ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາມຄືບໜ້າຂອງສາເຫດດິນຍຸບຕົວ ຢູ່ບໍລິເວນເຂດບ້ານປາກເປັ່ງ ເມືອງທ່າແຂກ

Jan 16, 2025

ໃນວັນທີ 14 ມັງກອນ 2025 ຄະນະທິມງານຈາກກະຊວງ ພະລັງງານ ແລະ ບໍ່ແຮ່ (ກົມຄຸ້ມຄອງບໍ່ແຮ່, ກົມທໍລະນີສາດ ແລະ ແຮ່ທາດ), ຄະນະວິສະວະກໍາສາດ(ມະຫາວິທະຍາໄລແຫ່ງຊາດ) ໄດ້ສົມທົບກັບ ພະແນກພະລັງານ ແລະ ບໍ່ແຮ່ແຂວງຄຳມ່ວນ, ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງທ່າແຂກ, ຄະນະວິຊາການຕິດຕາມການຊີເຈາະສຳຫຼວດພາກສະໜາມ (ເຂດດິນຍຸບຕົວ) ແລະ ຄະນະວິຊາການຂອງບໍລິສັດ ຊີໂນອາກກຣີໂປຕາສ ຈໍາກັດ ລົງຕິດຕາມກວດກາຄວາມຄືບໜ້າ ຂອງການຊີເຈາະເພື່ອສຶກສາໂຄງສ້າງທາງດ້ານທໍລະນີສາດບໍລິເວນເຂດທີ່ມີສະພາບດິນຍຸບຕົວ ຢູ່ເຂດບ້ານປາກເປັ່ງ, ເມືອງທ່າແຂກ, ແຂວງຄໍາມ່ວນ; ໃນການເຈາະສໍາຫຼວດຄັ້ງນີ້ ໄດ້ຄັດເລືອກເອົາ 3 ຈຸດ (ເປັນຮູບສາມແຈ) ເພື່ອດໍາເນີນການຊີເຈາະ ທັງນີ້ກໍເພື່ອໃຫ້ຄວບຄຸມເອົາບໍລິເວນຈຸດທີ່ມີສະພາບດິນຍຸບຕົວ ເຊິ່ງເຄື່ອງຈັກຊີເຈາະດັ່ງກ່າວມີຄວາມສາ ມາດໃນການເຈາະເລິກສຸດປະມານ 500 ແມັດຈາກໜ້າດິນ; ຈາກຜົນຂອງການຊີເຈາະໃນເບື້ອງຕົ້ນເຫັນໄດ້ວ່າ: ຮູເຈາະທີ 1 ມີຄວາມເລີກ 300 ແມັດ ໃນນັ້ນລະດັບຄວາມເລິກ 78.8 ແມັດ ເຖິງ 80.9 ແມັດ ແລະ ຄວາມເລິກລະດັບ 104.30 ແມັດ ເຖິງ 108.30 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ); ຮູເຈາະທີ 2 ມີຄວາມເລິກ 350 ແມັດ ໃນນັ້ນ ລະດັບຄວາມເລິກ 61.1 ແມັດ ເຖິງ 64.3 ແມັດ ແລະ ຄວາມເລິກລະດັບ 80.9 ແມັດ ເຖິງ 83.4 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ) ແລະ ຮູເຈາະທີ 3 ມີຄວາມເລິກ 104.45 ແມັດ ສ່ວນໃຫຍ່ເປັນຊັ້ນດິນໜຽວ ແລະ ຫີນຕົມ; ພ້ອມນັ້ນ, ກໍໄດ້ຄັດເລືອກເອົາຕົວຢ່າງຈາກແທ່ງເຈາະ (ທີ່ໄດ້ຈາກການເຈາະ) ໄປວິເຄາະວິໄຈ ຊອກຫາຄຸນລັກສະນະທາງດ້ານເຄມີ ແລະ ຟີຊິກ. ສໍາລັບຮູເຈາະທີ 3 ນີ້ ຈະສືບຕໍ່ດໍາເນີນ ການເຈາະໃຫ້ທະລຸຊັ້ນເກືອ, ຄາດວ່າຈະສໍາເລັດໃນວັນທີ 21 ມັງກອນນີ້.
ຈາກຜົນຂອງການຊີເຈາະມາຮອດປະຈຸບັນ ໃນລະດັບຄວາມເລີກ 300 ເຖິງ 350 ແມັດຈາກໜ້າດິນ ເລິກກ່ອນລະດັບອຸໂມງໃຕ້ດິນທີ່ບໍລິສັດກໍາລັງດໍາເນີນການຂຸດຄົ້ນຢູ່ໃນປະຈຸບັນນັ້ນ ເຫັນວ່າ ບໍ່ພົບກິດຈະກໍາຂອງການຂຸດຄົ້ນເກືອໂປຕາສ ຢູ່ໃຕ້ດິນໃນບໍລິເວນດັ່ງກ່າວ, ສອດຄ່ອງກັບຜົນການກວດກາວັດແທກຂອບ ເຂດການຂຸດຄົ້ນໃຕ້ດິນຂອງກົມແຜນທີ່ແຫ່ງຊາດໃນເດືອນທັນ ວາ 2024 ທີ່ຜ່ານມາ ໂດຍມີແລວເສັ້ນການວັດແທກເກາະກ່າຍຕາມແລວອຸໂມງຄວາມຍາວປະມານ 14 ກິໂລແມັດ, ຂອບເຂດການຂຸດຄົ້ນໃຕ້ດິນຂອງບໍລິສັດ (ຈຸດທີ່ໃກ້ສຸດ) ມີໄລຍະຫ່າງຈາກຈຸດທີ່ມີສະພາບດິນຍຸບ ປະມານ 176 ແມັດ, ຫ່າງຈາກອຸໂມງລົມ 422 ແມັດ ແລະ ການຂຸດຄົ້ນຂອງບໍລິສັດຢູ່ໃນລະດັບຄວາມເລິກ ຈາກໜ້າດິນປະມານ 171 – 194 ແມັດ.
ໃນບາດກ້າວຕໍ່ໄປ ເພື່ອເປັນຂໍ້ມູນສົມທົບໃຫ້ການສຶກສາສະພາບດິນຍຸບດັ່ງກ່າວມີຄວາມຊັດເຈນ ແລະ ໃກ້ຄຽງສະພາບຄວາມເປັນຈິງຍິ່ງຂຶ້ນ; ຂະແໜງການທີ່ກ່ຽວຂ້ອງຂອງລັດ ຈະຮ່ວມກັບບໍລິສັດ ດໍາເນີນການສືບຕໍ່ສຶກສາສໍາຫຼວດດ້ວຍວິທີສໍາຫຼວດທາງທໍລະນີຟີຊິກ (Seismic Reflection Survey) ແລະ ສ້າງແບບຈໍາລອງໂຄງສ້າງທາງດ້ານທໍລະນີສາດບໍລິເວນດັ່ງກ່າວ ໂດຍຈະໃຫ້ສໍາເລັດ ແລະ ລາຍງານຕໍ່ລັດຖະບານ ໃນໄວໆ ນີ້.
ຂ່າວ: ແຂວງຄຳມ່ວນ