ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາມຄືບໜ້າ ເຫດລົດເມໂດຍສານເກີດອຸບັດຕິເຫດຕໍາຕົ້ນໄມ້ໃຫຍ່ ເສຍຊິວິດຄາທີ່ 1 ຄົນ

Jan 27, 2025

ຄວາມຄືບໜ້າ ເຫດລົດເມໂດຍສານເກີດອຸບັດຕິເຫດຕໍາຕົ້ນໄມ້ໃຫຍ່ ເສຍຊິວິດຄາທີ່ 1 ຄົນ
ອີງຕາມຂໍ້ມູນຈາກໜັງສືພິມຈໍາປາໃໝ່ ລາຍງານຫລ້າສຸດກ່ຽວກັບເຫດການລົດເມໂດຍສານ ວຽງຈັນ​ – ປາກເຊ ເສຍຫຼັກ ລົງຂ້າງທາງໄປຕໍາໃສ່ຕົ້ນໄມ້ໃຫຍ່ຢູ່ເຂດບ້ານໜອງສະໂນ, ເມືອງລະຄອນເພັງ, ແຂວງສາລະວັນ ໃນວັນທີ 26 ມັງກອນ 2025 ໂດຍອ້າງອີງຈາກການງາຍຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງສາລະວັນ ໃຫ້ຮູ້ວ່າ​: ເຫດການດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ​(ເພດຊາຍ),​ ບາດເຈັບທັງໝົດ​ 43​ ຄົນ,​ ຍິງ​ 13​ ຄົນ,​ ໃນນັ້ນ​ ຄົນລາວ​ 14​ ຄົນ,​ ຍິງ​ 1 ຄົນ,​ ແລະ ຕ່າງປະເທດ​ 29​ ຄົນ,​ ຍິງ​​ 12​ ຄົນ.