“ຈີນໄດ້ກ້າວ ເຂົ້າສູ່ເສັ້ນທາງແຫ່ງຄວາມທັນສະໄໝແບບຈີນ ທີ່ບໍ່ເຄີຍມີມາກ່ອນ”. ເນື່ອງໃນໂອກາດວັນສະຖາປະນາ ສປ ຈີນ ຄົບຮອບ 75 ປີ, ບຸກຄົນສາກົນ ໄດ້ທະຍອຍກັນກ່າວຄວາມດັ່ງກ່າວດ້ວຍຄວາມຖອນຫາຍໃຈ. ຕະຫລອດ ໄລຍະ 75 ປີຜ່ານມາ, ປະເທດຈີນ ທີ່ເຄີຍຕົກທຸກໄດ້ຍາກ ໄດ້ຈາກໄລຍະ ຫລ້າຫລັງຍຸກສະໄໝ ເຖິງໄລຍະ ໄປທັນກັບຍຸກສະໄໝ ແລະ ນຳພາຍຸກ ສະໄໝ, ຈີນໄດ້ສ້າງຄວາມອັດສະຈັນສອງຢ່າງຄື: ເສດຖະກິດພັດທະນາ ຢ່າງວ່ອງໄວ ແລະ ສັງຄົມຮັກສາຄວາມໝັ້ນຄົງເປັນໄລຍະຍາວນານ ເຊິ່ງໄດ້ເຮັດໃຫ້ໂລກຮູ້ສຶກເຫລືອເຊື່ອຫລາຍ.
ຕະຫລອດໄລຍະ 75 ປີຜ່ານມາ, ຄວາມທັນສະໄໝແບບຈີນ ໄດ້ຊຸກຍູ້ ການພັດທະນາຂອງຈີນ ທັງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເພື່ອສັນຕິພາບ ແລະ ການພັດທະນາຂອງໂລກ ກໍຄືຄວາມກ້າວໜ້າຂອງມວນມະນຸດ.
ໂອກາດ ກ່ອນອື່ນແມ່ນມາຈາກແນວຄວາມຄິດແຫ່ງສັນຕິພາບ. ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝທີ່ເດີນຕາມເສັ້ນທາງ ພັດທະນາໂດຍສັນຕິ. ການຊຸກຍູ້ຄວາມທັນສະໄໝແບບຈີນ ກໍຈະໄດ້ຊຸກຍູ້ ສັນຕິພາບ ແລະ ສະຖຽນລະພາບຂອງໂລກຢ່າງແຂງແຮງ. ປັດຈຸບັນ, ຈີນເປັນປະເທດໃຫຍ່ພຽງໜຶ່ງດຽວໃນໂລກ ທີ່ໄດ້ບັນຈຸການພັດທະນາ ໂດຍສັນຕິເຂົ້າໃນລັດຖະທຳມະນູນຂອງຕົນ ແລະ ກໍແມ່ນປະເທດດຽວໃນ 5 ປະເທດທີ່ມີກຳລັງອາວຸດນິວເຄລຍ ທີ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະບໍ່ໃຊ້ອາວຸດ ນິວເຄລຍກ່ອນໝູ່.
ໂອກາດ ຍັງໄດ້ມາຈາກຄວາມທັນສະໄໝແບບຈີນ ທີ່ໄດ້ຊຸກຍູ້ໃຫ້ບັນດາ ປະເທດໃນໂລກພັດທະນາຮ່ວມກັນຢ່າງແຂງແຮງ. ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ສະເໜີອອກ ມາວ່າ: ຈີນຈະປັບປຸງລະບຽບ ການ ແລະ ກົນໄກເປີດປະຕູສູ່ພາຍນອກ ໃຫ້ມີລະດັບສູງກວ່າເກົ່າ ເຊິ່ງຈະສ້າງພື້ນທີ່ຂອງການຮ່ວມມືອັນກວ້າງຂວາງ ກວ່າເກົ່າໃຫ້ແກ່ໂລກ.
ດັ່ງຄຳເວົ້າຂອງນັກວິເຄາະສາກົນ ທີ່ໄດ້ກ່າວມາວ່າ: ຄວາມທັນສະ ໄໝ ແບບຈີນ ເປັນຂະບວນການປະດິດສ້າງ ແລະ ແບ່ງປັນໂອກາດ. 75 ປີ ໄດ້ຜ່ານພົ້ນໄປແລ້ວ, ການເວລາຍັງຈະສືບຕໍ່ພິສູດໃຫ້ເຫັນວ່າ: ຈີນບໍ່ແມ່ນ ສ້າງຄວາມທັນສະໄໝທີ່ຄຳນຶງພຽງແຕ່ສ່ວນໄດ້ສ່ວນເສຍຂອງຕົນເທົ່ານັ້ນ, ຫາກແມ່ນຍິນດີຮ່ວມກັບປະເທດຕ່າງໆ ສ້າງຄວາມທັນສະໄໝຂອງໂລກ ທີ່ມີສັນຕິພາບ, ພັດທະນາ, ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ ແລະ ຈະເລີນຮຸ່ງເຮືອງຮ່ວມກັນ.





