ວັນທີ 8 ພະຈິກ 2024, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ໂດຍໄດ້ຮັບການສະໜັບສະໜູນ ຈາກທະນາຄານພັດທະນາອາຊີ ໃນຮູບແບບການຊ່ວຍເຫຼືອລ້າ ໄດ້ມອບອຸປະກອນຫ້ອງທົດລອງ ໃຫ້ວິທະຍາໄລກະສິກໍາ ແລະ ປ່າໄມ້ຈໍາປາສັກ.
ພິທີມອບ – ຮັບ ອຸປະກອນຄັ້ງນີ້ ຈັດຂຶ້ນຢູ່ວິທະຍາໄລດັ່ງກ່າວ ໂດຍກກ່າວມອບຂອງ ທ່ານ ຄໍາປ້ອງ ວົງພະຈັນ ຫົວໜ້າປະສານງານໂຄງການ ກສກສ ຂັ້ນສູນກາງ, ຮັບໂດຍ ທ່ານ ຄໍາສະຫວ່າງ ສົມບູນຂັນ ຜູ້ອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ຈໍາປາສັກ.
ການມອບອຸປະກອນຫ້ອງທົດລອງ – ວິໄຈ ທີ່ວິທະຍາໄລກະສິ ກຳ ແລະ ປ່າໄມ້ ຈຳປາສັກ ຄັ້ງນີ້ ປະກອບມີ ເຄື່ອງວິໄຈດິນ,ເຄື່ອງກວດຊອກຫາສານເຄມີຕົກຄ້າງໃນພືດ-ຜັກ,ໝາກໄມ້, (Boric acid, Sodium hydroxide, Potassium sulfate, Copper (II) sulfate) ແລະ ອື່ນໆ ລວມມີ 46 ລາຍການ ມູນຄ່າ 65,777 ໂດລາ ຫຼືປະມານ 1 ຕື້ 4 ລ້ານກ່ວາກີບ.
ຈຸດປະສົງໃນການຊ່ວຍເຫຼືອມອບອຸປະກອນ ໃນຫ້ອງທົດ ລອງ – ວິໄຈຄັ້ງນີ້ ເພື່ອຕອບສະໜອງການສົ່ງເສີມການຜະລິດກະສິກຳເປັນສິນຄ້າ ແລະ ມີຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ, ຍົກລະດັບ ສູນຄົ້ນຄວ້າ – ສູນພັດທະນາກະສິກຳ ແລະ ໂຄງລ່າງພື້ນຖານດ້ານການກວດກາຄຸນນະພາບ ແລະ ສຸຂາອະນາໄມໃຫ້ສູງຂຶ້ນ, ສ້າງຄວາມເຂັ້ມແຂງໃຫ້ແກ່ວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກດ້ານການຄົ້ນຄ້ວາທົດລອງ, ວຽກງານວິໄຈ ແລະ ບໍລິການຮັບໃຊ້ຊາວກະສິກອນໃຫ້ມີຄຸນນະພາບ.ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ໃຫ້ມີຄວາມທົນທານຕໍ່ການ ປ່ຽນແປງດິນຟ້າອາກາດ ສົ່ງເສີມທຸລະກິດກະສິກຳ ທີ່ເປັນມິດຕໍ່ສິ່ງແວດລ້ອມ.
ຂ່າວ,ພາບ: ເກດສະໜາ ແກ້ວສຸວັນນະແສງ





