ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໃຫ້ຮູ້ໃນໂອກາດຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍພະນັກງານ- ລັດຖະກອນ ສະບັບປັບປຸງຢູ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025 ວ່າ: ໂດຍອີງໃສ່ແນວທາງນະໂຍບາຍປ່ຽນແປງໃໝ່ທີ່ມີຫລັກການ ແລະ ວຽກງານຈຸດສຸມຂອງພັກ ແລະ ລັດຖະບານ, ແຜນພັດທະນາສະພາບເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດວຽກງານຄຸ້ມຄອງລັດຖະກອນຂອງ ສປປ ລາວ ຮອດປີ 2030 ສົມທົບກັບພຶດຕິກໍາຕົວຈິງ ໃນການຈັດຕັ້ງປະຕິບັດບັນດານິຕິກຳກ່ຽວກັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ໃນໄລຍະ 10 ປີ ຜ່ານມາ (2015-2025)
ພ້ອມນີ້ ໂດຍອີງໃສ່ຜົນການລົງປະເມີນ, ທາບທາມຄຳເຫັນຈາກບັນດາພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງລັດຖະກອນໃນຂອບເຂດທົ່ວປະເທດ ເຫັນວ່າມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະກອນ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ໂດຍສະເພາະແມ່ນຂອດການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນໃນປັດຈຸບັນ ແລະ ຕໍ່ໜ້າ ໂດຍຄະນະຮັບຜິດຊອບ ໄດ້ຄົ້ນຄວ້າ ແລະ ສະເໜີປັບປຸງຂອບເຂດການນໍາໃຊ້ກົດໝາຍ, ອາຍຸເຂົ້າເປັນລັດຖະກອນ, ອາຍຸກະສຽນບຳນານ, ຊື່ເອີ້ນຕຳແໜ່ງບໍລິຫານ, ຂັ້ນຂອງຕຳແໜ່ງວິຊາການ, ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງພະນັກງານ-ລັດຖະກອນ ຂັ້ນສູນກາງ, ຂັ້ນຕາແສງ ແລະ ອື່ນໆ.
ສໍາລັບຮ່າງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ຄະນະຮັບຜິດຊອບໄດ້ປັບປຸງຈາກຈາກ 09 ພາກ 18 ໝວດ 99 ມາດຕາ ມາເປັນ 09 ພາກ 19 ໝວດ 101 ມາດຕາ ເຊິ່ງສະມາຊິກສະພາແຫ່ງຊາດຈະລົງຄະນະແນນສຽງຮັບຮອງເອົາໃນມື້ສຸດທ້າຍຂອງການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ກໍຄື ວັນທີ 20 ມີນາ 2025.



