ໃນວັນທີ 29 ມີນາ 2025ນີ້, ທີມງານຄອບຄົວເມຍການນຳເມືອງຫົງສາໄດ້ນຳເຄື່ອງຊ່ວຍເຫຼືອມາມອບໃຫ້ນ້ອງນັກຮຽນໂຮງຮຽນປະຖົມ ແລະ ມໍຕົ້ນ ທ່າຊ່ວງ, ໂດຍມີ ທ່ານ ນາງ ສົມຄິດ ຈັນທະວົງ ພັນລະຍາຂອງທ່ານເຈົ້າເມືອງຫົງສາ, ມີທ່ານ ນາງ ຄຳວົງ ແກ້ວມູນລັດ ປະທານສະຫະພັນແມ່ຍິງເມືອງ ພ້ອມດ້ວຍຄະນະທີມງານ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເຄື່ອງອຸປະກອນການຮຽນ, ອາຫານແຫ້ງ, ເຂົ້າກ່ອງຈຳນວນ 150 ກວ່າກ່ອງ ລວມມູນຄ່າ 7.761.000ກີບ, ນອກຈາກນີ້ຍັງນຳເອົາເຄື່ອງຂອງອົງການປົກຄອງເມືອງປະກອບມີສັງກະສີຈຳນວນ 20 ແຜ່ນ ແລະ ອຸປະກອນກິລາຈຳນວນຫນຶ່ງມອບໃຫ້ໂຮງຮຽນດັ່ງກ່າວ ລວມມູນຄ່າ 2.000.000ກີບ, ພ້ອມນີ້ຍັງໄດ້ນຳເອົາເຄື່ອງນຸ່ງຂອງສະຫະພັນເເມ່ຍິງເເຂວງໄຊຍະບູລີ ຈຳນວນ 4 ເປົາ ເເລະ ເຄື່ອງນຸ່ງຂອງຄອບຄົວເມຍການນໍາເມືອງຫົງສາຈຳນວນ 1 ເປົາ ມອບໃຫ້ບ້ານຫ້ວຍຊອງຕື່ມອີກ. ໃຫ້ກຽດຮັບໂດຍມີ ທ່ານ ວັນໄຊ ຊັບຫມັ້ນ ອຳນວຍການໂຮງຮຽນ ມໍຕົ້ນທ່າຊ່ວງ, ອົງການຈັດຕັ້ງບ້ານທ່າຊ່ວງ, ບ້ານຫ້ວຍຊອງ ແລະ ພະນັກງານຄູອາຈານໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນທ່າຊ່ວງເຂົ້າຮ່ວມເປັນສັກຂີພິຍານ, ໃນໂອກາດນີ້ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ກັບທີມງານທຸກພາກສ່ວນ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອສະຫນັບຫນູນຕໍ່ກັບໂຮງຮຽນໂດຍດີຕະຫລອດມາ ເພື່ອພ້ອມກັນພັດທະນາວຽກງານການສຶກສາຢູ່ໃນຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ.
ຂ່າວ-ພາບ: ຖວທ ຫົງສາ





