ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຂໍ້ລິ​ເລີ່ມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂອ​ງ​ໂລກ ​ທີ່​ສະ​ເໜີ​ໂດຍ​ຈີນ ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ແກ່​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເຊິ່ງ​ລວມ​ທັງ​ປະ​ເທດ​ລາວ

Sep 25, 2024

ການ​ພັດ​ທະ​ນາ​​ແມ່ນ​ຄວາມ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​ອັນ​ດີ​ງາມ, ເປັນ​ວຽກ​ງານ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ, ກໍ​ເປັນ​ຫົວ​ຂໍ້​ຖາ​ວອນ​ຂອງ​ສັງ​ຄົມ​ມະ​ນຸດ. ວັນ​ທີ 21 ກັນ​ຍາ​ປີ 2021, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ສະ​ເໜີ “ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂອ​ງ​ໂລກ” ໃນ​ການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ຄັ້ງ​ທີ 76, ເຊິ່ງເປັນ​ການ​ປະ​ກອ​ບ​ສ່ວນ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ແຮງ​ຂອງ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ.
ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂອ​ງ​ໂລກ ໄດ້​ຜ່ານ​ຈາກ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ ​ເພື່ອ​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເຊິ່ງ​ລວມ​ທັງ​ປະ​ເທດ​ລາວ. ​ລາວ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ພຽງ​ປະ​ເທດ​ດຽວ​ຂອງ​ອາ​ຊຽນ, ເຂດ​ພູ​ດອຍກວມ​ເນື້ອ​ທີ່​ເຖິງ 80% ຂອງ​ທົ່ວ​ປະ​ເທດ, ຄວາມ​ບໍ່​ສະ​ດວກ​ດ້ານ​ຄົມ​ມະ​ນາ​ຄົມ​ໄດ້​ສ້າງ​ອຸ​ປະ​ສັກຫຼາຍ​ຢ່າງ​ໃຫ້​ແກ່​ການ​ດຳ​ລົງ​ຊີ​ວິດຂອງ​ປະ​ຊາ​ຊົນ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ. ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ເປັນ​ໂຄງ​ການ​ເຊື່ອມ​ຕໍ່ “​ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງ​ຈີນ ແລະ ຍຸດ​ທະ​ສາດ “ຫັນ​​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ”. ນັບ​ແຕ່​ເປີດ​ບໍ​ລິ​ການ​ເປັນ​ເວ​ລາເກືອບ 3 ປີ​ເປັນ​ຕົ້ນ​ມາ, ​​ປະ​ລິ​ມານ ແລະ ຄຸນ​ນະ​ພາບ​ຂອງການ​ຂົນ​ສົ່ງ​ສິນ​ຄ້າ ແລະ ຜູ້​ໂດຍ​ສານ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ຫວ່າງ​ບໍ່​ດົນ​ມາ​ນີ້, ປະ​ລິ​ມານ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ບຸກ​ທະ​ລຸ 10 ລ້ານ​ໂຕນ, ບົດ​ບາດ​ທີ່​ເປັນ​ທາງ​ຜ່ານ​ຂອງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ. ປັດ​ຈຸ​ບັນ, ການ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ ໄດ້ກວມ​ເອົາ 12 ປະ​ເທດ​ທີ່​​ເຂົ້າ​ຮ່ວມ​ການຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊິ່ງ​ລວມ​ທັງ ລາວ ໄທ ຫວຽດ​ນາມ ມຽນ​ມາ ແລະ ​ປະ​ເທດອື່ນໆ ກໍ​ຄື 31 ແຂວງ ເຂດ​ປົກ​ຄອງ​ຕົນ​ເອງ ແລະ ​ກຳ​ແພງນະ​ຄອນ​ຂອງ​ຈີນ, ປະ​ເພດ​ສິນ​ຄ້າ​ທີ່​ຂົ​ນ​ສົ່ງ​ຂ້າມ​ຊາດ​​ໄດ້​ເພີ່ມ​ຂຶ້ນ ​ເປັນ 2.900 ກວ່າ​ຊະ​ນິດ ເຊິ່ງ​ໄດ້​​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ ຂອງ​ປະ​ເທດ​ລຽບ​ຕາມ​ເສັ້ນທາງ​ລົດ​ໄຟ ພ້ອມ​ທັງຍົກ​ລະ​ດັບ​​ການເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ.
ຢູ່​ບົນ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ​ຈະ​ບໍ່​​ປ່ອຍ​ປະປະ​ເທດ​ໃດ ແລະ ​ຄົນ​ຜູ້​​ໃດ​ໜຶ່ງໄວ້ຢູ່​ຂ້າງຫຼັງ, ເຊິ່ງ​ເປັນ​ວິ​ໄສ​ທັດ​ຂອງຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂອ​ງ​ໂລກ ແລະ ກໍ​ເປັນ​ເປົ້າ​ໝາຍ​ທີ່​ສົ່ງ​ເສີມ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ. ໃນ​ຖາ​ນະ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ເຊັ່ນ​ກັນ, ປະ​ເທດ​ລາວ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ ແລະ ຂໍ້​ລິ​ເລີ່ມ​ສຳ​ຄັນ​ຕ່າງໆ​ຂອງ​ຈີນ, ໂດຍ​ສະ​ເພາະ​ພາຍ​ໃຕ້​ຂອບ​ຂອງ​ການຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂອ​ງ​ໂລກ, ສອງ​ປະ​ເທດ​ຈີນ-ລາວ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງກວ້າງ​ຂວາງ​ໃນ​ຂົງ​ເຂດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ພັດ​ທະ​ນາ​ແບບ​ສີ​ຂຽວ ແລະ​ອື່ນໆ ເຊິ່ງໄດ້​ສ້າງ​ໂອ​ກາດ​ການ​ພັດ​ທະ​ນາ​ໃຫ້​ແກ່​ປະ​ເທດ​ລາວ.
ພາຍ​ໃຕ້​ການ​ຊ່ວຍ​ໜູນ​ຂອງຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂອ​ງ​ໂລກ, ລັດ​ຖະ​ບານ​ລາວ​ໄດ້​ສືບ​ຕໍ່​ປະ​ຕິ​ບັດ​ໂຄງ​ການ​ທີ່​ສະ​ໜອງ​ດ້ານ​ໂພ​ສະ​ນາ​ການ​ໃຫ້​ແກ່​ນັກ​ຮຽນ 130.000 ກວ່າ​ຄົນ​ຂອງ​ໂຮງ​ຮຽນ 1.400 ກວ່າ​ແຫ່ງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກຂອງ​ລາວ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ສຶ​ກ​ສາ​ຂັ້ນ​ພື້ນ​ຖານ ແລະ ຮັບ​ປະ​ກັນ​ໂພ​ສະ​ນາ​ການ​ໃຫ້​ກັບ​ເດັກ​ນ້ອຍ​ຂອງ​ລາວ; ໃນ​ຖາ​ນະ​ເປັນ​ໂຄງ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ສຳ​ຄັນ​ຂອງ​ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ, ຢູ່​ບ້ານ​ຍົກ​ຍ້າຍ​​ໃໝ່​ຂອງປະ​ຊາ​ຊົນ​ໄດ້​ຈັດ​ສັນ​ປະ​ຊາ​ຊົນ 349 ຄອບ​ຄົວ, ຢູ່​ໃນ​ບ້ານ​ໄດ້​ສ້າງ​ຫ້ອງ​ການ, ໂຮງ​ຮຽນ, ສຸກ​ສາ​ລາ, ຫ້ອງ​ນ້ຳ​ສາ​ທາ​ລະ​ນະ ແລະ ສິ່ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ອື່ນໆ, ເຊິ່​ງ​ໄດ້​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໃຫ້​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ; ວິ​ທະ​ຍາ​ໄລ​ເຕັກ​ນິກວິ​ຊາ​ຊີບ​ເສັ້ນ​ທາງ​ລົດ​ໄຟ​ລາວ​ທີ່​ຈີນ​ຊ່ວຍ​ເຫຼືອ​ສ້າງ​ຂຶ້ນ​ນັ້ນ​​ແມ່ນ​ໄດ້ມອບ​ໃຫ້​ຝ່າຍ​ລາວ​ແລ້ວ, ຈະ​ບຳ​ລຸງ​ສ້າງ​ນັກ​ວິ​ຊາ​ການ​ເສັ້ນ​ທາງ​ລົດ​ໄຟ​ປະ​ມານ 1.000 ຄົນ​ໃຫ້​ແກ່​ປະ​ເທດ​ລາວ​ພາຍ​ໃນ​ເວ​ລາ 3 ປີ; ​ຈີນ​ຍັງ​ໄດ້​ດຳ​ເນີນ​ໂຄງ​ການ​ຕ່າງໆ​ຢູ່​ລາວ, ເຊັ່ນ: ໂຄງ​ການ​ສາ​ທິດການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ອາ​ຊີ​ຕາ​ເວັນ​ອອກ, ​ການສ້າງ​ອຸ​ປະ​ກອນເຄື່ອງ​ໃຊ້​ເພື່ອ​ຊ່ວຍຫຼຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ​ຂອງ​ລາວ ແລະ​ອື່ນໆ, ສົ່ງ​ເສີມ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ທ້ອງ​ຖິ່ນ, ເຊັ່ນ: ການ​ປູກ​ຝັງ ລ້ຽງ​ສັດ ຫັດ​ຖະ​ກຳ​ແບບ​ດັ້ງ​ເດີມ, ການ​ທ່ອງ​ທ່ຽວ, ເຮືອນ​ພັກ ແລະ​ອື່ນໆ, ໂຄງ​ການ​ຮ່ວມ​ມື​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ລາວ ​ໄດ້​ເນັ້ນ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ, ໃນ​ຂະ​ນະ​ທີ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ລົງ​ຊີ​ວິດ​ຂອງ​ທ້ອງ​ຖິ່ນ​ນັ້ນ, ຍັງ​ໄດ້​ເປີດກວ້າງ​ການ​ສ້າງ​ແຫຼ່ງ​ລາຍ​ຮັບຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຕື່ມ​ອີກ, ​ເປັນ​ການສ່ອງ​ແສງ​ໃຫ້​ເຫັນ​ເຖິງຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂອ​ງ​ໂລກ​ທີ່​ໄດ້ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ຍົກ​ສູງ​ຄວາມ​ຮູ້​ສຶກ​ຂອງ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ.
ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂອ​ງ​ໂລກແມ່ນ​ເລີ່ມ​ຕົ້ນຈາກ​​ປະ​ເທດຈີນ, ຜົນ​ງານ ແລະ ໂອ​ກາດ​​ແມ່ນຂຶ້ນ​ກັບ​ທົ່ວ​ໂລກ. ໃນ​ອະ​ນາ​ຄົດ, ຈີນ​ຈະ​ຮ່ວມ​ກັບ​ຝ່າຍ​ຕ່າງໆ ເຊິ່ງ​ລວມ​ທັງ​ປະ​ເທດ​ລາວ ລົງ​ເລິກ​ການ​ຮ່ວມ​ມື​ພາຍ​ໃຕ້​ຂອບ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ, ສືບ​ຕໍ່​ແບ່ງ​ປັນ​ໂອ​ກາດ​​ທີ່​ໄດ້​ຈາກການ​ພັດ​ທະ​ນາ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ, ເລັ່ງ​ລັດ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອຊຸກ​ຍູ້​ການ​ພັດ​ທະ​ນາ​ໄປ​ພ້ອມໆ​ກັນ.