ຄວາມໝັ້ນຄົງໃນການເປີດປະຕູສູ່ພາຍນອກຂອງຈີນ ນັບມື້ສ້າງຄວາມໝັ້ນໃຈຢ່າງເຕັມທີ່ໃຫ້ແກ່ເສດຖະກິດໂລກ

ເມື່ອບໍ່ດົນມານີ້, ທາງການຈີນໄດ້ປະກາດສະຖິຕິການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໄລຍະ 11 ເດືອນຂອງປີ 2025 ເຊິ່ງບັນລຸສູງເຖິງ 41,210 ຕື້ຢວນ, ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນີ້ ສະເພາະເດືອນພະຈິກ ການນຳເຂົ້າ-ສົ່ງອອກສິນຄ້າເພີ່ມຂຶ້ນ 4,1%, ຮັກສາການເຕີບໂຕຕໍ່ເນື່ອງເປັນເວລາ 10 ເດືອນ. ສະຖິຕິດັ່ງກ່າວສະແດງໃຫ້ເຫັນວ່າ ທ່າມກາງສະພາບແວດລ້ອມສາກົນທີ່ຜັນແປຢ່າງສັບສົນ ແລະ ຄາດເດົາໄດ້ຍາກທີ່ເກີດຂຶ້ນພາຍໃນປີນີ້, ຈີນໄດ້ດຳເນີນນະໂຍບາຍເສດຖະກິດມະຫາພາກເພື່ອແກ້ໄຂບັນຫາຢ່າງກະຕືລືລົ້ນ ແລະ ມີປະສິດທິພາບດີ ເຮັດໃຫ້ເສດຖະກິດໂດຍລວມຂອງປະເທດມີຄວາມໝັ້ນຄົງ ແລະ ນັບມື້ເຕີບໃຫຍ່. ບັນດານັກວິເຄາະຕ່າງປະເທດ ຕ່າງ ປະເມີນເສດຖະກິດຈີນວ່າເປັນ “ກໍາປັ່ນລໍາໃຫຍ່ທີ່ຍັງແລ່ນຕໍ່ໄປທ່າມກາງຄື້ນກະແສຟອງຂອງລົມພາຍຸ”. ເມື່ອເບິ່ງຜ່ານທັດສະນະສາກົນແມ່ນສາມາດເຫັນໄດ້ຢ່າງຊັດເຈນວ່າ ກໍາປັ່ນລໍາໃຫຍ່ນີ້ມີລັກສະນະໂດດເດັ່ນ 3 ດ້ານ ຄື: ຄວາມໝັ້ນຄົງ, ຄວາມກ້າວໜ້າ ແລະ ຄວາມໝັ້ນໜຽວ.
ທ່າມກາງຄື້ນກະແສຟອງຂອງລົມແຮງ ແລະ ປັ່ນປວນ, ສະຖຽນລະພາບຂອງເສດ ຖະກິດຈີນໄດ້ເຮັດໃຫ້ທົ່ວໂລກປະທັບໃຈຢ່າງຍິ່ງ. ກໍາປັ່ນລໍາໃຫຍ່ຍັງຄົງແລ່ນຕໍ່ໄປໂດຍອາ ໄສແຮງຂັບເຄື່ອນແຫ່ງຄວາມກ້າວໜ້າ. ເມື່ອພິຈາລະນາຈາກສະພາບການສາກົນ ເຫັນວ່າ ຄວາມໝັ້ນໜຽວຂອງເສດຖະກິດຈີນຍິ່ງເພີ່ມຄວາມໂດດເດັ່ນຫຼາຍຂຶ້ນ.

ຍັງອີກບໍ່ພໍເທົ່າໃດວັນ, ຈີນຈະສິ້ນສຸດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14 (ແຜນພັດທະນາ 5 ປີ ຄັ້ງທີ 14) ແລະຈະແທນທີ່ດ້ວຍແຜນພັດທະນາ 5 ປີ ຄັ້ງທີ 15. ໃນລະຫວ່າງວັນທີ 10-11 ທັນວານີ້, ກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຂອງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ເພື່ອກຳນົດແຜນວຽກເສດຖະກິດ ປີ 2026. ໜຶ່ງໃນພາລະກິດສຳຄັນສຳລັບວຽກງານເສດຖະກິດ ປີ 2026 ທີ່ກອງປະຊຸມກຳນົດໄວ້ ແມ່ນການຍຶດໝັ້ນນະໂຍບາຍເປີດກວ້າງການເປີດປະຕູສູ່ພາຍນອກ ແລະ ສົ່ງເສີມການຮ່ວມມືທີ່ເປັນປະໂຫຍດຮ່ວມກັນໃນຫຼາຍດ້ານ.
ກອງປະຊຸມໄດ້ສະເໜີໃຫ້ເລັ່ງເດີນໜ້າເປີດກວ້າງການເປີດປະຕູສູ່ພາຍນອກຢ່າງຕໍ່ເນື່ອງ, ຂະຫຍາຍການເປີດກວ້າງຢ່າງເປັນລະບົບຂອງອຸດສາຫະກໍາການບໍລິການ, ປັບໂຄງສ້າງ ແລະ ຂອບເຂດຂອງເຂດການຄ້າເສລີ, ສົ່ງເສີມການກໍ່ສ້າງທ່າການຄ້າເສລີໄຫ ຫຼໍາຢ່າງໝັ້ນຄົງ, ສະເໜີໃຫ້ສົ່ງເສີມການພັດທະນາແບບປະສົມປະສານລະຫວ່າງການຄ້າກັບການລົງທຶນ ແລະ ການພັດທະນາແບບປະສົມປະສານລະຫວ່າງການຄ້າພາຍໃນກັບການຄ້າຕ່າງປະເທດ, ລວມເຖິງໄດ້ສະໜັບສະໜູນ ແລະ ສົ່ງເສີມການສົ່ງອອກການບໍລິການ, ພັດທະນາການຄ້າດິຈິຕອນ ແລະ ການຄ້າສີຂຽວຢ່າງແຂງແຮງ. ນອກນີ້ ໄດ້ສະເໜີໃຫ້ມີການປະຕິຮູບຢ່າງເລິກເຊິ່ງຂອງລະບົບ ແລະ ກົນໄກສົ່ງເສີມການລົງທຶນຈາກຕ່າງປະເທດ, ປັບປຸງລະບົບການບໍລິການຕ່າງປະເທດໃຫ້ຄົບວົງຈອນ, ສົ່ງເສີມການພັດທະນາໂຄງການພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໃຫ້ມີຄຸນນະພາບສູງ, ສົ່ງເສີມການລົງນາມຂໍ້ຕົກລົງການຄ້າ ແລະ ການລົງທຶນລະດັບພາກພື້ນ ແລະ ສອງຝ່າຍໃຫ້ນັບມື້ຫຼາຍຂຶ້ນ.

ຈີນ ໄດ້ນໍາໃຊ້ການເປີດກວ້າງການປະຕູສູ່ພາຍນອກສົ່ງເສີມການປະຕິຮູບ ແລະ ການພັດທະນາ, ແລະ ໃຊ້ການຮ່ວມມືສະແຫວງຫາຜົນປະໂຫຍດຮ່ວມກັນ. ພາຍໃຕ້ເບື້ອງຫຼັງທີ່ມີລັດທິຝ່າຍດຽວ ແລະ ລັດທິກີດຂວາງທາງການຄ້າເພີ່ມສູງຂຶ້ນ, ຈີນຢືນຢັນຢ່າງໝັ້ນຄົງຈະສ້າງເສດຖະກິດໂລກທີ່ເປີດກວ້າງ, ນຳສະເໜີວິທີແກ້ໄຂບັນຫາທີ່ມີປະສິດທິພາບເພື່ອປັບປຸງການຄຸ້ມຄອງເສດຖະກິດໂລກ. ການຮ່ວມມືພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງທີ່ມີຄຸນນະພາບສູງ, ຄວາມກ້າວໜ້າໃນການສ້າງເຂດການຄ້າເສລີ, ການເປັນເຈົ້າພາບຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຕໍ່ເນື່ອງມາຫຼາຍປີ ແລະ ການຂະຫຍາຍຂອບເຂດການຍົກເວັ້ນວີຊາຢ່າງຕໍ່ເນື່ອງ ສະແດງໃຫ້ເຫັນຢ່າງຊັດເຈນວ່າຄວາມມຸ່ງໝັ້ນຂອງຈີນໃນການຂະຫຍາຍການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຍັງບໍ່ມີການປ່ຽນແປງ ແລະ ປະຕູແຫ່ງການເປີດກວ້າງກໍ່ນັບມື້ເປີດກວ້າງອອກເລື້ອຍໆ.
ໃນຖານະເປັນຕະຫຼາດການບໍລິໂພກຂະໜາດໃຫຍ່ຂອງໂລກ ແລະ ມີກຸ່ມຜູ້ມີລາຍໄດ້ປານກາງໃຫຍ່ທີ່ສຸດໃນໂລກ, ຈີນໄດ້ສະແດງໃຫ້ເຫັນເຖິງພະລັງແຮງດ້ານການລົງທຶນ ແລະ ການບໍລິໂພກທີ່ມະຫາສານ. ນະໂຍບາຍຂອງຈີນທີ່ “ຍຶດໝັ້ນຄວາມຕ້ອງການພາຍໃນປະເທດເປັນຕົ້ນຕໍ ແລະ ສ້າງຕະຫຼາດພາຍໃນປະເທດທີ່ເຂັ້ມແຂງ”, ຕະຫຼາດຂະໜາດໃຫຍ່ຂອງຈີນໄດ້ມອບໂອກາດທີ່ສຳຄັນໃນການຂະຫຍາຍຄວາມຕ້ອງການໂດຍລວມໃຫ້ແກ່ທົ່ວໂລກ. ຫຼາຍປີມານີ້, ຈີນໄດ້ຫຼຸດລາຍການຂໍ້ຈຳກັດສຳລັບການເຂົ້າເຖິງການລົງທຶນຈາກຕ່າງປະເທດຢ່າງຕໍ່ເນື່ອງ, ຮັບປະກັນການປະຕິບັດຢ່າງເທົ່າທຽມກັນລະຫວ່າງວິສາຫະກິດໃນປະເທດ ແລະ ວິສາຫະກິດທຶນຕ່າງປະເທດ, ພະຍາຍາມສ້າງສະພາບແວດລ້ອມການປະກອບທຸລະກິດທີ່ມຸ່ງເນັ້ນຕະຫຼາດ, ຍຶດຫຼັກກົດໝາຍ ແລະ ເປັນສາກົນ.

ບັນດານັກວິເຄາະຕ່າງມີຄວາມເຫັນໂດຍທົ່ວໄປວ່າ: ເສດຖະກິດຈີນໃນພາບລວມຈະຮັກສາລະດັບການພັດທະນາທີ່ໝັ້ນຄົງ ແລະ ກ້າວໜ້າຢ່າງຕໍ່ເນື່ອງ, ສ້າງຄຸນຄ່າຄວາມເຊື່ອໝັ້ນໃຫ້ແກ່ເສດຖະກິດໂລກ. ແນວຄວາມຄິດ ແລະ ການປະຕິບັດຕົວຈິງທາງເສດຖະກິດຂອງຈີນໄດ້ໃຫ້ຂໍ້ມູນທີ່ເລິກເຊິ່ງ ແລະ ສຳຄັນຕໍ່ການແກ້ໄຂບັນຫາເສດຖະກິດໂລກ. ພາຍໃຕ້ເລື້ອງຫຼັງທີ່ເສດຖະກິດໂລກຂາດແຄນແຮງຂັບເຄື່ອນການຟື້ນຕົວ, ຈີນໄດ້ປັບໂຄງສ້າງການຄ້າຕ່າງປະເທດຢ່າງຕໍ່ເນື່ອງ, ສ້າງແຮງຂັບເຄື່ອນໃໝ່ຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນແຮງຂອງຄວາມຍືດຫຍຸ່ນສູງ, ເຊິ່ງເປັນຊ່ອງທາງສຳຄັນສຳລັບໂລກພາຍນອກໃນການສັງເກດການເສດຖະກິດຈີນ.
ການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງໃໝ່ ຫຼື ນະວັດຕະກຳ ແມ່ນທ່າອ່ຽງທີ່ຫຼີກລ່ຽງບໍ່ໄດ້ໃນການພັດທະນາເສດຖະກິດໃນອະນາຄົດ ແລະ ແຫຼ່ງທີ່ມາສຳຄັນສໍາລັບຄວາມເຂັ້ມແຂງຂອງເສດຖະກິດຈີນຢູ່ທີ່ກຳລັງການຜະລິດໃໝ່ທີ່ມີຄຸນນະພາບທີ່ເກີດຂຶ້ນຢ່າງວ່ອງໄວໂດຍຜ່ານນະວັດຕະກຳ. ໃນການຈັດອັນດັບດັດຊະນີນະວັດຕະກຳໂລກ ປີ 2025 ຫຼ້າສຸດ, ຈີນໄດ້ກ້າວສູ່ 10 ອັນດັບທຳອິດເປັນຄັ້ງທຳອິດ. ຜູ້ສັງເກດການຕ່າງປະເທດຈຳນວນບໍ່ໜ້ອຍເຊື່ອວ່າ ການທີ່ຈີນສົ່ງເສີມການປະສົມປະສານຢ່າງເລິກເຊິ່ງລະຫວ່າງນະວັດ ຕະກຳທາງວິທະຍາສາດເຕັກໂນໂລຊີກັບນະວັດຕະກຳທາງອຸດສາຫະກຳຢ່າງຕໍ່ເນື່ອງນັ້ນເປັນແບບຢ່າງທີ່ມີຄຸນຄ່າສຳລັບປະເທດອື່ນໆ ໃນການບັນລຸການພັດທະນາເສດຖະກິດທີ່ມີຄຸນນະພາບສູງ.

ມາຮອດປັດຈຸບັນ, ຄົງບໍ່ມີປະເທດໃດໃນໂລກທີ່ກ້າປະຕິເສດໄດ້ວ່າ ການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນ, ນອກຈາກໄດ້ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະເທດຈິງເອງ ຍັງນໍາເອົາຜົນປະໂຫຍດຢ່າງມະຫາສານມາໃຫ້ບັນດາປະເທດໃນໂລກທີ່ມີການພົວ ພັນຮ່ວມມືກັບຈີນ, ແລະ ຄວາມໝັ້ນຄົງໃນການເປີດປະຕູສູ່ພາຍນອກຂອງຈີນກໍນັບມື້ສ້າງຄວາມໝັ້ນໃຈຢ່າງເຕັມທີ່ໃຫ້ແກ່ເສດຖະກິດໂລກ. ທົ່ວໂລກຕ່າງຄອຍໂອກາດຈາກຈີນ, ແລະ ຫວັງຢ່າງຍິ່ງທີ່ຈະມີການຮ່ວມມືທີ່ເປັນປະໂຫຍດຮ່ວມກັນກັບຈີນ. ຄວາມມຸ່ງໝັ້ນຂອງຈີນໃນການເປີດປະຕູສູ່ພາຍນອກໃນໃນລະດັບສູງໄດ້ອັດສີດແຮງຂັບເຄື່ອນທີ່ແຂງແຮງໃຫ້ແກ່ຄວາມຈະເລີນຮຸ່ງເຮືອງຂອງທົ່ວໂລກຢ່າງບໍ່ຢຸດຢັ້ງ.


