ວັນທີ 14 ກັນຍາ 2024 ຄອບຄົວການນໍາຂອງແຂວງຄໍາມ່ວນ ຮ່ວມກັບສະມາຄົມທຸລະກິດຍິງ ໄດ້ນໍາເອົາເຄື່ອງອຸປະໂພກ ປະກອບມີ: ສາດ, ເສື້ອພັບປູນອນ, ຜ້າຫົ່ມ ແລະ ເຄື່ອງໃຊ້ປະຈໍາວັນຈໍານວນໜຶ່ງ ລວມມູນຄ່າ 118 ລ້ານກວ່າກີບ ມອບຜ່ານບໍລິສັດຂົນສົ່ງຮຸ່ງອາລຸນໄປຍັງ ທ່ານ ນາງ ອາລັງ ວັງທະຈັນ ປະທານນັກທຸລະກິດຍິງແຂວງຫລວງນໍ້າທາ ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນຄັ້ງວັນທີ 9 ກັນຍາ ຜ່ານມາ ເພື່ອເປັນການແບ່ງເບົາ ບັນເທົາທຸກ ແກ່ຄອບຄົວປະຊາຊົນຜູ້ທີ່ຖືກຜົນກະທົບ.
ທ່ານ ນາງ ເພັດສະໜອນ ພົມມະໄຊສີ ປະທານນັກທຸລະກິດຍິງແຂວງຄໍາມ່ວນໄດ້ກ່າວວ່າ : ເຄື່ອງທີ່ນໍາມາມອບໃນຄັ້ງນີ້ແມ່ນໄດ້ຈາກການປະກອບສ່ວນ, ການຮ່ວມແຮງຮ່ວມໃຈຈາກຄອບຄົວການນໍາຂອງແຂວງ, ບັນດາຜູ້ປະກອບການນັກທຸລະກິດ ແລະ ຄະນະເຈົ້າອະທິການວັດພະທາດເຊີງຊຸມ ຈັງຫວັດສະກົນນະຄອນ (ປະເທດໄທ), ໂດຍຜ່ານບໍລິສັດຂົນສົ່ງຮຸ່ງອາລຸນເປັນຂົວຕໍ່ໃນການນໍາເອົາເຄື່ອງຊ່ວຍເຫລືອຄັ້ງນີ້ໄປຍັງພີ່ນ້ອງຫລວງນໍ້າທາ.





