ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນຊຸມປີ ຜ່ານມາ, ໝາກຖົ່ວລຽນ ທີ່ຖືກເອີ້ນວ່າເປັນ “ລາຊາແຫ່ງໝາກໄມ້” ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກຊາວຈີນ ນັບມື້ນັບຫລາຍຂຶ້ນ. ຕົວເລກຂໍ້ມູນຈາກອົງການຟາວ ສະຫະປະຊາຊາດ ສະແດງແຈ້ງໃຫ້ຮູ້ວ່າ: ໝາກຖົ່ວລຽນ 95% ໃນທົ່ວໂລກໄດ້ສົ່ງເຂົ້າປະເທດຈີນ. ຕາມສະຖິຕິຂອງ ອົງການພາສີແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ຍອດປະລິມານການນຳເຂົ້າ ໝາກຖົ່ວທຽນສົດຂອງຈີນ ໃນປີ 2023 ໄດ້ບັນລຸເຖິງ 6,7 ຕື້ໂດລາ;ໃນນັ້ນ, ສ່ວນຫລວງຫລາຍແມ່ນມາຈາກພາກພື້ນອາຊີຕາເວັນອອກສຽງໃຕ້.
ເພື່ອຕອບສະໜອງຕາມຄວາມຕ້ອງການອັນມະຫາສານຂອງຕະຫລາດ ຈີນ ທີ່ມີຕໍ່ໝາກຖົ່ວລຽນ, ຫລາຍປະເທດໃນອາຊີຕາເວັນອອກສຽງໃຕ້ ໄດ້ເລີ່ມມີການເຄື່ອນໄຫວຕົວຈິງ. ຕະຫລອດ 12 ປີຜ່ານມາ, ຜົນຜະລິດໝາກຖົ່ວລຽນຂອງໄທ ໄດ້ເພີ່ມຂຶ້ນເກືອບ 2 ເທົ່າ, ຊາວກະສິກອນ ຫວຽດນາມ ຈຳນວນຫລວງຫລາຍທີ່ເຄີຍປູກກາເຟ ໃນເມື່ອກ່ອນກໍໄດ້ຫັນ ມາປູກໝາກຖົ່ວລຽນ. ໃນຊຸມປີຜ່ານມາ, ລາວ ກໍເລີ່ມພັດທະນາຂະແໜງການປູກໝາກຖົ່ວລຽນເຊັ່ນດຽວກັນ. ຕາມການລາຍງານຂ່າວຂອງ ໜັງສືພິມວຽງຈັນທາມ, ໃນໄລຍະມໍ່ໆມານີ້, ບໍລິສັດກະສິກຳ ແຫ່ງໜຶ່ງຂອງ ເມືອງປາກຊ່ອງ ທາງພາກໃຕ້ຂອງລາວ ກຽມຈະຂະຫຍາຍສວນປູກໝາກຖົ່ວລຽນ ຂອງຕົນເພື່ອຕອບສະໜອງຕາມຄວາມຕ້ອງການພາຍໃນ ປະເທດລາວ ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ກຽມຈະສົ່ງອອກໄປ ຕະຫລາດຈີນ ໃນປີ 2025. ສ່ວນສະມາຄົມການຄ້າກະສິກຳລາວ, ຜູ້ຕາງໜ້າ ຂະແໜງການປູກໝາກຖົ່ວລຽນລາວ ແລະ ນັກທຸລະກິດນຳເຂົ້າຜະລິດຕະພັນກະສິກຳຈີນ ກໍໄດ້ຈັດກອງປະຊຸມ 3 ຝ່າຍ, ນັກທຸລະກິດປູກໝາກຖົ່ວລຽນລາວ ກໍຕັ້ງໜ້າຄົ້ນຄວ້າໂອກາດເຂົ້າສູ່ຕະຫລາດຈີນເຊັ່ນດຽວກັນ.
ການຂົນສົ່ງໝາກໄມ້ເຂດຮ້ອນຕ່າງໆ ເຊັ່ນ: ໝາກຖົ່ວລຽນ, ໝາກກ້ວຍ ເປັນຕົ້ນຕ້ອງແຂ່ງກັບເວລາ ຍ້ອນວ່າໝາກໄມ້ສົດສຸກແລ້ວຈະເປື່ອຍງ່າຍ. ການຂົນສົ່ງຕາມທາງລົດໄຟເປັນຮູບແບບການຂົນສົ່ງທີ່ລາຄາຖືກ ແລະ ໄວ້ໃຈໄດ້ທີ່ສຸດ. ໃນຖານະເປັນພາກສ່ວນສຳຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟ ຈີນ-ລາວ ໄດ້ເປັນພະລັງຂັບເຄື່ອນ ທີ່ແຂງແຮງໃຫ້ແກ່ການພັດທະນາຂອງປະເທດລາວ. ທາງລົດໄຟສາຍນີ້ ເລີ່ມເປີດບໍລິການຕັ້ງແຕ່ເດືອນ ທັນວາ ປີ 2021, ຖ້າຂີ່ລົດໄຟຕາມທາງ ລົດໄຟ ຈີນ-ລາວ ຈາກນະຄອນຫລວງວຽງຈັນ ໄປເຖິງນະຄອນຄຸນໝິງ ທີ່ເປັນສູນການຄ້າຕົ້ນຕໍທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ດຽວນີ້ ເສຍເວລາບໍ່ເຖິງ 10 ຊົ່ວໂມງແລ້ວ. ທາງລົດໄຟ ຈີນ-ລາວ ໄດ້ປ່ຽນແປງ ສະພາບການສົ່ງອອກໝາກໄມ້ເຂດຮ້ອນຂອງໄທ ແລະ ລາວ ຢ່າງເຖິງຖອງ, ໝາກຖົ່ວລຽນຂອງໄທ ແລະ ໝາກກ້ວຍຂອງລາວ ໄດ້ສົ່ງເຂົ້າຕະຫລາດຈີນ ໂດຍຜ່ານທາງລົດໄຟສາຍນີ້ນັບມື້ນັບຫລາຍຂຶ້ນ.
ຫວ່າງມໍ່ໆມານີ້, ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນຈາກນະຄອນຫລວງວຽງຈັນຂອງລາວ ຫານະຄອນຫລວງປັກກິ່ງຂອງຈີນ ໄດ້ຂົນສົ່ງໝາກກ້ວຍຄຸນນະພາບດີ 390 ໂຕນ ໄດ້ເດີນທາງອອກຈາກສະຖານີ ວຽງຈັນໃຕ້ ຜ່ານທາງລົດໄຟ ຈີນ-ລາວ ເດີນທາງໄປເຖິງນະຄອນຫລວງ ປັກກິ່ງຂອງຈີນ. ພາຍຫລັງເປີດຂະບວນລົດໄຟແຊ່ເຢັນດັ່ງກ່າວແລ້ວ, ສ່ວນແບ່ງໃນຕະຫລາດນະຄອນຫລວງປັກກິ່ງ ຂອງໝາກກ້ວຍລາວ ຈະສາມາດເພີ່ມຂຶ້ນຈາກ 30% ເປັນ 50% ຂຶ້ນໄປ.
ລັດຖະບານລາວ ກໍໄດ້ຝາກຄວາມຫວັງຕໍ່ຂະແໜງການປູກໝາກ ຖົ່ວລຽນ ແລະ ຫວັງວ່າຂະແໜງການດັ່ງກ່າວຈະສາມາດຊ່ວຍຫລຸດຜ່ອນຄວາມທຸກຍາກ. ໃນເວລາລົງກວດກາສວນປູກໝາກຖົ່ວລຽນ ທາງພາກໃຕ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮຽກຮ້ອງໃຫ້ນັກລົງທຶນພະຍາຍາມສ້າງໂອກາດປະກອບອາຊີບ ແລະ ເພີ່ມທະວີການສ້າງພື້ນຖານໂຄງລ່າງຂອງທ້ອງຖິ່ນ ພ້ອມດຽວກັນ ກໍຮັບປະກັນມາດຕະຖານດ້ານການອະນຸລັກສິ່ງແວດລ້ອມ.





