ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄຕພ ຕ້ອນຮັບເອກອັກຄະລັດຖະທູດ ຫວຽດນາມ ເຂົ້າອວຍພອນວັນຊາດລາວ ຄົບຮອບ 49 ປີ

Nov 26, 2024

ໃນວັນທີ 25 ພະຈິກ 2024, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບ ສະຫາຍ ຫວງຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປລາວ ພ້ອມ ດ້ວຍພະນັກງານສະຖານທູດ ໄດ້ເຂົ້າອວຍພອນຄະນະພັກ, ຄະ ນະນຳ ແລະ ພະນັກງານ ຄຕພ, ເນື່ອງໃນໂອກາດ ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ.
ໂອກາດນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ຕ້ອນຮັບສະຫາຍທູດພ້ອມດ້ວຍຄະນະ ຊ່ງໄດ້ນຳເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສະໜິດ ສະໜົມ, ຄຳອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ລາວ-ຫວຽດນາມ ມາສູ່ຄະນະພັກ, ຄະນະນຳ ກໍຄືພະນັກງານ ຄຕພ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ພ້ອມທັງທົບທວນຄືນມູນເຊື້ອວັນຊາດ ທີ 2 ທັນວາ ແລະ ສະແດງຄວາມຂອບໃຈໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ດຳເນີນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ຕີລາຄາສູງ ຕໍ່ການເຮັດວຽກຢ່າງຫ້າວ ຫັນຂອງສະຫາຍທູດ ແລະ ພະນັກງານສະຖານທູດ ໃນການປະ ສານສົມທົບ ແລະ ເປັນຂົວຕໍ່ການພົວພັນຮ່ວມມືໃນຂົງເຂດຕ່າງໆ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມ.
ພ້ອມກັນນີ້, ສະຫາຍ ຫງວຽນ ມິງ ເຕີມ,ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ, ດີໃຈເປັນຢ່າງຍິ່ງທີ່ໄດ້ມາຊົມເຊີຍ ແລະ ອວຍພອນຄະນະພັກ, ຄະນະນຳ ຄຕພ ໃນໂອກາດວັນຊາດຄົບ ຮອບ 49 ປີ ແລະ ໄດ້ສະແດງຄວາມປິຕິຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດທີ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງ ໃສຂອງພັກປະຊາຊົນ ປະຕິວັດລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ ສປປ ລາວ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດ ຍັງສືບຕໍ່ມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍຕົວຕໍ່ເນື່ອງ, ບົດບາດຂອງປະ ເທດ ໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ສອງຝ່າຍ ຕ່າງກໍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະ ຫວ່າງ ສອງພັກ, ສອງລັດ ສືບຕໍ່ໄດ້ຮັບການເພີ່ມທະວີ ຢ່າງບໍ່ຢຸດຢັ້ງ ແລະ ກ້າວສູ່ລວງເລິກ ໃນທຸກຂົງເຂດວຽກງານ. ສອງຝ່າຍ ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງ ຂອງສອງພັກ, ສອງລັດ ແລະ ຂັ້ນຕ່າງໆ ນັບແຕ່ສູນກາງຈົນເຖິງທ້ອງຖິ່ນ, ມີການແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ, ວຽກງານກໍ່ສ້າງພັກ, ສ້າງລະບົບການ ເມືອງ ໃຫ້ເຂັ້ມແຂງ. ສໍາເລັດການຈັດຊຸດຄົ້ນຄວ້າ ແລະ ແລກ ປ່ຽນຫົວຂໍ້ສະເພາະ ສໍາລັບພະນັກງານຂັ້ນຕ່າງໆ ປະຈໍາປີ 2024 ຢູ່ ສສ ຫວຽດນາມ.
ສອງຝ່າຍ ເຫັນດີສືບຕໍ່ຮ່ວມມື ແລະ ປະສານສົມທົບຢ່າງສະໜິດແໜ້ນ ໃນການຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ພັກ, ລັດ ກໍຄືບັນດາຖະແຫຼງ ການຮ່ວມ ສອງຝ່າຍ, ບັນດາສັນຍາຂໍ້ຕົກລົງຂອງສອງລັດຖະ ບານ ລາວ-ຫວຽດນາມ ແລະ ບັນດາໂຄງການຮ່ວມມື, ລົງທຶນ ແລະ ຊ່ວຍເຫຼືອ ທີ່ສອງຝ່າຍ ໄດ້ເປັນເອກະພາບກັນ ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ: ຄຕພ, ພາບ: ແສງຈັນ