນເສັ້ນທາງ ບໍ່ປ່ອຍປະປະເທດໃດໜຶ່ງ ຫລື ບຸກຄົນໃດໄວ້ທາງຫລັງ ເຊິ່ງຈີນຍິນດີແບ່ງປັນໂອກາດໃນການພັດທະນາໃຫ້ທຸກປະເທດເພື່ອການພັດທະນາຈະເລີນຮຸ່ງເຮືອງຮ່ວມກັນ ແລະ ມີຄວາມສີວິໄລຮ່ວມກັນ ອະນາຄົດທີ່ດີຮ່ວມກັນຂອງມວນມະນຸດໃນໂລກ.







