ຕອນບ່າຍວັນທີ 22 ມັງກອນ ນີ້, ທ່າມກາງອາກາດທີ່ໜາວແຮງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ ທີ່ກຳລັງເຄື່ອນໄຫວຢ້ຽມຢາມ ແຂວງຫລຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ ໄດ້ຂີ່ລົດໄປຕາມເສັ້ນທາງເທິງພູສູງ ເກືອບ 1 ຊົ່ວໂມງ ໄປເຖິງບ້ານຈູ້ເຈ່ຍໂກ່ຕາ ແສງເຜົ່າແມນຈູໝິງສຸ້ຍ ເມືອງສຸຍຈົ່ງ ນະຄອນຫູລູຕາວ ເພື່ອສຳ ຫລວດກວດເບິ່ງສະພາບການສ້າງສາຄືນໃໝ່ ຫລັງໄພນ້ຳຖ້ວມທີ່ເກີດຂຶ້ນໃນປີກາຍ ພ້ອມທັງໄດ້ຢື້ຢາມຖາມຂ່າວທຸກສຸກຂອງປະ ຊາຊົນຜູ້ປະສົບໄພຢູ່ທ້ອງຖິ່ນນີ້.
ທ່ານ ສີຈິ້ນຜິງ ເວົ້າກັບຊາວບ້ານວ່າ: ປີກາຍນີ້, ນະຄອນຫູລູຕາວ ໄດ້ປະສົບໄພນ້ຳຖ້ວມຢ່າງໜັກໜ່ວງ, ຂ້າພະເຈົ້າ ມີຄວາມ ຫ່ວງໃຍມາໂດຍຕະຫລອດ. ໃກ້ຈະຮອດບຸນກຸດຈີນແລ້ວ ຂ້າພະ ເຈົ້າ ໄດ້ມາຢ້ຽມຢາມ ພວກສະຫາຍ, ມື້ນີ້ເບິ່ງແລ້ວຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ. ທົ່ວປະເທດຈີນ ໄດ້ເກີດໄພພິບັດທຳມະຊາດຫລາຍໃນປີຜ່ານມາ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການສ້າງສາຄືນໃໝ່ຂອງທຸກເຂດປະສົບໄພ ລ້ວນແຕ່ຈະໄດ້ຮັບປະສິດ ທິຜົນທີ່ດີ. ພວກເຮົາຖືປະຊາຊົນໄວ້ຢູ່ໃນດວງໃຈຢ່າງສະເໝີຕົ້ນສະເໝີ ປາຍ, ເມື່ອປະຊາຊົນປະສົບຄວາມຫຍຸ້ງຍາກຫລາຍທີ່ສຸດ, ພັກ-ລັດ ກໍຈະເປັນທີ່ ເພິ່ງ ພາອາໄສທີ່ເຂັ້ມແຂງທີ່ສຸດຂອງປະຊາຊົນ, ຈະຊ່ວຍທຸກຄົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສ້າງສາບ້ານເມືອງໃຫ້ຄືນສູ່ ສະພາບປົກກະຕິ ຢ່າງແນ່ນອນ.
ໃນເຮືອນຂອງທ້າວ ຫວາງເຈ່ຍເຫວີຍ ຊາວບ້ານບ້ານດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ກວດເບິ່ງໂຄງສ້າງ ແລະ ຄຸນນະພາບຂອງເຮືອນຢ່າງລະອຽດ, ພ້ອມທັງໄດ້ລົມເລື່ອງ ລາວ ຊີວິດປະຈຳວັນກັບຄອບຄົວຂອງລາວ. ທ່ານ ສີຈິ້ນຜິງ ໄດ້ເອົາໃຈໃສ່ ແລະ ຖາມເຖິງຊີວິດການເປັນຢູ່ຂອງທ້າວ ຫວາງເຈ່ຍເຫວີຍ ວ່າ: “ເຮືອນຂອງເຈົ້າຖືກນໍ້າຖ້ວມ, ມີຜົນເສຍຫາຍຫລາຍເທົ່າໃດ?” “ອົງການປົກ ຄອງທ້ອງຖິ່ນ ໄດ້ໃຫ້ເງິນຊ່ວຍເຫລືອ ເທົ່າໃດແກ່ການປຸກເຮືອນຫລັງໃໝ່? ເຈົ້າເອງໄດ້ຈ່າຍເງິນເທົ່າໃດ?” “ລາຍຮັບຕົ້ນຕໍຂອງຄອບຄົວແມ່ນຫຍັງ?” “ຊາວໜຸ່ມຢູ່ໃນຄອບຄົວ ເຮັດວຽກຢູ່ ໃສ?” ທ້າວ ຫວາງເຈ່ຍເຫວີຍ ໄດ້ຕອບທ່ານ ສີຈິ້ນຜິງ ດ້ວຍຄວາມຕື່ນເຕັ້ນວ່າ: ບໍ່ນຶກວ່າຈະໄດ້ຢູ່ເຮືອນທີ່ກວ້າງ ແລະ ງາມໄວ ປານນີ້, ຂອບໃຈນໍາທ່ານ ເລຂາທິການໃຫຍ່, ຂອບໃຈ ນໍານະໂຍ ບາຍ ທີ່ດີຂອງພັກ.
ທ່ານ ສີຈິ້ນຜິງ ກ່າວວ່າ: ປະຊາຊົນສໍາຄັນກວ່າໝູ່, ການຊ່ວຍເຫລືອປະຊາຊົນຜູ້ປະສົບໄພແມ່ນໜ້າທີ່ຂອງພັກ ແລະ ລັດຖະ ບານທີ່ຕ້ອງເຮັດ. ຄວາມຫວັງຂອງພວກເຈົ້າກໍແມ່ນຄວາມຫວັງ ຂອງພວກເຮົາຄືກັນ, ພວກເຮົາທຸກຄົນຈົ່ງສູ້ຊົນພະຍາຍາມຮ່ວມກັນເພື່ອ ຊີວິດທີ່ມີຄວາມສຸກຫລາຍກວ່າເກົ່າ.
Cr. CMG





