ວັນທີ 10 ກຸມພາ 2024, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະນໍາຂອງແຂວງ, ຄະນະນໍາເມືອງດາກຈຶງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດ ຕາມຄວາມຄືບໜ້າ ການບູລະນະຖານທີ່ໝັ້ນ ຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ຢູ່ເຂດບ້ານດາກປໍາ ເມືອງດາກຈຶງ.
ການບູລະນະຖານທີ່ໝັ້ນ ຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ໂດຍມີປະທານ ຄໍາໄຕ ສີພັນດອນ ອະດີດປະທານພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ເປັນຜູ້ນໍາພາ-ບັນຊາ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນເດືອນທັນວາ 2023 ເປັນຕົ້ນມາ ຕາມໜ້າວຽກບູລະນະທີ່ໄດ້ຮັບການອະນຸມັດ ມາຮອດປັດຈຸບັນສໍາເລັດຫຼາຍກວ່າ 50% ແລະ ຈະໃຫ້ສໍາເລັດ, ເປີດບໍລິການໃຫ້ແຂກ ກໍຄື ນັກທ່ອງທ່ຽວໄດ້ເຂົ້າໄປທ່ຽວຊົມໃນຕົ້ນເດືອນເມສາ 2024 ພ້ອມກັບການສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ.
ໃນໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໃຫ້ຮູ້ວ່າ: ການບູລະນະຖານທີ່ໝັ້ນ ຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ມີຄວາມໝາຍສໍາ ຄັນເປັນຢ່າງຍິ່ງ ເພື່ອຈາລຶກຄຸນງາມຄວາມດີ, ຮັກສາໄວ້ເປັນສະ ຖານທີ່ທ່ອງທ່ຽວ, ເປັນບ່ອນສຶກສາອົບຮົມມູນເຊື້ອປະຕິວັດ, ບ່ອນສຶກສາຮໍ່າຮຽນ ແລະ ຮຽນຮູ້ກ່ຽວກັບປະຫວັດສາດ ຂອງການປະຕິວັດລາວໃຕ້ ແລະ ເປັນການສະເຫຼີມສະຫຼອງວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024).
ຂ່າວ-ພາບ: ສັນຍາ






