ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາມສາມັກຄີ ຄືພະລັງແຫ່ງຄວາມສຳເລັດ

Nov 26, 2024

ທ່ານ ຈິນດາວັນ ບຸດລາສີ ເຈົ້າເມືອງໆ ນອງ ແຂວງສະຫວັນ ນະເຂດ ພ້ອມດ້ວຍການນຳຂອງເມືອງ ໄດ້ຕິດຕາມຊຸກຍູ້ການ ສ້າງຂົວຂ້າມເຊລະນອງ ປະຈຳປີ 2024 ແລະ ໄດ້ຮັບຟັງການລາຍງານຂອງ ທ່ານ ອາເນີມ ພົມມະຍັງ ຜູ້ຊີ້ນຳໜ່ວຍພັກເຂດອາລັອງໃນຄັ້ງວັນທີ 25 ພະຈິກ 2024ນີ້ ໃຫ້ຮູ້ວ່າ : ການສ້າງຂົວໄມ້ໄລ່ ຂ້າມເຊລະນອງ ແມ່ນເປັນປະເພນີ ພູມປັນຍາຂອງປະຊາຊົນຊາວບ້ານອາລັອງ ເມືອງນອງ ແຂວງສະຫວັນນະເຂດ ທີ່ເຄີຍສືບທອດປະຕິບັດກັນມາ ພາຍຫຼັງນ້ຳໄດ້ພັດເອົາຂົວດັ່ງ ກ່າວໄປໃນຊ່ວງລະດູຝົນເຮັດໃຫ້ປະຊາຊົນທີ່ຢູ່ຟາກ ເຊລະນອງ ມີຄວາມຫຍຸ້ງ ຍາກລຳບາກໃນການສັນຈອນໄປມາ ແລະ ຕ້ອງໄດ້ໃຊ້ເຮືອ, ບັກ, ຂ້າມໄປມາໃນລະດູຝົນ
ດັ່ງນັ້ນ ກ້າວເຂົ້າສູ່ຍາມແລ້ງຂອງທຸກໆປີ ປະຊາຊົນຊາວບ້ານອາລັອງ ກໍ່ໄດ້ພ້ອມພາກັນ ສ້າງຂະບວນການໃຫຍ່ຂອງບ້ານ ໃນການ ສ້າງຂົວໄມ້ໄລ່ ແຕ່ພາກຝັ່ງເທດສະບານເມືອງ ຂ້າມໄປຫາ ບ້ານອາລັອງ ແລະ ນີ້ກໍ່ເປັນອີກພູມປັນຍາໜຶ່ງ ທີ່ເຫັນໄດ້ເຖິງຄວາມສາ ມັກຄີຂອງພໍ່ແມ່ປະຊາຊົນ ມັນສະແດງອອກໃນການສ້າງຂົວ ແມ່ນສຳເລັດພາຍໃນວັນດຽວ.
ຂະໜາດຂົວມີຄວາມ ກວ້າງ 3 ແມັດ, ຍາວ 260ແມັດ, ໃຊ້ແຮງງານ ຈຳນວນ 150 ແຮງງານ, ມີ 4ບ້ານ ຄື: ບ້ານ ອາລັອງ, ບ້ານ ປໍ, ບ້ານ ວົງ ແລະ ບ້ານ ສະວຶ ສ່ວນການແບ່ງໜ້າວຽກແມ່ນ: ຄົນໜຶ່ງຕ້ອງປະກອບສ່ວນໄມ້ກົມ 43 ລຳ,ໄມ້ໄລ່ 53ລຳ, ລວມໄມ້ກົມທັງໝົດ 6.450ລຳ, ໄມ້ໄລ່ 7.950 ລຳ ດ້ານວັດຖຸອຸປະກອນມີ: ຕະປູ 8 ແລະ ຕະປູ10 ລວມທັງໝົດ 20 ແກັດ, ເຫຼັກລວດມັດ 50 ກິໂລ, ຊີມັງ 4ສອບ, ສຳລັບຂົວໄມ້ໄລ່ ຂ້າມເຊລະນອງ ເປັນສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ສວຍງາມຂອງເມືອງ.
ທີ່ມາ: ມີເດຍລາວ