ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາມເສຍຫາຍເບື້ອງຕົ້ນ ຈາກໄພພິບັດນ້ຳຖ້ວມ ທົ່ວແຂວງຄໍາມ່ວນ 108 ຕື້ກວ່າກີບ

Aug 2, 2025

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນໄລຍະແຕ່ຕົ້ນ ເດືອນກໍລະກົດ 2025 ເປັນຕົ້ນມາ ແຂວງຄຳມ່ວນ ໄດ້ຮັບຜົນກະທົບຈາກກະແສລົມມໍລະສຸມ ແລະ ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ຕິດຕໍ່ກັນຫລາຍວັນ ລວມທັງໄດ້ຮັບຜົນກະທົບຈາກພາຍຸວິພາ ເຮັດໃຫ້ລະດັບນໍ້າຕາມສາຂາຕ່າງໆ ມີການເພີ່ມຂຶ້ນຢ່າງໄວວາ ເກີດໃຫ້ມີນໍ້າຊຸ, ນໍ້າຖ້ວມຂັງຍື່ງຂຶ້ນ ສົ່ງຜົນກະທົບຕໍ່ເນື້ອທີ່ທຳການຜະລິດຂອງປະຊາຊົນ ລວມທັງເຮືອນຊານ, ເລົ້າເຂົ້າ, ພາຫະນະ ແລະ ພື້ນຖານໂຄງລ່າງໄດ້ຮັບຄວາມເສຍຫາຍຢ່າງຫລວງຫລາຍ. ພ້ອມນັ້ນ, ຍັງຖືກເສຍຫາຍຈາກດິນເຊາະເຈື່ອນ, ສັດລ້ຽງຂອງປະຊາຊົນລົ້ມຕາຍ ແລະ ເສຍຫາຍຈໍານວນໜຶ່ງ ລວມມູນຄ່າເສຍຫາຍ 108,17 ຕື້ກີບ.
May be an image of railroad May be an image of grass
ຄະນະກຳມະການໄພພິບັດຂັ້ນແຂວງຄຳມ່ວນ ລາຍງານໃຫ້ຮູ້ວ່າ: ໃນທົ່ວແຂວງ ມີບ້ານທີ່ໄດ້ຮັບຜົນກະທົບທັງໝົດ 181 ບ້ານ, ມີ 7.227 ຄອບຄົວ, ເດັກນ້ອຍ ອາຍຸ 03 ປີ ຕົກນໍ້າເສຍຊີວິດ 01 ຄົນ (ຢູ່ບ້ານມ່ວງໄຂ ເມືອງຫີນບູນ), ເນື້ອທີ່ນາປີຖືກນໍ້າຖ້ວມ 9.398 ເຮັກຕາ, ເນື້ອທີ່ສວນມັນຕົ້ນຖືກນໍ້າຖ້ວມ 236 ເຮັກຕາ ໃນນີ້, ເສຍຫາຍແລ້ວ 3.388 ເຮັກຕາ, ເສັ້ນທາງເປ່ເພ 51 ເສັ້ນ, ຂົວ 11 ຈຸດ, ຊົນລະປະທານ 04 ແຫ່ງ ແລະ ໜອງປາຈຳນວນໜຶ່ງ ລວມຜົນເສຍຫາຍເບື້ອງຕົ້ນ 108,17 ຕື້ກີບ ໃນນີ້, ຂົງເຂດໂຍທາທິການ ແລະ ຂົນສົ່ງມີ: ບັນດາເສັ້ນທາງ, ຂົວ, ສິ່ງປຸກສ້າງເຮືອນຊານຂອງປະຊາຊົນ ເສຍຫາຍ 94,9 ຕື້ກີບ, ຂົງເຂດກະສິກໍາ ແລະ ສິ່ງແວດລ້ອມ: ເນື້ອທີ່ນາ, ສວນມັນຕົ້ນ, ໜອງປາ, ສັດລ້ຽງ ແລະ ຊົນລະປະທານ ເສຍຫາຍ 13 ຕື້ກີບ ແລະ ຂົງເຂດໄຟຟ້າ: ອຸປະກອນໄຟຟ້າໃນ 04 ຕົວເມືອງຄື: ຍົມມະລາດ, ຫີນບູນ, ໜອງບົກ ແລະ ບົວລະພາ ລວມມູນຄ່າເສຍຫາຍ 274 ລ້ານກວ່າກີບ, ສໍາລັບຂົງເຂດອື່ນໆ ທາງຄະນະຮັບຜິດຊອບໄພພິບັດຂັ້ນແຂວງ ຈະໄດ້ສືບຕໍ່ເກັບກຳຂໍ້ມູນ ແລະ ລາຍງານຜົນເສຍຫາຍຕື່ມໃນພາຍຫລັງ.
May be an image of 7 people, body of water and road