ວັນທີ 01 ເມສາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ. ບັນດາຄອບຄົວການນໍາພັກ-ລັດ ນໍາໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາເອົາເງິນ ແລະ ເຄື່ອງບໍລິໂພກ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໄປຊ່ວຍເຫຼືອປະເທດມຽນມາ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກເຫດການແຜ່ນດິນໄຫວ ໂດຍການກ່າວຮັບຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ, ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມຄະນະ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ຄອບຄົວການນໍາພັກ-ລັດ ເງິນສົດ 328.000.000 ກີບ, ບໍລິສັດ PSL ເຊີວິດສ ຈໍາກັດຜູ້ດຽວ ເງິນສົດ 500.000.000 ກີບ ແລະ ເຄື່ອງບໍລິໂພກ ມູນຄ່າ 150.000.000 ກີບ.
ທີ່ມາ: ໜັງສືພິມກອງທັບ





