ຄວາມຄືບໜ້າການຕິດຕາມກວດກາສະຖານທີ່ເກີດດິນຍຸບຕົວຢູ່ເຂດບ້ານປາກເປັ່ງ

ຕາມການໃຫ້ຂໍ້ມູນຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງຄໍາມ່ວນ ກ່ຽວກັບການຕິດຕາມກວດກາການຊີເຈາະເພື່ອສຶກສາໂຄງສ້າງທາງດ້ານທໍລະນີສາດບໍລິເວນເຂດທີ່ມີສະພາບດິນຍຸບຕົວຢູ່ເຂດບ້ານປາກເປັ່ງ, ເມືອງທ່າແຂກ, ແຂວງຄໍາມ່ວນ ນອນໃນເຂດສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ໃນເນື້ອທີ່ 17,980 ເຮັກຕາ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ, ຮອດວັນທີ 27 ມັງກອນ 2025 ຄືດັ່ງນີ້ :
– ຮູເຈາະທີ 1 ເຈາະສຳເລັດແລ້ວ: ມີຄວາມເລີກ 300 ແມັດ ໃນນັ້ນລະດັບຄວາມເລິກ 78.8 ແມັດ ເຖິງ 80.9 ແມັດ ແລະ ລະດັບຄວາມເລິກ 104.30 ແມັດ ເຖິງ 108.30 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ) ແລະ ໄດ້ອັດຖົມທັງໝົດ 230 ແມັດກ້ອນ ຫຼື ເທົ່າກັບ 345 ໂຕນ;
– ຮູເຈາະທີ 2 ເຈາະສໍາເລັດແລ້ວ: ມີຄວາມເລິກ 350 ແມັດ ໃນນັ້ນລະດັບຄວາມເລິກ 61.1 ແມັດ ເຖິງ 64.3 ແມັດ ແລະ ລະດັບຄວາມເລິກ 80.9 ແມັດ ເຖິງ 83.4 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ) ແລະ ໄດ້ອັດຖົມທັງໝົດ 330 ແມັດກ້ອນ ຫຼື ເທົ່າກັບ 495 ໂຕນ;
– ຮູເຈາະທີ 3 ເຈາະສຳເລັດແລ້ວ: ມີຄວາມເລິກ 500.45 ແມັດ ຊັ້ນດິນສ່ວນ ໃຫຍ່ເປັນຊັ້ນດິນໜຽວ ແລະ ດິນຕົມ ຊັ້ນດິນມີລັກສະນະຜຸຜຸ່ຍ ໄດ້ອັດຖົມທັງໝົດ 662.90 ແມັດກ້ອນ ຫຼື ເທົ່າກັບ 995.35 ໂຕນ.
ໃນບາດກ້າວຕໍ່ໄປ ຂະແໜງການທີ່ກ່ຽວຂ້ອງຂອງລັດ ຈະຮ່ວມກັບບໍລິສັດ ເພື່ອດໍາເນີນການສຶກສາສໍາຫຼວດດ້ວຍວິທີສໍາຫຼວດທາງທໍລະນີຟີຊິກ (Seismic Reflection Survey) ແລະ ສ້າງແບບຈໍາລອງໂຄງສ້າງທາງດ້ານທໍລະນີສາດບໍລິເວນດັ່ງກ່າວ, ຊຶ່ງຄາດວ່າຈະເລີ່ມລົງມືໃນຊ່ວງຕົ້ນເດືອນ ກຸມພາ 2025.
Cr. khammouane news


