ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາມ​ມີ​ຊີ​ວິດ​ຊີ​ວາ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ຂອງວິ​ສາ​ຫະ​ກິດພາກເອ​ກະ​ຊົນ​​ຂອງຈີນ​ ໄດ້ມາ​ແຕ່​ໃສ?

Feb 21, 2025

ໃນ​ຊຸມ​ປີ​ຜ່ານ​ມາ, ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່ຂອງວິ​ສາ​ຫະ​ກິດພາກເອ​ກະ​ຊົນ​​ຈີນ ປາກົດຂຶ້ນຢ່າງ​ຄຶກ​ຄັກ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ວັດ​ທະ​ນະ​ທຳ ແລະອື່ນໆ, ເສດ​ຖະ​ກິດພາກເອ​ກະ​ຊົນ​ໄດ້​ປະ​ກອບ​ສ່ວນ​ເຂົ້າໃນຜົນສໍາເລັດຂອງ​ການ​ປະ​ດິດ​ສ້າງໃໝ່ ດ້ານເຕັກ​ໂນ​ໂລ​ຊີຫຼາຍກວ່າ 70% ເຊິ່ງ​ກາຍ​ເປັນ​ປະ​ເພດ​ວິ​ສາ​ຫະ​ກິດ​ທີ່ສຳ​ຄັນ​ໃນ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ. ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້, ຈາກ​ຮູບ​ເງົາ​ເລື່ອງ “ນາ​ຈາ 2” ທີ່ປີເຂົ້າຊົມຂາຍ​ດິ​ບ​ຂາຍ​ດີ​ເຖິງ Deepseek ເຊິ່ງເປັນແບບຈຳລອງ AI ຂະໜາດໃຫຍ່ທີ່​ໃຊ້​ຕົ້ນ​ທຶນ​ຕໍ່າ ແຕ່ມີ​ປະ​ສິດ​ທິ​ພາບ​ສູງ ຈົນ​ເຖິງ “ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ດີ​ເດັ່ນ 6 ແຫ່ງ​ຂອງ​ນະ​ຄອນ​ຫາງ​ໂຈ່ວ” ທີ່​ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ຄົນ​ທັງຫຼາຍ. ວິ​ສາ​ຫະ​ກິດພາກເອ​ກະ​ຊົນ​ຂອງ​ຈີນ ​ພວມ​​ປາ​ກົດ​ມີ​ກຳ​ລັງ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່ ດ້ວຍ​ຮູບແບບໃໝ່. ຄັນຊັ້ນ, ຄວາມ​ມີ​ຊີ​ວິດ​ຊີ​ວາ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ຂອງວິ​ສາ​ຫະ​ກິດພາກເອ​ກະ​ຊົນ​ຂອງ​ຈີນ​ ໄດ້ມາ​ແຕ່​ໃສ?
ຈີນໄດ້​ເອົາ​ໃຈ​ໃສ່ເປັນ​ຢ່າງ​ສູງ ແລະ ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດພາກເອ​ກະ​ຊົນ ແມ່ນ​ຕົ້ນ​ກຳ​ເນີດ​ແຫ່ງ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ຂອງວິ​ສາ​ຫະ​ກິດພາກ​ເອ​ກະ​ຊົນ. ຈາກ​ທີ່ໄດ້​ສະ​ເໜີ “ຊຸກ​ຍູ້​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງວິ​ສາ​ຫະ​ກິດພາກ​ເອ​ກະ​ຊົນ” ໃນ​ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ສູນ​ກາງ​ຈີນ ເຖິງ​ການ​ຂໍ​ຄວາມຄິດຄວາມ​ເຫັນ​ຢ່າງ​ເປີດ​ເຜີຍ ຕໍ່​ຮ່າງ “ກົດ​ໝາຍ​ຊຸກ​ຍູ້​ເສດ​ຖະ​ກິດ​ພາກເອ​ກະ​ຊົນ”, ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ຕ່າງໆ​ ຂອງ​ຈີນ​ໄດ້​ເປັນ​ສິ່​ງ​ຄ້ຳ​ປະ​ກັນ​ທີ່​ແຂງ​ແຮງ​ຕໍ່​ການ​ປະ​ດິດ​ສ້າງ​ໃໝ່​ຂອງວິ​ສາ​ຫະ​ກິດພາກເອ​ກະ​ຊົນ. ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ສາ​ຫະ​ກິດພາກເອ​ກະ​ຊົນ​ໃນ​ວັນ​ທີ 17 ກຸມ​ພາ​ນີ້ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງວ່າ ຈີນ​ໄດ້​ເອົາ​ໃຈ​ໃສ່ເປັນ​ຢ່າງ​ສູງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກເອ​ກະ​ຊົນ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ໄດ້​ກ່າວ​ເນັ້ນ​ໜັກ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ວ່າ: ວິ​ສາ​ຫະ​ກິດພາກ​ເອ​ກະ​ຊົນ ​ແມ່ນ​ກຳ​ລັງ​ຂັບເຄື່ອນທີ່ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດພາກ​ເອ​ກະ​ຊົນ​ຢ່າງ​ໜັກ​ແໜ້ນ.
ວິ​ສາ​ຫະ​ກິດພາກ​ເອ​ກະ​ຊົນ​ ໄດ້ມີ​ຊີ​ວິດ​ຊີ​ວາ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ຂຶ້ນ ຈະ​ປາ​ສະ​ຈາກ​ສະ​ພາບ​ແວດ​ລ້ອມ​ການດຳ​ເນີນ​ທຸ​ລະ​ກິດ ແລະ ການ​ປະ​ດິດ​ສ້າງໃໝ່​ທີ່​ດີ​ບໍ່​ໄດ້. ຂໍ​ຍົກເອົາ​ນະ​ຄອນ​ຫາງ​ໂຈ່ວ ​ເປັນ​ຕົວ​ຢ່າງ: ຕົ້ນ​ປີ​ນີ້, “ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ດີ​ເດັ່ນ 6 ແຫ່ງ​ຂອງ​ນະ​ຄອນ​ຫາງ​ໂຈ່ວ” ເຊັ່ນ: ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຢູ​ຊູ້ ແລະ ບໍ​ລິ​ສັດ Deepseek ເປັນ​ຕົ້ນ ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ຊາວ​ໂລກ. 6 ບໍ​ລິ​ສັດດັ່ງ​ກ່າວ​ກ້າວຜະຫງາດຂຶ້ນ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ສະ​ພາບ​ແວດ​ລ້ອມ​ການດຳ​ເນີນ​ທຸ​ລະ​ກິດ ແລະ ນິເວດອຸດ​ສາ​ຫະ​ກຳ​ທີ່​ດີ​ຂອງ​ນະ​ຄອນ​ຫາງ​ໂຈ່ວ. ການຫັນເປັນຕະຫຼາດຂອງນະ​ຄອນ​ຫາງ​ໂຈ່ວ ​ມີ​ລະ​ດັບສູງ, ມີ​ພື້ນ​ຖານ​ອຸດ​ສາ​ຫະ​ກຳດີທາງດ້ານດີ​ຈີ​ຕອນເປັນຕົ້ນ ແລະ ມີອົງ​ການ​ຄົ້ນ​ຄວ້າ​ຕ່າງໆ ເຊັ່ນ: ມະ​ຫາ​ວິ​ທະ​ຍາ​ໄລ​ເຈີ້​ຈ່ຽງ​ເປັນ​ຕົ້ນ ທີ່​ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​ເຕັກ​ນິກລ້ຳສະ​ໄໝ ເຊິ່ງ​ໄດ້​ກາຍ​ເປັນ​ລະ​ບົບ​ນິ​ເວດ​ການ​ປະ​ດິດ​ສ້າງ​ໃໝ່ທີ່​ມີອຸດ​ສາ​ຫະ​ກຳ ແລະ ການ​ຄົ້ນ​ຄວ້າ​ວິ​ທະ​ຍ​າ​ສາດ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ ເຊິ່ງ​ໄດ້​ສະ​ໜອງ​ຊັບ​ພະ​ຍາ​ກອນ​ມະ​ນຸດທີ່​ອຸ​ດົ​ມ​ສົມ​ບູນ, ການ​ສະ​ໜັບ​ສະ​ໜູນ​ດ້ານ​ເຕັກ​ນິກ ແລະ ອຸດ​ສາ​ຫະ​ກຳສົມທົບໃຫ້​ແກ່​ການ​ປະ​ດິດ​ສ້າງ​ໃໝ່​ຂອງວິ​ສາ​ຫະ​ກິດພາກ​ເອ​ກະ​ຊົນ, ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ສາ​ມາດ​ເຕີບ​ໃຫ​ຍ່​ຂະ​ຫຍາຍ​ຕົວ​ໃນ​ສະ​ພາບ​ແວດ​ລ້ອມ​ທີີ່ດີ​ງາມ ແລະ ໄດ້​ຜະ​ລິດ​ຜະ​ລິດ​ຕະ​ພັນ​ທີ່ມີຫົວ​ຄິດ​ປະ​ດິດ​ສ້າງ​ໃໝ່​ອອກ​ມາ​ເລື້ອຍໆ.
ຈິດ​ໃຈ​ນັກ​ທຸ​ລະ​ກິດ​ເປັນ​ແກນ​ກາງ​ຂອງ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ວິ​ສາ​ຫະ​ກິດພາກ​ເອ​ກະ​ຊົນ: ຈາກ​ ທ່ານ​ເຢິນ​ເຈິ້ງ​ເຟີຍ ​ຂອ​ງ​ບໍ​ລິ​ສັດ​ຫົວ​ເຫວີຍ​ເຖິງ​ ທ່ານ​ເຫຼີຍ​ຈຸ່ນ ຂອງ​ບໍ​ລິ​ສັດ​ສຽວ​ມີ, ຈາກ​ ທ່ານຫຼຽງ​ເວີນ​ເຟີງ ຂອງ​ບໍ​ລິ​ສັດ Deepseek ເຖິງ​ ທ່ານ​ວາງ​ຊິງ​ຊິງ​ ຂອງ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຢູ​ຊູ້, ນັກ​ທຸ​ລະ​ກິດ​ດັ່ງກ່າວ​ທີ່​ມີ​ຈິດ​ໃຈ​ປະ​ດິດ​ສ້າງ​ໃໝ່ ແລະ ມີວິໄສທັດລະດັບສາກົນ ພວມ​ນຳ​ພາ​ວິ​ສາ​ຫະ​ກິດພາກ​ເອ​ກະ​ຊົນ​ຂອງ​ຈີນບຸກບືນກ້າວໜ້າບົນເສັ້ນ​ທາງ​ແຫ່ງ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ.
ສິ່ງທີ່ເຮັດໃຫ້ອັດສະຈັນນັ້ນ ຄື ວິ​ສາ​ຫະ​ກິດພາກ​ເອ​ກະ​ຊົນ​ຂອງ​ຈີນ ​ບໍ່​ພຽງ​ແຕ່​ໄດ້​ພັດ​ທະ​ນາ​ເປັນ​ຢ່າງ​ດີ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ເທົ່າ​ນັ້ນ, ແຕ່ຍັງ​ສາ​ມາດ​ຍາດ​ໄດ້​ຜົນ​ງານ​ທີ່​ດີເດັ່ນ​ຢູ່​ຕ່າງ​ປະ​ເທດ​ເຊັ່ນ​ດຽວ​ກັນ. ປີ 2024, ມູນ​ຄ່າ​ການ​ສົ່ງ​ອອກ​ຂອງວິ​ສາ​ຫະ​ກິດພາກ​ເອ​ກະ​ຊົນ​ຂອງ​ຈີນ​ ໄດ້​ກວມ 64,6% ຂອງ​ລວມຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຈີນ. ໃນ​ນັ້ນ, ມີ​ວິ​ສາ​ຫະ​ກິດທີ່ດີເດັ່ນຫຼາຍແຫ່ງໄດ້​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຄຸນ​ນະ​ພາບ​ສູງ​ໄປ​​ທົ່ວ​ໂລກ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ດ້ວຍ​ຕົນ​ເອງ ເຊິ່ງ​ໄດ້​ຍົກ​ກຳ​ລັງ​ແຂ່ງ​ຂັນ​ດ້ານການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ.
ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ກ່າວ​ເນັ້ນ​ໜັກ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ນັກ​ວິ​ສາ​ຫະ​ກິດພາກ​ເອ​ກະ​ຊົນ​ວ່າ: ການ​ພັດ​ທະ​ນາ​ເສດ​ຖະ​ກິດພາກ​ເອ​ກະ​ຊົນມີ​ອະ​ນາ​ຄົດອັນ​ກວ້າງ​ຂວາງ ແລະ ເຕັມໄປດ້ວຍໂອກາດ​ໃນ​ຍຸກ​ໃໝ່ ແລະ ໃນ​ຂະ​ບວນ​ວິວັດແຫ່ງການ​ອອກ​ເດີນ​ທາງ​ຄັ້ງ​ໃໝ່, ພໍເປັນໄລຍະເວລາທີ່ວິ​ສາ​ຫະ​ກິດ ແລະ ນັກ​ທຸ​ລະ​ກິດພາກ​ເອ​ກະ​ຊົນ​ບຸກບຶນສູ້ຊົນແລະໃຊ້ຄວາມຮູ້ຄວາມສາມາດຢ່າງເຕັມທີ່ເພື່ອ​ຍາດໄດ້ຜົນ​ງານໃໝ່​ທີ່​ດີ​ເດັ່ນກວ່າເກົ່າ. ໃນ​ອະ​ນາ​ຄົດ, ຄຽງ​ຄູ່​ກັບ​ຈີນ​ໄດ້​ວາງ​ນະ​ໂຍ​ບາຍ​ເພື່ອສະ​ໜັບ​ສະ​ໜູນ​ເສດ​ຖະ​ກິດພາກ​ເອ​ກະ​ຊົນຫຼາຍຂຶ້ນກວ່າ​ເກົ່າ, ສະ​ພາບ​ແວດ​ລ້ອມການ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນຢ່າງຕໍ່ເນື່ອງ, ພວກ​ເຮົາມີຄວາມ​ເຊື່ອ​ໝັ້ນ​ວ່າ: ວິ​ສາ​ຫະ​ກິດ​ພາກເອ​ກະ​ຊົນ​ຂອງ​ຈີນ​ຈະ​ກ້າວ​ໄປ​ສູ່​ໂລກ ດ້ວຍ​ບາດ​ກ້າວໃໝ່​ທີ່​ເຂັ້ມ​ແຂງກວ່າ​ເກົ່າ ແລະ ກາຍ​ເປັນກ້ອນກຳ​ລັງ​ທີ່ຂາດບໍ່ໄດ້ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈີນ​ດ້ວຍ​ຄຸນ​ນະ​ພາບ​ສູງ.