“ຄວາມທັນສະໄໝແບບຈີນບໍ່ພຽງແຕ່ມີສີສັນພິເສດອັນສົດໃສທີ່ຖືກກັບສະພາບຄວາມເປັນຈິງຂອງຈີນເທົ່ານັ້ນ, ຫາກຍັງມີຄວາມໝາຍທົ່ວໂລກທີ່ເລິກເຊິ່ງແລະກວ້າງຂວາງອີກດ້ວຍ.” ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງປະທານປະເທດຈີນເດີນທາງໄປຢ້ຽມຢາມເອີຣົບ, ຜູ້ຊ່ຽວຊານແລະນັກທຸລະກິດຂອງສອງປະເທດຈີນແລະ ຝຣັ່ງໄດ້ເປິກສາຫາລືກັນໃນກອງປະຊຸມເວທີເປິກສາຫາລືການຮ່ວມມື ແລະການພັດທະນາດ້ານວັດທະນະທຳຈີນ-ຝຣັ່ງທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີຂອງຝຣັ່ງໂດຍປິ່ນອ້ອມຫົວຂໍ້ “ຄວາມທັນສະໄໝແບບຈີນ”.
ຄວາມທັນສະໄໝແບບຈີນໄດ້ເນັ້ນໃສ່ການໃຫ້ປະເທດຕ່າງໆໃນໂລກຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຊຸກຍູ້ການຮ່ວມກັນໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ພ້ອມທັງປະກອບສ່ວນເພື່ອສັນຕິພາບແລະການພັດທະນາຂອງໂລກ. ທ່ານສີຈິ້ນຜິງປະທານປະເທດຈີນເຄີຍກ່າວວ່າ: “ທ່ວງທ່າໃຫຍ່ຂອງປະຫວັດສາດຈະບໍ່ມີການປ່ຽນແປງ, ການຕັດສາຍພົວພັນດ້ານເສດຖະກິດບໍ່ແມ່ນວິທີທາງອອກ, ການເປີດປະຕູສູ່ພາຍນອກ ແລະການຮ່ວມມືເປັນທາງເລືອກພຽງໜຶ່ງດຽວເທົ່ານັ້ນ.” ບໍ່ວ່າສະຖານະການສາກົນຈະຜັນແປໄປທາງໃດ, ຈີນກໍຈະຢືນຢູ່ທາງເລືອກປະຫວັດສາດທີ່ຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ, ຊຸກຍູ້ການພັດທະນາດ້ວຍການເປີດປະຕູສູ່ພາຍນອກ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດແລະສ້າງໂອກາດໃໝ່ໃຫ້ແກ່ໂລກດ້ວຍການພັດທະນາໃໝ່ຂອງຈີນ.
ປີນີ້ແມ່ນປີສຳຄັນອີກປີໜຶ່ງທີ່ຈີນລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານ. ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານສີຈິ້ນຜິງ, ຈີນໄດ້ວາງນະໂຍບາຍແລະມາດຕະການຕ່າງໆຕາມໆກັນເພື່ອຍົກລະດັບການເປີດປະຕູສູ່ພາຍນອກຂຶ້ນສູ່ລະດັບສູງ ເຊັ່ນ: ສັນຍາຍົກເວັ້ນວີຊາລະຫວ່າງຈີນກັບສິງກະໂປ ແລະໄທມີຜົນບັງຄັບໃຊ້ຢ່າງເປັນທາງການ; ໄດ້ທົດລອງຍົກເວັ້ນວີຊາໃຫ້ແກ່ຜູ້ຖືພາສປອດທຳມະດາຂອງ 6 ປະເທດຄື: ສະວິດ, ອຽກລັງ, ຮົງກາຣີ, ໂອຕຣິດ, ແບນຊິກ ແລະລູກຊຳບວກ; ໄດ້ສ້າງຄວາມສະດວກດ້ານການຊຳລະບັນຊີຕື່ມອີກໃຫ້ແກ່ຊາວຕ່າງປະເທດທີ່ເດີນທາງເຂົ້າຈີນ ແລະອື່ນໆ. ການປັບປຸງນະໂຍບາຍແລະມາດຕະການຕ່າງໆໃຫ້ດີຂຶ້ນຕື່ມອີກຄືດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນວ່າ, ຈີນມີຄວາມຈິງໃຈໃນການເປີດປະຕູສູ່ພາຍນອກແລະຮ່ວມມືກັນ, ທັງໄດ້ສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ການໄປມາຫາສູ່ກັນບົນຈິດໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບຕ່າງປະເທດ. ນອກນີ້, ຈີນຍັງໄດ້ວາງ “ແຜນດຳເນີນງານໃນການຊຸກຍູ້ການເປີດປະຕູສູ່ພາຍນອກຢ່າງມີລະດັບສູງ ເພື່ອຊ່ວຍດຶງດູດທຶນຕ່າງປະເທດໃຫ້ໄດ້ຫຼາຍກວ່າເກົ່າ”, ຈີນໄດ້ເປີດເຜີຍບັນຊີດ້ານລົບກ່ຽວກັບດ້ານການຄ້າແລະການບໍລິການຂ້າມຊາດໃນຂອບເຂດທົ່ວປະເທດເປັນຄັ້ງທຳອິດ, ມາດຕະການເຫຼົ່ານີ້ໄດ້ເປີດກວ້າງພື້ນທີ່ການລົງທຶນຂອງນັກທຸລະກິດຕ່າງປະເທດ, ໄດ້ປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດໃຫ້ດີຂຶ້ນ ແລະ ເພີ່ມຄວາມໝັ້ນໃຈຂອງນັກທຸລະກິດຕ່າງປະເທດໃນການພັດທະນາຢູ່ຈີນ.
ໄຕມາດທຳອິດປີນີ້, ມີວິສາຫະກິດການລົງທຶນຂອງຕ່າງປະເທດ 12.000 ແຫ່ງສ້າງຕັ້ງຂຶ້ນຢູ່ຈີນ, ເພີ່ມຂຶ້ນ 20,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ການລົງທຶນຕົວຈິງຂອງຕ່າງປະເທດມີເຖິງ 310.67 ຕື້ຢວນ, ເພີ່ມຂຶ້ນ 41,7% ເມື່ອທຽບໃສ່ໄຕມາດທີ 4 ຂອງປີກາຍ. GDP ຂອງຈີນໄດ້ເພີ່ມຂຶ້ນ 5,3% ໃນໄຕມາດທຳອິດປີນີ້. ຫຼາຍອົງການຈັດຕັ້ງສາກົນລ້ວນແຕ່ໄດ້ປັບຄາດໝາຍຕໍ່ການເຕີບໂຕຂອງເສດຖະກິດຈີນໃນປີນີ້ໃຫ້ສູງຂຶ້ນຕາມໆກັນ.
ນັບແຕ່ຈີນໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນຕົ້ນມາ, ໄດ້ດຶງດູດ 150 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນເຂົ້າຮ່ວມ, ໄດ້ປະຕິບັດໂຄງການຮ່ວມມືຫຼາຍພັນໂຄງການ ແລະໄດ້ຮ່ວມກັນລົງທຶນເກືອບພັນຕື້ໂດລາ. ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ່ອງແສງໃຫ້ເຫັນເຖິງໂຄງຄວາມຄິດດ້ານການຮ່ວມມືສາກົນຂອງຈີນຢ່າງເຕັມທີ່ ແລະໄດ້ສ້າງຜົນການຮ່ວມມືທີ່ໂດດເດັ່ນ. ຄຽງຄູ່ກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກ້າວເຂົ້າສູ່ໄລຍະການພັດທະນາທີ່ມີຄຸນນະພາບສູງ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບຝ່າຍຕ່າງໆກໍຈະກ້າວຂຶ້ນສູ່ລະດັບໃໝ່. ໂດຍຜ່ານຈາກການຮ່ວມມືດ້ານເສດຖະກິດການຄ້າ, ການຊົມໃຊ້ໝາກຜົນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີຮ່ວມກັນ, ການປັບປຸງການເຊື່ອມຕໍ່ກັນລະຫວ່າງຊາດໃຫ້ດີຂຶ້ນແລະວິທີອື່ນໆ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ຈະຊຸກຍູ້ການເຕີບໂຕແບບກວມລວມລະຫວ່າງຈີນກັບຄູ່ຮ່ວມມືໃຫ້ໄດ້ດີກວ່າເກົ່າ.
ປັດຈຸບັນ, ໂລກພວມປະເຊີນໜ້າກັບສິ່ງທ້າທາຍທີ່ສັບສົນ, ໂລກຕ້ອງການການຮ່ວມມືຫາກບໍ່ແມ່ນການເປັນປໍລະປັກກັນ, ຕ້ອງການການພົວພັນເປັນຄູ່ຮ່ວມມືຫາກບໍ່ແມ່ນ “ຕັດສາຍພົວພັນດ້ານເສດຖະກິດ”. ຈີນໄດ້ພະຍາຍາມປູກດອກໄມ້ສົດໃນສວນດອກໄມ້ແຫ່ງອະລິຍະທຳຂອງມວນມະນຸດ, ສຸມໃສ່ການສ້າງໂອກາດການພັດທະນາໃຫ້ແກ່ໂລກດ້ວຍຄວາມທັນສະໄໝແບບຈີນ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.





