ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ສສຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການເລືອກເອົາບຸກຄົນທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເຂົ້າໄປເຮັດວຽກໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດ ແລະ ຜົນປິໂຫຍດຂອງປະຊາຊົນລາວບັນດາເຜົ່າ.
ພົນລະເມືອງລາວທຸກຄົນ ໂດຍບໍ່ຈໍາແນກເພດ, ເຜົ່າ, ຖານະທາງດ້ານເສດຖະກິດ-ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລໍາເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ; ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາ ຕ້ອງມີອາຍຸແຕ່ 21 ປີ ຂຶ້ນໄປ ທີ່ມີມາດຕະຖານຄົບຖ້ວນ ຕາມກົດໝາຍ.
ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເປັນພາກສ່ວນໜຶ່ງໃນການປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ໃນລະບົບການເມືອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ສະນັ້ນ, ການເລືອກຕັ້ງ ແມ່ນໜ້າທີ່ການເມືອງ, ເປັນຄວາມຮັບຜິດຊອບຂອງພັກ, ລັດ, ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການເລືອກຕັ້ງ ພ້ອມທັງປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າຮ່ວມໃຫ້ເປັນຂະບວນຟົດຟື້ນ, ຖືເອົາການເລືອກຕັ້ງ ເປັນປາງບຸນໃຫຍ່ຂອງຊາດ ດໍາເນີນໄປດ້ວຍບັນຍາກາດເບີກບານ ມ່ວນຊື່ນ, ມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ ເຮັດໃຫ້ການເລືອກຕັ້ງບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.


