ໃນລະຫວ່າງເຄື່ອນໄຫວຢ້ຽມຢາມລັດຖະກິດ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະ ໂອ້ລົມອະດີດທະຫານອາສາສະໝັກ, ຊ່ຽວຊານຫວຽດ ນາມ ,ນັກສຶກສາຫວຽດນາມ ແລະ ລາວ ໃນວັນທີ 11 ກັນຍາ 2024 ທີ່ສະໂມສອນໃຫຍ່ ກະຊວງປ້ອງກັນປະເທດຫວຽດນາມ (ຮ່າໂນ້ຍ) ໂດຍມີ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດ ສສ ຫວຽດນາມ, ບັນດາສະຫາຍ ການນຳຂັ້ນສູງພັກ, ລັດ ລາວ ແລະ ຫວຽດນາມ, ພ້ອມ ດ້ວຍອະດີດທະຫານອາສາສະໝັກ, ອະດີດຊ່ຽວຊານ ຫວຽດ ນາມ ທີ່ເຄີຍເຮັດວຽກ ແລະ ສູ້ຮົບຢູ່ລາວ, ນັກສຶກສາຂອງສອງປະເທດ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ມີໂອກາດໄດ້ພົບປະທັກທາຍ ບັນດາສະຫາຍ ອ້າຍນ້ອງນັກຮົບອາສາສະໝັກ, ນັກຊ່ຽວຊານທີ່ເຄີຍຄຽງບ່າຄຽງໄຫລ່ ກັບນັກຮົບລາວ, ພະນັກງານລາວ, ປະຊາ ຊົນລາວ ຕໍ່ສູ້ດ້ວຍຄວາມທໍລະຫົດອົດທົນ, ຜ່ານຜ່າຄວາມທ້າທາຍ ຢ່າງທຸລະກັນດານເປັນເວລາຍາວນານ ເພື່ອຕ້ານສັດຕູ, ກອບກູ້ເອົາເອກະລາດແຫ່ງຊາດຂອງລາວດ້ວຍຄວາມ ອົງອາດກ້າຫານ. ໃນໄລຍະຕໍ່ສູ້ກູ້ຊາດ, ການທີ່ເພື່ອນສະຫາຍຫວຽດນາມ ຫລາຍໆຄົນຈໍາຕ້ອງໄດ້ຈາກປະເທດຊາດຂອງຕົນທັງໆທີ່ກໍາລັງມີການຕໍ່ສູ້ກັບຜູ້ຮຸກຮານຢູ່ນັ້ນ, ຫັນຫລັງໃສ່ປະເທດຊາດ ແລະ ຄອບຄົວ, ພໍ່ແມ່ທີ່ຕົນຮັກ ໄດ້ມຸ່ງໜ້າໄປສູ່ສະໜາມຮົບໃນອີກປະເທດໜຶ່ງ ໂດຍໄດ້ຫ່າງອອກຈາກອ້ອມອົກອ້ອມແຂນ ທີ່ຮັກ ແລະ ອົບອຸ່ນ ຂອງພໍ່ແມ່ຂອງຕົນເດີນໜ້າໄປສູ່ສະໜາມຮົບ ທີ່ບໍ່ສາມາດຄາດເດົາຊະຕາກຳໄດ້ ມັນທໍລະມານໃຈເທົ່າໃດ, ແຕ່ກໍເດີນ ໜ້າໄປດ້ວຍຄວາມມຸ່ງໝັ້ນ ຂອງອຸດົມການ ຮ່ວມກັບນັກຮົບລາວ, ປະຊາຊົນລາວ ຕໍ່ສູ້ເພື່ອກູ້ເອົາເອກະລາດ ມາໃຫ້ປະຊາຊົນທີ່ ເປັນສະຫາຍ, ອ້າຍນ້ອງ, ເພື່ອນມິດຂອງຕົນ ຢ່າງບໍ່ກົວຢ້ານ ແລະ ທໍ້ຖອຍ ຕໍ່ຄວາມທຸກຍາກລໍາບາກ ແລະ ຄວາມອັນຕະລາຍໃດໆ ທີ່ຈະເກີດຂຶ້ນກັບຕົນ, ແຕ່ບັນດາສະ ຫາຍເຫລົ່ານັ້ນໄດ້ມີສິ່ງບັນ ດານ ເຂົ້າໄວ້ໃນມັນສະໝອງ ແລະ ຮ່າງກາຍ ແລະ ຈິດໃຈອັນໜຸ່ມ ແໜ້ນຂອງຕົນ ຄືອຸດົມການອັນສູງສົ່ງ, ນໍ້າໃຈສາກົນປະຕິວັດ ທີ່ຜ່ອງໃສຢ່າງແທ້ຈິງ ຖືອັນນັ້ນເປັນອາວຸດ, ເປັນກໍາລັງແຮງ ແລະ ກຳລັງໃຈຂອງແຕ່ລະສະຫາຍນັກຮົບ ອາສາສະໝັກຂອງພວກເຮົາ. ຂ້າພະເຈົ້າຂໍຢໍ້າວ່າ: ການຕໍ່ສູ້ອັນຍືດເຍື້ອຍາວນານ ທີ່ປະຊາ ຊົນສອງຊາດ ຂອງ ພວກເຮົາ ໄດ້ດໍາເນີນມາເປັນເວລາຫລາຍສິບປີ ແລະ ຖືເປັນສະໜາມຮົບດຽວ, ໄດ້ຕໍ່ສູ້ຕ້ານກັບສັດຕູຜູ້ຮຸກ ຮານໂຕດຽວກັນ ເພື່ອນຳເອົາໄຊຊະນະລວມ ຂອງສອງຊາດ ຫລື ສາມຊາດອິນດູຈີນ ພ້ອມໆກັນ ໂດຍຖືເອົາຄໍາຂວັນ ທີ່ປະທານ ໂຮ່ຈີມິນ ເຄີຍເນັ້ນຢໍ້າໄວ້ວ່າ: “ບໍ່ມີອັນໃດປະເສີດກວ່າ ເອກະລາດ ແລະ ເສລີພາບ”. ດັ່ງນັ້ນ, ການຕໍ່ສູ້ຈຶ່ງໄດ້ຮັບໄຊຊະນະ, ໄຊຊະ ນະທີ່ໄດ້ມາ ແມ່ນໄຊຊະນະແຫ່ງການຕໍ່ສູ້ ທີ່ຢືນຢັນວ່າ: ຄວາມເປັນທໍາຍາມໃດກໍຊະນະຄວາມອະທໍາຢູ່ສະເໝີປະຊາຊົນລາວ ກໍເຂົ້າໃຈຢ່າງເລິກເຊິ່ງວ່າ ການຕໍ່ສູ້ຂອງ ກຳລັງປະຕິວັດ ຂອງ 3 ຊາດ ນັ້ນ, ກໍແມ່ນພາລະກິດ ແລະ ຄວາມຮັບຜິດຊອບຂອງຕົນເໝືອນກັນ. ດັ່ງນັ້ນ, ກອງ ທັບ ແລະ ປະຊາຊົນລາວ ຈຶ່ງໄດ້ເຮັດທຸກສິ່ງທຸກຢ່າງຕາມຄວາມສາມາດຂອງຕົນ ເພື່ອຊ່ວຍ ເຫລືອ ແລະ ປົກປ້ອງການປະຕິບັດພັນທະສາກົນຂອງ ບັນດາສະຫາຍ ທະຫານອາສາ ສະໝັກ. ພ້ອມກັນນີ້, ບັນດາທະຫານອາສາສະໝັກ ກໍໄດ້ສ້າງຄວາມຮັກຄວາມແພງເປັນລູກ ເປັນຫລານ ຂອງປະຊາຊົນລາວ.
ນໍ້າໃຈຮ່ວມສໍາພັນສູ້ຮົບ, ຄວາມສາມັກຄີພິເສດ ແລະ ມິດຕະ ພາບ ທີ່ຍິ່ງໃຫຍ່ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ນັ້ນ, ມັນໄດ້ພິສູດໃຫ້ເຮົາຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປ ເຫັນໄດ້ຈະແຈ້ງເປັນທີ່ປະຈັກຊັດເຈນມາແລ້ວ ຈາກຄໍາກອນ ອະມະຕະ ທີ່ ປະທານ ໂຮ່ຈີ່ມິນ ຜູ້ຍິ່ງໃຫຍ່ ໄດ້ວາດພາບເອົາໄວ້ວ່າ: “ຮັກຫອມກັນໝາຍໝັ້ນ ຫລາຍສັນພູກໍ່ປີນໄຕ່ຫລາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງຂັ້ນ ກໍ່ດຸ່ງໄປສອງຊາດລາວ-ຫວຽດ ໄດ້ ຝັງຄວາມ ຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້ ”
ປະທານ ໄກສອນ ພົມວິຫານ ໄດ້ເນັ້ນວ່າ: “ ພູ ອາດຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊ ອາດຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງຂະນົງແກ່ນ ຊົ່ວກາລະນານ ”
ປະທານ ສຸພານຸວົງ ໄດ້ເວົ້າວ່າ : “ ການພົວພັນ ລາວ -ຫວຽດນາມ ແມ່ນຍິ່ງໃຫຍ່ມະຫາສານ, ບໍ່ມີບົດເພງ ແລະ ບົດກາບກອນໃດໆທີ່ສາມາດພັນລະນານັບໄດ້, ມິດຕະພາບດັ່ງກ່າວສູງຍິ່ງກວ່າພູເຂົາ, ຍາວກວ່າແມ່ນໍ້າ, ກວ້າງໃຫຍ່ກວ່າມະຫາ ສະ ໝຸດ, ງາມກວ່າເດືອນເພັງ, ຫອມຫວນກວ່າດອກໄມ້ນາໆຊະນິດທີ່ຫອມຫວນທີ່ສຸດ ”
ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວອີກວ່າ: ປະ ຫວັດສາດຂອງການພົວພັນຮ່ວມມື ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຂອງພວກເຮົານັ້ນ ມັນໄດ້ລວມຍອດຢູ່ໃນບົດກອນ ຂອງປະທານ ໂຮ່ຈີ່ມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ຄວາມສຳພັນລາວ-ຫວຽດນາມ, ຫວຽດ ນາມ-ລາວ ເປັນຄວາມສຳພັນ “ໜຶ່ງບໍ່ມີສອງ”, “ບໍ່ຄືໃຜ ແລະ ບໍ່ມີໃຜຄື” ເພາະ ວ່າ: ຄວາມເປັນສະຫາຍພວກເຮົາ ແມ່ນລວມຍອດຢູ່ໃນການຮ່ວມອຸດົມການ (ອຸດົມການປະຕິວັດ, ອຸດົມການສັງ ຄົມນິຍົມ ແລະ ກອມມູນິດນິຍົມ); ຄວາມສາມັກຄີພິເສດ ແມ່ນ ລວມຍອດຢູ່ໃນການຮ່ວມສຳພັນສູ້ຮົບ, ຄວາມເສຍສະຫລະໃຫ້ກັນ ແລະ ກັນໃນເວລາຈຳ ເປັນ ແມ່ນແຕ່ຊັບສົມບັດ, ຊີວິດເລືອດ ເນື້ອ ກໍເສຍສະລະໃຫ້ກັນໄດ້ຢ່າງບໍ່ມີເງື່ອນໄຂໃດໆ, ນີ້ແມ່ນມີຄວາມພິເສດ ທີ່ເກີດຂຶ້ນ ໃນຄວາມສາມັກຄີຂອງສອງຊາດພວກເຮົາ; ຄວາມເປັນອ້າຍ ນ້ອງ ແມ່ນລວມຍອດຢູ່ໃນຄວາມຊ່ວຍຊູຍູ້ໜູນກັນ, ຄວາມແບ່ງປັນດ້ວຍຄວາມມີນໍ້າໃຈຕໍ່ກັນ “ເຂົ້າ ເມັດຫັກ ຜັກເສັ້ນໜຶ່ງ ກໍແບ່ງປັນກັນ” ດັ່ງ ສະຫາຍ ຫງວຽນ ຝູ໋ຈ້ອງ ເຄີຍຂະໜານນາມວ່າ ລາວ-ຫວຽດນາມ ແມ່ນ “ອ້າຍນ້ອງຮ່ວມອຸ ທອນດຽວກັນ”; ຄວາມເປັນເພື່ອນ ຂອງພວກເຮົານັ້ນແມ່ນລວມຍອດ ຢູ່ທີ່ຄິດຮ່ວມກັນ, ແບ່ງປັນຄວາມຮູ້ຢ່າງຈິງໃຈບໍລິສຸດ ເປັນ ຕາຍນຳກັນ, ຕິດພັນກັນ “ຄືກັບໝາກຫົວ ໃຈໜ່ວຍດຽວ” ທີ່ເປັນຫ່ວງເປັນໄຍ ຕໍ່ກັນຢ່າງແທ້ຈິງ, ມີສຸກມີທຸກ ກໍຢູ່ຄຽງຂ້າງກັນ.
ໃນໂອກາດນີ້, ສະຫາຍ ຢາກຂໍຝາກໄວ້ນຳທຸກໆຄົນ ທີ່ເປັນພົນ ລະເມືອງຂອງ 2 ປະເທດເຮົາ ໂດຍສະເພາະຄົນຮຸ່ນໜຸ່ມ ທີ່ຈະກຳອະນາຄົດຂອງປະເທດພວກເຮົາ, ກຳອະນາ ຄົດຂອງມິດຕະພາບ, ຄວາມສາມັກຄີ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງຮູ້ຈັກຄຸນຄ່າທີ່ແທ້ຈິງ ທັງຮູ້ເພີ່ມພູນຄູນສ້າງ ໃຫ້ນັບມື້ນັບຍິ່ງໃຫຍ່, ນັບມື້ນັບມີຄວາມເປັນພິເສດ; ຈົ່ງປົກປັກຮັກສາ ແລະ ຫວງແຫນ ບໍ່ໃຫ້ມີສັດ ຕູໂຕໃດ ຫລື ອິດທິກຳລັງໃດໆມາຜ່າມ້າງໄດ້; ພວກເຮົາໄດ້ຢືນຢັນຮ່ວມກັນວ່າ ການຮ່ວມມື ລາວ-ຫວຽດນາມ ແມ່ນການ ຮ່ວມມືຮອບດ້ານ ນັບທັງດ້ານການເມືອງ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ວັດທະນະທຳ- ສັງຄົມ, ດ້ານການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມການທ່ອງທ່ຽວ, ການສ້າງສະພາບແວດລ້ອມໃຫ້ກັນ ແລະ ກັນ ເພື່ອສົ່ງເສີມການຄ້າ, ການລົງທຶນ, ໄປມາຫາສູ່ລະຫວ່າງ ປະຊາ ຊົນ ກັບປະຊາຊົນ, ລະຫວ່າງ ຊາວໜຸ່ມ ແລະ ຄົນຮຸ່ນໃໝ່ ແລະ ອື່ນໆ; ສອງຝ່າຍ ຈະສືບຕໍ່ຊອກຄົ້ນຫາອັດຖິ ຂອງບັນດາສະ ຫາຍນັກຮົບອາສາສະໝັກຫວຽດນາມ ທີ່ເສຍສະຫລະຊີວິດຢູ່ລາວ ໃຫ້ກັບມາສູ່ຄອບຄົວ ແລະ ປິຕຸພູມຂອງຕົນ ດ້ວຍຄວາມເອົາໃຈໃສ່ໃນລະດັບສູງສຸດ ໃຫ້ສຳເລັດໄວເທົ່າທີ່ຈະໄວໄດ້. ທັງໝົດ ບັນດາແຜນການ, ແຜນງານ ຂອງການຮ່ວມມື ລະຫວ່າງ ສອງປະເທດທີ່ໄດ້ນຳມາປຶກສາ ແລະ ຕົກລົງກັນໃນການຢ້ຽມຢາມຄັ້ງນີ້ ແມ່ນນຳເອົາຜົນປະໂຫຍດສູງສຸດ ມາໃຫ້ປະຊາຊົນ ສອງຊາດພວກເຮົາ, ທັງສ້າງເງື່ອນໄຂອຳນວຍ ໃຫ້ແຕ່ລະປະເທດມີໂອກາດ ກ້າວຂຶ້ນຮ່ວມກັນ ຕາມຄວາມມຸ່ງຫວັງ ຂອງບັນພະບູລຸດ ຂອງສອງຊາດ ທີ່ໄດ້ກໍ່ສ້າງ, ຖະນຸຖະໜອມ ແລະ ປົກປັກຮັກສາ ຄວາມສຳພັນອັນຫາຍາກ ຂອງສອງຊາດພວກເຮົາ ໃຫ້ຈົນເທົ່າໃດໆ.
ຂ່າວ: ຂປລ





