ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາມຄືບໜ້າການປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015

Nov 29, 2024

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຕາງ ໜ້າຄະນະກໍາມະການລະດັບຊາດ ໄດ້ລາຍງານກ່ຽວກັບຄວາມຄືບໜ້າໃນການປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນວັນທີ 29 ພະຈິກນີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາ ແຫ່ງຊາດ.
ທ່ານ ຈະເລີນ ເຢຍປາວເຮີ ລາຍງານວ່າ: ນັບແຕ່ຄະນະກຳມະ ການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ລາຍງານການກະ ກຽມວຽກງານຮອບດ້ານໃນການປັບປຸງລັດຖະທຳມະນູນ ຕໍ່ກອງປະຊຸມສະໄໝສາມັນເທື່ອ 7 ຂອງສະພາແຫ່ງ ຊາດ ຊຸດທີ IX ໃນວັນທີ 17 ມິຖຸນາ 2024 ເປັນຕົ້ນມາ, ຄະນະກຳມະ ການລະດັບຊາດປັບປຸງລັດຖະທຳມະນູນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງ ຖິ່ນ ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ (15 ວຽກງານຈຸດສຸມ) ໃນການປັບປຸງລັດຖະ ທຳມະນູນ ທີ່ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອ 7 ສຳ ເລັດເປັນສ່ວນໃຫຍ່. ໃນນັ້ນ, ຜ່ານການຄົ້ນຄວ້າ ແລະ ປະກອບຄວາມເຫັນຢ່າງຫຼາກຫຼາຍ ຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI, ສູນກາງພັກໄດ້ມີທິດຊີ້ນໍາ ຕໍ່ການປັບປຸງລັດຖະທຳມະນູນປີ 2015 ເປັນຕົ້ນແນໃສ່ການປັບ ປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການ ເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງດ້ານກົດໝາຍ ກໍຄືນິຕິກຳທີ່ຈະວາງອອກໃນຕໍ່ໜ້າ ໃຫ້ຮັບປະ ກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່.
ທ່ານ ຈະເລີນ ເຢຍປາວເຮີ ກ່າວຕື່ມວ່າ: ໃນບັ້ນປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ປີ 2015 ໄດ້ມີຄຳເຫັນ, ຂໍ້ສະເໜີຕ່າງໆ ຢ່າງຫຼາກຫຼາຍ ຕໍ່ການປັບປຸງໂຄງສ້າງ, ໝວດ, ມາດຕາຕ່າງໆ ຂອງ ລັດຖະທຳມະນູນ. ແຕ່ອີງໃສ່ທິດຊີ້ນໍາຂອງສູນກາງພັກດັ່ງກ່າວ, ໃນວັນທີ 25 ພະຈິກ 2024 ຜ່ານມາ ຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນ ໄດ້ດໍາເນີນກອງປະຊຸມຄົ້ນຄວ້າ, ປັບປຸງ, ຮຽບຮຽງ ເນື້ອໃນຂອງລັດຖະທຳ ມະນູນ ສະບັບຮ່າງເບື້ອງຕົ້ນ ໃຫ້ສອດຄ່ອງກັບທິດຊີ້ນໍາຂອງສູນກາງພັກ. ໃນນີ້, ໄດ້ຮັກສາໂຄງສ້າງ, ໝວດຕ່າງໆ ຂອງລັດຖະ ທຳມະນູນ ສະບັບປີ 2015 ໄວ້ຄືເກົ່າ, ເອົາການກວດກາລັດທີ່ເປັນເນື້ອໃນໃໝ່ ເຂົ້າໃສ່ໝວດການກວດສອບແຫ່ງລັດ; ຮັກສາໄວ້ເນື້ອໃນບັນດາມາດຕາ ທີ່ຍັງສອດຄ່ອງ, ຍັງສາມາດນໍາໃຊ້ໄດ້ ເປັນຕົ້ນມາດຕາ 3 ໝວດທີ I; ປັບປຸງມາດຕາຈໍານວນໜຶ່ງທີ່ບໍ່ສອດຄ່ອງ ເປັນຕົ້ນບັນດາມາດຕາໃນໝວດລະບອບເສດຖະກິດ ແລະ ສັງຄົມ, ໝວດສະພາປະຊາຊົນທ້ອງຖິ່ນ; ຍົກ ເລີກ 2 ມາດຕາໃນໝວດອົງການປົກຄອງທ້ອງຖິ່ນ ແລະ ປັບປຸງໝວດອົງການປົກຄອງທ້ອງຖິ່ນ, ຍ້າຍເນື້ອໃນມາດຕາ 11 ໄປໃສ່ ໝວດທີ III ແລະ ກຳນົດເນື້ອໃນໃໝ່ໃສ່ມາດຕາ 11; ເພີ່ມໃໝ່ມາດຕາຈໍານວນໜຶ່ງ ກ່ຽວກັບການກວດກາລັດ ແລ້ວຈຶ່ງນໍາມາສະເໜີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອທາບທາມຄໍາເຫັນຂອງກອງປະຊຸມ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ຕໍ່ກັບບັນດາເນື້ອໃນ ທີ່ມີການປັບປຸງ ແລະ ເພີ່ມເຂົ້າໃໝ່ ແນໃສ່ເຮັດໃຫ້ຮ່າງລັດຖະທຳມະນູນ ສະບັບປັບປຸງມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ສອດຄ່ອງ ແທດເໝາະກັບສະພາບຄວາມເປັນຈິງ ໃນໄລຍະໃໝ່. ຮ່າງລັດຖະທຳມະນູນສະບັບເບື້ອງຕົ້ນມີດັ່ງນີ້: ດ້ານໂຄງສ້າງຂອງລັດຖະທຳມະນູນ ລັດຖະທຳມະ ນູນ ສະບັບປີ 2015 ປະກອບມີ 14 ໝວດ ແລະ 119 ມາດຕາ. ສໍາລັບຮ່າງ ລັດຖະທຳມະນູນ ສະບັບປັບປຸງໃໝ່ນີ້ປະກອບມີ 14 ໝວດ ແລະ 122 ມາດຕາ. ໃນນີ້, ໄດ້ປັບປຸງ 48 ມາດຕາ (ປັບວິທີຂຽນ, ຕັດ ຫຼື ເພີ່ມບາງເນື້ອໃນໃໝ່ ໃຫ້ຮັດກຸມ, ຄົບຖ້ວນ, ສົມບູນ ແລະ ສອດຄ່ອງ), ເພີ່ມໃໝ່ 5 ມາດຕາ ແລະ ຮັກສາໄວ້ 69 ມາດຕາ.
ຂ່າວ: ຂປລ
May be an image of 1 person and text