ກອງປະຊຸມລາຍງານການກຽມຄວາມພ້ອມ ແລະ ຄວາມຄືບໜ້າໃນການປະຕິບັດວຽກຂອງ ກຳມະການພິທີເປີດ-ປິດ ງານມະຫາກໍາກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ ຈັດຂຶ້ນໃນວັນທີ 25 ຕຸລາ 2024 ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ.
ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການປະຕິບັດວຽກງານຂອງກໍາມະການພິທີເປີດ-ປິດ ໃນງານມະຫາກໍາກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII. ມາຮອດປັດຈຸບັນ ມີການກຽມຄວາມພ້ອມຫລາຍດ້ານ ເປັນຕົ້ນ ດ້ານວາລະພິທີການ, ກ້ອນກໍາລັງສວນສະໜາມ, ພິທີເຊີນທຸງຊາດ ແລະ ທຸງກິລານັກຮຽນ ຂຶ້ນສູ່ຍອດເສົາ, ຂະບວນນັກກິລາແລ່ນທວນໄຟເຂົ້າສູ່ສະໜາມ ແລະ ການສະແດງສີລະປະ-ວັນນະຄະດີ ປະເພດບົດລຳ, ບົດເພງ ຄື: ລຳສາລະວັນ, ລຳດ່ຽວສາລະວັນ, ສະແດງບົດຟ້ອນວິຖີຖິ່ນແດນດິນສາລະວັນ, ສາລະວັນ ຍິນດີຕ້ອນຮັບ. ສຳລັບ ພິທີປິດ ໃນວັນທີ 22 ທັນວາ 2024, ຈະມີການເຊີນທຸງຊາດ ແລະ ທຸງກິລານັກຮຽນ ລົງຈາກຍອດເສົາ ພ້ອມດຽວກັບໄຟ ໃນອ່າງທວນໄຟ ກໍຄ່ອຍໆມອດລົງ ພ້ອມທັງມອບ-ຮັບ ທຸງກິລານັກຮຽນໃຫ້ແກ່ເຈົ້າພາບ ຄັ້ງຕໍ່ໄປ.
ຄະນະກໍາມະການພິທີເປີດ-ປິດ ໄດ້ເຄື່ອນໄຫວວຽກປຶກສາຫາລື, ຄົ້ນຄວ້າ ກ່ຽວກັບແຜນງານ, ບຸກຄະລາກອນ ແລະ ແຜນງົບປະມານ ນັບແຕ່ຕົ້ນເດືອນກໍລະກົດ 2024, ໄດ້ກໍານົດວາລະພິທີການ, ວາລະການສະແດງ, ກຳນົດຮູບແບບສວນສະໜາມກ້ອນກຳລັງໃນພິທີເປີດ, ຮູບແບບການແຫ່-ແລ່ນທວນໄຟ ແລະ ສຳເລັດໃນການກໍານົດເນື້ອໃນດ້ານຕ່າງໆ. ນອກຈາກນັ້ນ, ກໍໄດ້ເຫັນດີເປັນເອກະພາບເລືອກເອົາບົດເພງ ແລະ ບົດລຳໃນການສະແດງຄອນເສີດ, ກໍານົດຈຸດມອບ-ຮັບ ທວນໄຟ 7 ຈຸດ ແລະ ໄດ້ສຳເລັດການຄັດເລືອກນາງສາວຖືປ້າຍ ຈຳນວນ 30 ນ້ອງ ຈາກໂຮງຮຽນ ມສ ສາລະວັນ ແລະ ມສ ອົງແກ້ວ; ໄດ້ວາງແຜນການເຄື່ອນໄຫວນັບແຕ່ນີ້ ຈົນເຖິງພິທີຈັດງານຢ່າງເປັນທາງການ ເຊັ່ນ: ວາງແຜນດຳເນີນການຝຶກແອບແຕ່ລະກ້ອນກໍາລັງ, ທົດລອງ ພ້ອມທັງຕິດຕາມ, ກວດກາຄືນບັນດາໜ້າວຽກໃນແຕ່ລະດ້ານ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ





