ວັນທີ 15 ມີນາ 2023, ໃນກອງປະຊຸມສົນທະນາຂັ້ນສູງລະຫວ່າງພັກຄອມມູນິດຈີນກັບພັກການເມືອງໂລກ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກອອກມາເປັນເທື່ອທໍາອິດ.
ຂໍ້ລິເລີ່ມນີ້ ໄດ້ຮຽກຮ້ອງໃຫ້ຍຶດໝັ້ນຄວາມສະເໝີພາບ, ຖອດຖອນບົດຮຽນເຊິ່ງກັນແລະກັນ, ການສົນທະນາ ແລະ ກວມລວມດ້ານອະລິຍະທຳ, ໂດຍໄດ້ເນັ້ນໜັກເຖິງຄວາມໝາຍສໍາຄັນຍິ່ງຂອງຄ່ານິຍົມຮ່ວມຂອງມວນມະນຸດ, ພ້ອມທັງໄດ້ສົ່ງເສີມການໃຫ້ຄວາມສໍາຄັນໃນລະດັບສູງຕໍ່ການສືບທອດ ແລະ ການປະດິດສ້າງໃໝ່ດ້ານອະລິຍະທຳ, ຂຸດຄົ້ນຄຸນຄ່າດ້ານຍຸກສະໄໝຂອງປະຫວັດສາດ ແລະ ວັດທະນະທໍາຂອງປະເທດຕ່າງໆຢ່າງເຕັມທີ່, ເພື່ອຊຸກຍູ້ໃຫ້ວັດທະນະທໍາດັ້ງເດີມອັນດີງາມຂອງປະເທດຕ່າງໆບັນລຸການຫັນປ່ຽນຢ່າງປະດິດສ້າງ ກໍຄືບັນລຸການພັດທະນາຢ່າງປະດິດສ້າງ ໃນທ່າມກາງຂະບວນການຫັນເປັນທັນສະໄໝ.
ຂໍ້ລິເລີ່ມດັ່ງກ່າວຂອງຈີນ ມີຈຸດປະສົງເພື່ອສ້າງວິໄສທັດທີ່ກວມລວມ ແລະ ມີຄວາມສີວິໄລໃຫ້ແກ່ໂລກ, ແຕ່ຫາກບໍ່ແມ່ນມີເຈດຕະນາຢາກສົ່ງອອກຄ່ານິຍົມ, ຮູບແບບຂອງສັງຄົມ ຫຼື ປຸກປັ່ນລັດທິຊາດນິຍົມ ແລະ ການອາຄາດບາດໝາງ ກໍຄືການປະທະກັນລະຫວ່າງຮູບຖານຈິດສໍານຶກ. ເມື່ອເບິ່ງຈາກດ້ານນີ້ແລ້ວ, ປະເທດໃດໜຶ່ງຖ້າຢາກບັນລຸການຫັນເປັນທັນສະໄໝ, ບໍ່ພຽງແຕ່ຕ້ອງປະຕິບັດຕາມກົດເກນທົ່ວໄປແຫ່ງຂະບວນການຫັນເປັນທັນສະໄໝເທົ່ານັ້ນ, ສິ່ງທີ່ສໍາຄັນກວ່ານີ້ແມ່ນຕ້ອງປະສານສົມທົບກັບສະພາບຕົວຈິງ ແລະ ຈຸດພິເສດຂອງປະເທດຕົນ.
ຄຽງຄູ່ກັບການເວລາໄດ້ຜ່ານໄປ, ຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ ນັບມື້ນັບມີຄວາມໝາຍຕົວຈິງ. ຂໍ້ລິເລີ່ມນີ້ໄດ້ຄາດຄະເນເຖິງບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ການພັດທະນາຂອງໂລກ, ພ້ອມທັງໄດ້ສະໜອງສະຕິປັນຍາຂອງຈີນໃນການສ້າງໂລກທີ່ມີຫຼາຍຂົ້ວ ສະເໝີພາບ ແລະ ເປັນລະບຽບ.




