ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາ​ມ​ມີ​ສະ​ເໜ່​ຂອງ​ຈີນ​ຕໍ່​ໂລກ​​ເພີ່ມ​ສູງ​ຂຶ້ນ, ຄວາມ​ມີ​ສະ​ເໜ່​​ຂອງ​ຈີນເປັນ​ຄື​ແນວ​ໃດ?

Jul 1, 2025

ຫວ່າງ​ມໍ່ໆ​ມາ​ນີ້, ຜົນ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ສາ​ກົນສະ​ບັບ​ໜຶ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ: ນັບ​ມາ​ຮອດ​ທ້າຍ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ, ຄວາມ​ມີ​ສະ​ເໜ່​ຂອງ​ຈີນ​​ຕໍ່​ໂລກ​ໄດ້​ເພີ່ມ​ຂຶ້ນ​ເປັນ 8,8 ຄະ​ແນນ, ຄວາມ​ຄິດ​ເຫັນຂອງຫຼາຍ​ປະ​ເທດ​ໄດ້​ງ່ຽງ​ມາ​ຫາ​ຈີນ. ທີ່​ຈິງ​ແລ້ວ, ຜົນ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ສາ​ກົນຫຼາຍ​ສະ​ບັບ​ໃນ​ຊຸມ​ປີ​​ຜ່ານ​ມາ ລ້ວນ​ແຕ່​ໄດ້​ເບິ່ງ​ຈີນ​ດ້ວຍ​ທ່າ​ທີ​ທີ່​ເປັນ​ມິດ ແລະ ​ດ້ານ​ດີ​ນັບ​ມື້​ນັບຫຼາຍ​ຂຶ້ນ ແລ້ວ​ຄວາມ​ມີ​ສະ​ເໜ່​​ຂອງ​ຈີນເປັນ​ຄື​ແນວ​ໃດ?
​ກ່ອນ​ອື່ນໝົດ, ຄວາມ​ມີ​ສະ​ເໜ່​ຂອງ​ຈີນ​ຕໍ່​ໂລກ​ເພີ່ມ​ສູງ​ຂຶ້ນ ແມ່ນ​ຍ້ອນ​​ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ພາຍ​ໃຕ້​ສະ​ຖາ​ສະ​ການ​ສາ​ກົນ​ສັບ​ສົນ ​ທີ່​ມີ​ຄວາ​ມ​ຫຍຸ້ງ​ຍາກ​, ຈີນ​ໄດ້​ເພີ່ມ​ຄວາມ​ແນ່ນອນ​ໃຫ້​ແກ່​ໂລກ​ທີ່ວຸ້ນ​ວາຍ ດ້ວຍ​ຄວາມ​ສະ​ຫຼາດ​ສ່ອງ​ໃສ​ຂອງຕາ​ເວັນ​ອອກ​ທີ່ “ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​”. ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ທົ່ວ​ໂລກ, ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ, ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ອະ​ລິ​ຍະ​ທຳ​ທົ່ວ​ໂລກ ແລະ ແນວຄວ​າມ​ຄິດ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ໄດ້​ສະ​ໜອງ​ແຜນ​ການ​ຂອງ​ຈີນ​ທີ່​ເປັນ​ໄປ​ໄດ້​ໃຫ້​ແກ່​ການ​ແກ້​ໄຂ​ບັນ​ຫາ​ທົ່ວ​ໂລກ. ຈາກ​ການ​ໄກ່​ເກ່ຍ​ໃຫ້​ອາ​ຣັບ​ບີ​ຊາ​ອຸ​ດິດ ແລະ ອີ​ຣານ​ບັນ​ລຸ​ຄວາມ​ປອງດອງ​ກັນ ​ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ອັນ​ແຂງ​ແຮງ​ໃຫ້​ແກ່​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ເຖິງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ “ສັນ​ຍາ​ປາ​ຣີ” ຢ່າງ​ຕັ້ງ​ໜ້າ ​ໄດ້​ນຳ​ພາ​ທົ່ວ​ໂລກ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ; ຈາກ​ການ​ຊຸກ​ຍູ້​ການ​ປະ​ຕິ​ບັດ “ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ເສ​ດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ” ຫຼື RCEP ເຖິງ​ການ​ຊຸກ​ຍູ້​ໃຫ້​ກົນ​ໄກ​ການ​ຮ່ວມ​ມືບ​ຣິກ​ສ໌​ເປີດ​ຮັບ​ສະ​ມາ​ຊິກ​ໃໝ່ ໄດ້​ເພີ່ມ​ທະ​ວີ​ການ​ມີ​ສິດ​ມີ​ສຽງຂອງ​ກຸ່ມ​ເສດ​ຖະ​ກິດ​ຈະ​ເລີນ​ໃໝ່​ໃນ​ການ​ບໍ​ລິ​ຫານ​ທົ່ວ​ໂລກ. ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ພາ​ລະ​ໜ້າ​ທີ່ຂອງປະ​ເທດ​ໃຫຍ່​ທີ່​ມີ​ນ້ຳ​ໃຈ​ຮັບ​ຜິດ​ຊອບ ດ້ວຍ​ການ​ກະ​ທຳ​ຕົວ​ຈິງ ເຊິ່ງເປັນ​ການ​ຫວ່ານ​ແນວ​ພັນ​ແຫ່ງສັນ​ຕິ​ພາບ​ ແລະ ການ​ພັດ​ທະ​ນາ​ໄປ​ສູ່​ທຸກ​ແຫ່ງ​ຫົນ​ໃນ​ໂລກ.
ຈີນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ພົ້ນ​ເດັ່ນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທົ່ວ​ໂລກ ​ເຊິ່ງແມ່ນ​ອີກ​ດ້ານ​ໜຶ່ງ​ຂອງ​ຄວາມ​ມີ​ສະ​ເໜ່​ຂອງ​ຈີນ. ອັດ​ຕາ​ການປະ​ກອ​ບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຂອງ​ຈີນ​ໄດ້​ຮັກ​ສາ​ຢູ່​ໃນ​ລະ​ດັບ​ປະ​ມານ 30% ເປັນ​ເວ​ລາຫຼາຍ​ປີ​ຕິດ​ຕໍ່​ກັນ, ຈັງ​ຫວະ​ການ​ເຕີ​ບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ໄດ້​ຈັດ​ຢູ່​ອັນ​ດັບ​ນຳ​ໜ້າ​ໃນ​ບັນ​ດາ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຂອງ​ໂລກ. ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ​ສິບ​​ກວ່າ​ປີ​ແລ້ວ ເຊິ່ງ​​ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ ທີ່​ຄົນ​ທັງຫຼາຍ​ສາ​ມາດ​ເບິ່ງ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ. ເມື່ອ​ກອງ​ປະ​ຊຸມ​​ສຸດຍອດ G7 ຍັງ​​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ, ກອງ​ປະ​ຊຸມ​ສຸດຍອດຈີນ-ອາ​ຊີ​ກາງ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມືຫຼາຍກວ່າ 100 ສະ​ບັບ​ແລ້ວ; ເມື່ອ​ອາ​ເມ​ຣິ​ກາ​ໄດ້​ຂຶ້ນ​ອັດ​ຕາ​ພາ​ສີ​ຕາມ​ລຳ​ພັງ​ໃຈ, ຈີນ​ໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ 23 ສະ​ບັບ​ກັບ 30 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ​ ພ້ອມ​ທັງ​ໄດ້​ຍົກ​ເວັ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ໃນ​ບັນ​ຊີ​ລາຍ​ຊື່​ພາ​ສີ 100% ຈາກ 53 ປະ​ເທດ ໃນ​ທະ​ວີບ​ອາ​ຟ​ຣິ​ກາ ທີ່​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ. ​ຄື​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ ອັນ​ວາ ອິບ​ຣາ​ຮິມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ທີ່​ວ່າ: “ຈີນ​ບໍ່​ພຽງ​ແຕ່​ໄດ້​ນຳ​ເອົາ​ຄວາມ​ໝັ້ນ​ທ່ຽງ​ມາ​ໃຫ້​ໂລກ​ເທົ່າ​ນັ້ນ, ຍິ່ງ​ໄດ້​ນຳ​ເອົາ​ຄວາມ​ຫວັງ​​ທີ່​ໝັ້ນ​ຄົງມາ​ໃຫ້​ໂລກ​ອີກ​ດ້ວຍ.” ທົ່ວ​ໂລກ​ສາ​ມາດ​ສຳ​ຜັດ​ກັບ​​ນ້ຳ​ໃຈ​ຂອງ​ຈີນ​ທີ່ກວມ​ລວມ ແລະ ຄວາມ​ຫວັງ​ດີທີ່​ວ່າ “ປະ​ເທດ​ຕ່າງໆ​ພັດ​ທະ​ນາ​ຮ່ວມ​ກັນ” ຈິ່ງ​ແມ່ນ​ພັດ​ທະ​ນາ​ທີ່​ແທ້​ຈິງ.
ພະ​ລັງ​ອ່ອນ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຈີນ​ໄດ້​ເພີ່​ມ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໄດ້​ເຮັດ​ໃຫ້​ໂລກ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ຈີນ​ຢ່າງ​ເລິກ​ເຊິ່ງກວ່​າເກົ່າ. ປັດ​ຈຸ​ບັນ, ຕຸກ​ກະ​ຕາ Labubu ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າ​ຕ່າງໆ​ໃນ​ໂລກ, ຜົນ​ງານ​ນະ​ວັດ​ຕະ​ກຳ​ດັ້ງ​ເດີມ ເຊັ່ນ: ນາ​ຈາ, ຫງໍ​ຄົງ ແລະ ​ອື່ນໆ​ຂອງ​ຈີນ​​ໄດ້​ຂຶ້ນ​ຊື່​ລື​ນາມ​​ໃນ​ຂອບ​ເຂດ​ທົ່ວ​ໂລກ, ​ຜູ້​ໄດ້​ຮັບ​ຄວາມ​ນິ​ຍົມ​ທາງ​ອິນ​ເຕີ​ເນັດ ຫຼື ເນັດໄອ​ດໍ​ຕ່າງ​ປະ​ເທດ​​ໄດ້​ເດີນ​ທາງມາ​ໄລ​ສົດ​ຢູ່​ຈີນ ກໍ​ໄດ້​ຮັບ​ກາ​ນ​ກົດ​ຖືກ​ໃຈ​ເປັນຫຼາຍ​ສິບ​ລ້ານ​ເທື່ອ, ວິ​ດິ​ໂອ​ສັ້ນ​ຂອງ​ຈີນ ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຊົມ​ທົ່ວ​ໂລກ​ເປັນ​ຈຳ​ນວນຫຼວງຫຼາຍ. ທັງ​ໝົດ​ນີ້​ໄດ້​ທັບ​ມ້າງ​ການ​ໂຄ​ສະ​ນາ​​ທີ່​ເປັນ​ການ​ປິດ​ບັງ ແລະ ບິດ​ເບືອນ​ຄວາມ​ຈິງ​ຂອງ​ສື່​ຕາ​ເວັນ​ຕົກ​ທີ່​ໄດ້​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ​ຍາວ​ນານ, ​ເຮັດ​ໃຫ້​ໂລກ​ໄດ້​ຮູ້​ໄດ້​ເຫັນ​ຈີນ​​ໃນຍຸກ​ປັດ​ຈຸ​ບັນ ທີ່​ໄດ້​ສືບ​ທອດ​ອະ​ລິ​ຍະ​ທຳ​ບູ​ຮານ​ພັນ​ປີ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ.
ສິ່ງ​ທີ່​ຄວນ​ເວົ້າ​ເຖິງ​ທີ່​ສຸດນັ້ນ​ກໍ​ຄື: ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕ່າງໆ ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ ແລະ ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມີ​ຄວາມ​ໃກ້​ຊິດກັນກວ່າ​ເກົ່າ. ຈີນ​ໄດ້​ຍົກ​ເວັ້ນ​ວີ​ຊາ​ເຂົ້າ​ຈີນ​ແຕ່​ຝ່າຍ​ດຽວ​ໃຫ້​ແກ່ 47 ປະ​ເທດ ແລະ ໄດ້​ຍົກ​ເວັ້ນ​ວີ​ຊາ​​ເປັນ​ເວ​ລາ 240 ຊົ່ວ​ໂມງຕໍ່​ພົນ​ລະ​ເມືອງຈາກ 55 ປະ​ເທດ ທີ່​ເດີນ​ທາງ​ຜ່ານ​ຈີນ​ໄປ​ປະ​ເທດ​ທີ 3. ປີ 2024, ຊາວ​ຕ່າງ​ປະ​ເທດ​ທີ່​ເດີນ​ທາງ​ເຂົ້າມາ​ປະ​ເທດ​ຈີນໂດຍ​ຍົກ​ເວັ້ນ​ວີ​ຊາ​ມີ​ຫຼາຍກວ່າ 20 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 112% ເມື່ອ​ທຽບ​ໃສ່​ປີ 2023. ການ​ຂໍ​ວີ​ຊາ​ເຂົ້າ​ຈີນ​ໄດ້​ຮັບ​ການ​ແກ້​ໄຂໃນ​ທັນ​ທີ, ຊາວ​ຕ່າງ​ປະ​ເທດທີ່​ຊື້​ສິນ​ຄ້າ​ຢູ່​ຈີນ​ໄດ້​ຮັບ​ການ​ຍົກ​ເວັ້ນ​ພາ​ສີ​ໃນ​ທັນ​ທີ​ໃນ​ເວ​ລາ​ນຳ​ເອົາ​ສິນ​ຄ້າ​ເຫຼົ່າ​ນີ້​ອອກຈາກ​ຈີນ, ການ​ໃຊ້​ຈ່າຍ​ຜ່ານ​ທາງ​ມື​ຖື​ຢູ່​ຕ່າງ​ປະ​ເທດ​ມີ​ຄວາມ​ສະ​ດວກ​ສະ​ບາຍ. ທັງ​ໝົດ​ນີ້​ໄດ້​ເຮັດ​ໃຫ້​ເພື່ອນ​ມິດ​ຕ່າງ​ປະ​ເທດ​​ຮັບ​ຮູ້​ເຖິງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງຂອງ​ຈີນຢ່າງ​ຮອບ​ດ້ານ.
ຄວາມ​ມີ​ສະ​ເໜ່​ຂອງ​ຈີນ​ໃນ​ໂລກ​ໄດ້​ເພີ່ມ​ສູງ​ຂຶ້ນ ບໍ່​ເພຽງ​ແຕ່​ເປັນການ​ໂຄ​ສະ​ນາ​ເຜີຍ​ແຜ່​ເທົ່າ​ນັ້ນ, ຫາກ​ຍັງແມ່ນ​ການ​ກະ​ທຳ​ຕົວ​ຈິງ ທີ່​ປະ​ຕິ​ບັດ​ມາ​ເປັນ​ເວ​ລາຫຼາຍ​ປີ; ​ບໍ່​ແມ່ນ​ “ການ​ຈົງໃຈ​ເຮັດ”, ຫາກ​ແມ່ນ​ການປະ​ຕິ​ບັດ​ຕາມ​ພາ​ລະ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ເຊິ່ງ​ບໍ່​ພຽງ​ແຕ່​ເຮັດ​ໃຫ້ປະ​ຊາ​ຄົມ​ໂລກ​​ຮັບ​ຮູ້​ຕໍ່ການ​ປະ​ກອບ​ສ່ວນ​ຂອງ​ຈີນ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນຫຼັກ​ຖານ​ທີ່​ຈະ​ແຈ້ງ​ໃຫ້​ແກ່​ແນວ​ຄວາມ​ຄິດ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ອີ​ກ​ດ້ວຍ. ເມື່ອ​ໂລກ​ພວມ​ສະ​ແຫວງ​ຫາ​ທິດ​ທາງ​ໃນ​​ທ່າມ​ກາງສະ​ຖາ​ນະ​ການ​ທີ່​ສັບ​ສົນ​ວຸ້ນ​ວາຍ, ຈີນ​ພວມ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ ເພື່ອສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຮ່ວມ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ ດ້ວຍ​ຄວມ​ມີ​ສະ​ເໜ່ ແລະ ຄວາມ​ສະຫຼາດ​ສ່ອງ​ໃສ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຈີນ.