ຄວາມເຊື່ອໝັ້ນຂອງຫຼາຍປະເທດຕໍ່ປະເທດທີ່ມີຂະໜາດເສດຖະກິດໃຫຍ່ກວ່າໝູ່ໃນໂລກຫຼຸດລົງຢ່າງຕໍ່ເນື່ອງ

ເມື່ອບໍ່ດົນມານີ້, ສຳນັກຂ່າວ Press Trust ຂອງອິນເດຍ ລາຍງານວ່າ: ຍ້ອນຄວາມຕ້ອງການດ້ານພະລັງງານເພີ່ມສູງຂຶ້ນ ເຮັດໃຫ້ອິນເດຍໄດ້ເລັ່ງນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍເພີ່ມຂຶ້ນ. ໃນໄລຍະຕົ້ນເດືອນຕຸລາປີນີ້, ບໍລິສັດຂໍ້ມູນມືອາຊີບ ຄາດຄະເນວ່າ ການນຳເຂົ້ານ້ຳມັນຈາກຣັດເຊຍຂອງອິນເດຍ ເພີ່ມຂຶ້ນປະມານ 20% ເປັນ 1,9 ລ້ານບາເຣນຕໍ່ມື້. ເຫັນໄດ້ຊັດເຈນວ່າ ທາງເລືອກຂອງອິນເດຍບໍ່ຍາກທີ່ຈະເຂົ້າໃຈຫຼັງຈາກຊັັ່ງຊາຜົນໄດ້ຜົນເສຍຍ້ອນການນໍາເຂົ້ານໍາມັນເຊື້ອໄຟຈາກບາງປະເທດໃຫຍ່ທີ່ໄດ້ເພີ່ມອັດຕາພາສີໃນໄລຍະຜ່ານມາ.
ອິນເດຍ ບໍ່ແມ່ນກໍລະນີດຽວ. ຈຳນວນປະເທດໄດ້ເພີ່ມຫຼາຍຂຶ້ນກຳລັງປະຕິເສດທີ່ຈະຍອມຮັບການບັງຄັບຂອງບາງປະເທດທີ່ມີຂະໜາດເສດຖະກິດໃຫຍ່ກວ່າໝູ່ໃນໂລກ ເຊິ່ງເປັນສິ່ງທີ່ປະເທດດັ່ງກ່າວຍຶດຖື ແລະ ມີຄວາມພູມໃຈມາດົນນານ. ເພາະສະຖານະພາບຂອງປະເທດນີ້ໃນຖານະມະຫາອຳນາດໃນໄລຍະຜ່ານມາແມ່ນອີງໃສ່ສະຖານະທີ່ເປັນຢູ່ເຊິ່ງຖືວ່າບໍ່ມີປະເທດອື່ນຄວນສະສົມນ້ຳໜັກທາງດ້ານເສດຖະກິດ ແລະ ຍຸດທະສາດພຽງພໍທີ່ຈະສ້າງລັດທິຝ່າຍດຽວຂອງຕົນ ຫຼື ຮູບແບບຂອງຫຼາຍຂົ້ວທີ່ບັ່ນທອນໄດ້, ແຕ່ປັດຈຸບັນສິ່ງຕ່າງໆ ກໍາລັງປ່ຽນແປງ ແລະ ເກີດຂຶ້ນ.
ໃນເອີຣົບ, ສໍານັກຂ່າວ CNN ໄດ້ຊີ້ໃຫ້ເຫັນວ່າ ບັນຍາກກາດການປະຊຸມສຸດຍອດອາເມຣິກາ-ອູແກຼນເມື່ອບໍ່ດົນມານີ້ມີຄວາມເຄັ່ງຕຶງຫຼາຍ. ອູແກຣນບໍ່ໄດ້ຮັບລູກສອນໄຟຕາມທີ່ຕົນຕ້ອງການ ແລະ ບໍ່ໄດ້ຮັບຄໍາໝັ້ນສັນຍາຈະເຂົ້າໄປໂຕະເຈລະຈາກັນ. ສ່ວນໃນກຸ່ມນາໂຕ, ແອັດສະເປນ ໄດ້ປະຕິເສດອີກຄັ້ງທີ່ຈະເພີ່ມຄ່າໃຊ້ຈ່າຍດ້ານປ້ອງກັນປະເທດເປັນມາດຕະຖານໃໝ່ 5% ຂອງ GDP, ແຕ່ຖືກບາງປະເທດໃຫຍ່ຂູ່ທີ່ຈະເພີ່ມພາສີ ແລະຈົນເຖິງຂັ້ນຈະໃຫ້ແອັດສະປາຍອອກຈາກກຸ່ມນາໂຕ. ຢ່າງໃດກໍຕາມ ໂຄສົກຄະນະກໍາມທິການເອີຣົບ ກ່າວວ່າ: ຈະປ້ອງກັນຜົນປະໂຫຍດທີ່ຊອບທຳຂອງແອັດສະປາຍຢ່າງໜັກແໜ້ນ ແລະ ປ້ອງກັນບໍ່ໃຫ້ຖືກຂົ່ມຂູ່ຈາກພາສີ. ຂະນະທີ່ຢູ່ອາເມລິກາລາຕິນ ບາງປະເທດໃຫຍ່ໄດ້ສົ່ງກໍາປັ່ນສູ້ຮົບຫຼາຍລຳໄປນ່ານນ້ຳໃກ້ກັບເວເນຊູເອລາ, ພ້ອມນີ້ ຍັງໄດ້ຂົ່ມຂູ່ຈະຢຸດການຊ່ວຍເຫຼືອໂກໂລມບີ ແລະ ຈະເພີ່ມພາສີ ເຮັດໃຫ້ຫຼາຍປະເທດໃນອາເມລິກາລາຕິນ ແລະ ອົງການສາກົນໄດ້ກ່າວວ່າການກະທໍາຂອງບາງປະເທດໃຫຍ່ດັ່ງກ່າວວ່າລະເມີດກົດໝາຍສາກົນຢ່າງຮ້າຍແຮງ.
ການຖອນຕົວອອກຈາກອົງການຕ່າງໆ ທົ່ວໂລກ, ການເລີກຈ້າງງານຄັ້ງໃຫຍ່ຂອງລັດຖະບານ, ການເນລະເທດຊາວອົບພະຍົບຜິດກົດໝາຍ, ການເກັບພາສີ ແລະ ການປິດກະຊວງສຶກສາ. ທັງໝົດນີ້ໄດ້ສະແດງໃຫ້ເຫັນວ່າ ແນວທາງນະໂຍບາຍທີ່ບໍ່ແນ່ນອນສູງຂອງປະເທດທີ່ມີຂະໜາດເສດຖະກິດໃຫຍ່ກວ່າໝູ່ໂລກໄດ້ເຮັດໃຫ້ເກີດມີຄວາມກັງວົນລະດັບໂລກກ່ຽວກັບບົດບາດການເປັນຜູ້ນຳໂລກຂອງປະເທດດັ່ງກ່າວເພີ່ມຂຶ້ນ. ຄວາມຕ້ອງການຂອງປະເທດດັ່ງກ່າວທີ່ຕ້ອງການບັງຄັບປະເທດ ໃນຂະນະທີ່ບໍ່ຢາກຮັບຜິດຊອບພັນທະທີ່ກ່ຽວຂ້ອງແມ່ນປັດໃຈສຳຄັນທີ່ທໍາລາຍຄວາມເປັນຜູ້ນຳໂລກຂອງຕົນເພີ່ມຂຶ້ນ.
ໃນດ້ານໜຶ່ງ, ຊັບພະຍາກອນ ແລະ ຄວາມສາມາດຂອງປະເທດດັ່ງກ່າວໃນການມີສ່ວນຮ່ວມກັບດູແລສາກົນກຳລັງຫຼຸດລົງ. ຂະນະທີ່ອີກດ້ານຫນຶ່ງ, ເນື່ອງຈາກການຂາດສິນ ທໍາຂອງຕົນ, ການບໍລິຫານໂລກຈຶ່ງບໍ່ສົມບູນ ແລະ ບໍ່ສາມາດຕອບສະໜອງຕໍ່ວິກິດການລະດັບໂລກທີ່ໃຫຍ່ຂຶ້ນ. ການຖອນຕົວອອກຈາກອົງການສາກົນຢ່າງບໍ່ຢຸດຢັ້ງ ແລະ ການບໍ່ຈ່າຍເງິນສົມທົບໃຫ້ກັບອົງການສາກົນ ບໍ່ພຽງແຕ່ພາດຊ່ອງທາງໂອກາດອັນລໍ້າຄ່າສຳລັບການບໍລິຫານໂລກເທົ່ານັ້ນ, ຍັງເປັນອຸປະສັກຕໍ່ການຮ່ວມມືຂອງປະຊາຄົມໂລກໃນການຮັບມືກັບຄວາມທ້າທາຍຮ່ວມກັນ.ໃນດ້ານທີ່ສອງ, ນະໂຍບາຍທີ່ປ່ຽນແປງຢ່າງວ່ອງໄວຂອງປະເທດດັ່ງກ່າວໄດ້ທຳລາຍຊື່ສຽງລະດັບສາກົນຂອງຕົນຢ່າງຫຼວງຫຼາຍ, ພ້ອມທັງຂາດຄວາມເປັນກາງໃນການໄກ່ເກ່ຍຂໍ້ຂັດແຍ່ງລະຫວ່າງປະເທດ.
ການປົກຄອງທີ່ຍາວນານໄດ້ຖືກພະລັງຕໍ່ຕ້ານທົ່ວໂລກເພີ່ມຂຶ້ນ. ໃນປີນີ້, ຕັ້ງແຕ່ການຂູ່ທີ່ຈະໃຊ້ກໍາລັງ ຫຼື ເສດຖະກິດ ເພື່ອຄວບຄຸມຄອງປານາມາ ແລະ ເກາະກຣີນແລນ ໄປສູ່ການປ່ຽນຊື່ອ່າວແມັກຊິໂກພຽງຝ່າຍດຽວເປັນອ່າວອາເມລິກາ, ແລະ ຕັ້ງແຕ່ການຂູ່ທີ່ຈະກຳຈັດ ແລະ ຢຶດຄອງເຂດກາຊາໄປສູ່ການຂູ່ຕັດການຊ່ວຍເຫຼືອເອຢິບ ແລະ ຊອກດານີ, ໄດ້ເພີ່ມນ້ຳມັນໃສ່ໄຟໃຫ້ເກີດຂໍ້ຂັດແຍ້ງທົ່ວໂລກ ແລະ ພາກພື້ນ.
ອິດທິພົນສາກົນເກີດຈາກຄວາມເຂັ້ມແຂງຂອງຊາດ, ເຊິ່ງສະແດງອອກມາຈາກການສະໜັບສະໜູນອຳນາດຢ່າງແຂງແຮງ, ແຕ່ທີ່ສຳຄັນກວ່ານັ້ນແມ່ນຂຶ້ນກັບວ່າປະເທດນັ້ນສາມາດສະໜອງສິນຄ້າສາທາລະນະທີ່ສຳຄັນສຳລັບການພັດທະນາຂອງໂລກ, ປົກປ້ອງສັນຕິພາບ ແລະ ສະຖຽນລະພາບຂອງໂລກຜ່ານການກະທຳຕົວຈິງ, ຮັບຜິດຊອບພັນທະສາກົນຢ່າງຫ້າວຫັນ, ເຂົ້າຮ່ວມຢ່າງກະຕືລືລົ້ນໃນການສົ່ງເສີມການປະຕິຮູບການບໍລິຫານໂລກ ແລະ ປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງມວນມະນຸດ. ປັດຈຸບັນ, ສິ່ງເຫຼົ່ານີ້ບໍ່ແມ່ນຜົນປະໂຫຍດຂອງປະເທດທີ່ມີເສດຖະກິດຂະໜາດໃຫຍ່ກວ່າໝູ່ໃນໂລກ. ໃນຂະນະທີ່ປະເທດດັ່ງກ່າວສ້າງເງົາມືດທີ່ໃຫຍ່, ໂລກກໍາລັງຫຼຸດອອກຈາກເງົາຂອງປະເທດນີ້ນັບມື້ຫຼາຍຂຶ້ນເລື້ອຍໆ.


