ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄ​ຕ​ພ ​ປະ​ດັບ​ຫຼຽນ​ກາລະ​ນຶກວັນ​ສ້າງ​ຕັ້ງ​ພັກ 70 ປີ ແລະ ​ຫຼຽນ 70 ປີ ວັນ​ສ້າງ​ຕັ້ງ​ ຄຈສພ

Mar 21, 2025

ໃນວັນທີ 21 ມີນານີ້ ທີ່ຫ້ອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ (ຄ​ຕ​ພ) ໄດ້ຈັດພິທີປະ​ດັບ​ຫຼຽນກາ​ລະ​ນຶກວັນ​ສ້າງ​ຕັ້ງ​ພັກ ປ​ປລາວ ຄົບ​ຮອບ 70 ປີ ແລະ ປະ​ດັບ​ຫຼຽນ​ກາ​ລະ​ນຶກ 70 ປີ ວັນ​ສ້າງ​ຕັ້ງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ (ຄຈສພ) ໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນທີ່​ປະ​ຈຳ​ການ ແລະ ອາ​ວຸ​ໂສ​ບຳ​ນານ ຊຶ່ງ​ເປັນ​ປະ​ທານໂດຍ ສ​ະ​ຫາຍ ບຸນ​ເຫຼືອ ພັນ​ດາ​ນຸ​ວົງ, ຮັກ​ສາ​ການ​ເລ​ຂາ​ຄະ​ນະ​ພັກ, ຮັກ​ສາ​ການ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ.
​ພິ​ທີ​ດັ່ງ​ກ່າວ ສະຫາຍ ວາ​ລະ​ໄຊ ເລັ່ງ​ສະ​ຫວັດ ​ໄດ້​ຂຶ້ນຜ່ານມະ​ຕິ​ຕົກ​ລົງ​ວ່າ​ດ້ວຍ​ການ​ປະ​ດັບ​ຫຼຽນ​ກາ​ລະ​ນຶກ​ສະ​ບັບ​ເລກ​ທີ 449/ຄ​ຈ​ສ​ພ, ລົງ​ວັນ​ທີ14/3/2025 ວ່າ​ດ້ວຍ​ການ​ປະ​ດັບ​ຫຼຽນ​ກາ​ລະ​ນຶກ 70 ປີ ວັນ​ສ້າງ​ຕັ້ງ​ພັກ ປ​ປ ລາວ ໃຫ້​ສະ​ມາ​ຊິກ​ພັກຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກທີ່​ມີ​ຜົນ​ງານ, ຄຸນ​ງາມ​ຄວາມ​ດີໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາຈຳ​ນວນ 14 ສະ​ຫາຍ ຍິງ 3 ສະ​ຫາຍ; ຜ່ານ​ຂໍ້​ຕົກ​ລົງສະ​ບັບ​ເລກ​ທີ 95/ຄ​ຈ​ສ​ພ, ລົງ​ວັນ​ທີ 13 ມີ​ນາ 2025 ວ່າ​ດ້ວຍ​ການມອບ​ຫຼຽນ​ກາ​ລະ​ນຶກ 70 ປີວັນ​ສ້າງ​ຕັ້ງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກໃຫ້​ພະ​ນັກ​ງານ​-ລັດ​ຖະ​ກອນຂະ​ແໜງ​ຈັດ​ຕັ້ງຂອງຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກຈຳ​ນວນ 29 ສະ​ຫາຍ ຍິງ 10 ສະ​ຫາຍ. ໃນ​ພິ​ທີ​ໄດ້​ເຕັມໄປ​ດ້ວຍບັນ​ຍາ​ກາດ​ທີ່​ເຂັ່ງ​ຂຶມ ແລະ ມີ​ຄວາມ​ໝາຍ​ສຳ​ຄັນຕໍ່ສະ​ມາ​ຊິກ​ພັກ-ພະ​ນັກ​ງານທີ່​ໄດ້​ປະ​ກອບ​ສ່ວນ​ຕໍ່​ພັກຕະຫຼອດໄລຍະ 70ປີ ຜ່ານມາ.
ໃນ​ວາ​ລະ​ທຳ​ອິດ ສະຫາຍ ວາ​ລະ​ໄຊ ເລັ່ງ​ສະ​ຫວັດ,​ ຮອງ​ເລ​ຂາ​ຄະ​ນະ​ພັກ ຮອງຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໄດ້​ໃຫ້​ກຽດ​ປະ​ດັບຫຼຽນກາ​ລະ​ນຶກ 70 ປີ ວັນ​ສ້າງ​ຕັ້ງ​ພັກ ປ​ປ ລາວ​ ໃຫ້ ສະ​ຫາຍ ບຸນ​ເຫຼືອ ພັນ​ດາ​ນຸ​ວົງ, ຮັກ​ສາ​ການ​ເລ​ຂາ​ຄະ​ນະ​ພັກ ຮັກ​ສາ​ການ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງປະ​ເທ​ດ​ສູນ​ກາງ​ພັກ; ວາ​ລະ​ຕໍ່​ມາ ສະ​ຫາຍ ບຸນ​ເຫຼືອ ພັນ​ດາ​ນຸ​ວົງ ຮັກ​ສາ​ການ​ເລ​ຂາ​ຄະ​ນະ​ພັກ ຮັກ​ສາ​ການ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງປະ​ເທ​ດ​ສູນ​ກາງ​ພັກ ໄດ້​ໃຫ້​ກຽດປະ​ດັບ​ຫຼຽນ​ກາ​ລະ​ນຶກ 70 ປີວັນ​ສ້າງ​ຕັ້ງພັກ ປ​ປ ລາວ ໃຫ້​ແກ່​ພະ​ນັກ​ງານ​ນຳ​ພາ​ຄຸ້ມ​ຄອງ ແລະ ພະ​ນັກ​ງານ​ອາ​ສຸ​ໂສ​ບຳ​ນານ ແລະ ປະ​ດັບ​ຫຼຽນ​ລະ​ນຶກ 70 ປີ ວັ​ນ​ສ້າງ​ຕັ້ງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກໃຫ້ພະ​ນັກ​ງານ​ທີ່​ເຮັດ​ວຽກ​ງານ​ຈັດ​ຕັ້ງຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ຕາມ​ລຳ​ດັບ.
ຂ່າວ: ຄຕພ; ພາບ: ແສງຈັນ