ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາມພ້ອມງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ແລະ ກະກຽມເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV.

Mar 12, 2025

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກຳມະການຈັດຕັ້ງການແຂ່ງຂັນສີມືແຮງງານ ແຫ່ງຊາດຄັ້ງ IV ແລະ ການກະ ກຽມເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ XIV ໃຫ້ຮູ້ວ່າ : ການແຂ່ງຂັນສີມືແຮງງານແຫ່ງຊາດ ມີຄວາມໝາຍສໍາ ຄັນ ແລະ ມີຄວາມຈໍາເປັນຕໍ່ການພັດທະນາສີມືແຮງງານ ເພື່ອສ້າງແຮງງານລາວໃຫ້ມີສີມືໄດ້ມາດຕະຖານ ຕອບສະຫນອງຄວາມ ຕ້ອງການຂອງຕະຫຼາດແຮງງານ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ ສາມາດເຊື່ອມໂຍງກັບພາກພື້ນ, ເປັນການຊຸກຍູ້ – ສົ່ງ ເສີມໃຫ້ຫົວໜ່ວຍທຸລະກິດໄດ້ປະກອບສ່ວນໃນວຽກງານພັດທະ ນາສີມືແຮງງານ ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຂະບວນການທີ່ກວ້າງຂວາງ, ສົ່ງເສີມ ແລະ ຍົກລະດັບມາດຕະຖານສີມືແຮງງານ, ພ້ອມທັງເປີດໂອກາດໃຫ້ບັນດາຊາວໜຸ່ມ-ໄວໜຸ່ມ, ຜູ້ເຂົ້າຝຶກ, ນັກຮຽນວິຊາຊີບ, ທັງເປັນການຊຸກຍູ້ສົ່ງເສີມໃຫ້ບັນດາຊາວຫນຸ່ມ ເຫັນໄດ້ຄວາມໝາຍ, ຄວາມສຳຄັນໃນການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານຫຼາຍຂຶ້ນ.
ການແຂ່ງຂັນສີມືແຮງງານອອກເປັນ 5 ລະດັບຄື: ລະດັບສະຖາບັນພັດທະນາສີມືແຮງງານ/ການສຶກສາ, ລະດັບແຂວງ, ລະດັບຊາດ, ລະດັບພາກພື້ນ ແລະ ສາກົນ.
ການແຂ່ງຂັນສີມືແຮງງານແຫ່ງຊາດໃນປີ 2025 ເພື່ອຄັດ ເລືອກເອົານັກແຂ່ງຂັນສີມືແຮງງານຜູ້ທີ່ມີສີມືແຮງງານດີເລີດ ຕາງໜ້າທີມຊາດລາວ ເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາ ຊຽນ ຄັ້ງທີ 14 ທີ່ປະເທດ ຟິລີປິນ ຮັບກຽດເປັນເຈົ້າພາບ ໃນທ້າຍເດືອນສິງຫາ ປີນີ້ ໂດຍໄດ້ກໍານົດເອົາ 5 ສາຂາວິຊາຊ່າງທີ່ຈະແຂ່ງຂັນ, ຫົວບົດການແຂ່ງຂັນ, ລະບຽບການແຂ່ງຂັນ, ສະຖານທີ່ການແຂ່ງຂັນຄັດເລືອກເອົາ 4 ແຫ່ງ, ງົບປະມານ ແລະ ຈໍານວນນັກແຂ່ງຂັນ.
ສຳລັບ 5 ສາຂາຊ່າງປະກອບມີ : ຕິດຕັ້ງໄຟຟ້າໃນອາຄານ (Electrical Installations), ເຕັກໂນໂລຊີອອກແບບກຼາບຟິກ (Graphic Design Technology), ປຸງແຕ່ງອາຫານ (Cooking), ເຮັດຕູ້ໄມ້ (Cabinet Making) , ເຕັກໂນໂລຊີເວັບໄຊ (Web Technologies),
ເຊິ່ງໄດ້ກໍານົດ ວັນເວລາ ແລະ ສະຖານທີ່ຈັດຕັ້ງການແຂ່ງຂັນ ຄື:
– ວັນທີ 4 ເມສາ 2025 ມີ 1 ສາຂາຊ່າງ ຄື: ສາຂາຊ່າງ: ເຕັກໂນໂລຊີເວັບໄຊ (Web Technologies) ຈັດທີ່: ຫໍປະຊຸມແຫ່ງ ຊາດ.
– ວັນທີ 27 ຫາ 30 ເມສາ 2025 ມີ 1 ສາຂາຊ່າງ ຄື: ສາຂາຊ່າງ: ເຮັດຕູ້ໄມ້ (Cabinet Making) ຈັດທີ່: ສະຖາບັນພັດທະນາສີມືແຮງງານ.
– ວັນທີ 28 ຫາ 30 ເມສາ 2025 ມີ 3 ສາຂາຊ່າງ ຄື: ຕິດຕັ້ງໄຟຟ້າໃນອາຄານ (Electrical Installations) ຈັດທີ່: ສະຖາ ບັນພັດທະນາສີມືແຮງງານ, ເຕັກໂນໂລຊີອອກແບບກຼາບຟິກ (Graphic Design Technology) ຈັດທີ່: ວິທະຍາໄລເຕັກນິກວິ ຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ, ປຸງແຕ່ງອາຫານ (Cooking) ຈັດທີ່: ວິທະຍາໄລເຕັກນິກປາກປ່າສັກ.
ພາບ – ຂ່າວ : ພູເງິນ ບົວທອງ