ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄອບຄົວທ່ານ ກອງສີ ປານນີລັນ ມີລາຍຮັບຈາກການປູກອ້ອຍ ແລະພືດປະສົມອື່ນໆ ປີໜຶ່ງສ້າງລາຍຮັບ ຫຼາຍຮ້ອຍລ້ານກີບ.

Feb 25, 2025

ໂດຍ : ວຽງສະໄໝ ຊົມຊອບ
ເພື່ອເປັນການປັບປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ມີຢູ່ມີກິນ ແລະທັງແມ່ນປັດໄຈຫຼັກໃນການພັດທະນາເສດຖະກິດຄອບຄົວໃຫ້ມີຄວາມຮັ່ງມີຜາສຸກ,ກຸ້ມຢູ່ກຸ້ມກິນ,ເຂົ້າກັບຍຸກເຂົ້າຢາກໝາກແພງ;ບວກກັບຄວາມບຸກບືນຫ້າວຫັນ,ດຸໝັ່ນຂະຫຍັນພຽນ ເຊິ່ງການປູກພືດອຸດສາຫະກຳລົ້ມລຸກ ກໍ່ເປັນອີກທ່າແຮງລວມອັນໜຶ່ງທີ່ສຳຄັນ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງກຸ່ມຜູ້ລົງທຶນ .
ການປູກອ້ອຍກໍ່ເປັນອີກອາຊີບເສິມອັນໜຶ່ງ ທັງເປັນພືດອຸດສາຫະກຳ, ປູກງ່າຍ, ໃຫຍ່ໄວ ແລະບໍ່ມີຄວາມຫຍຸ້ງຍາກໃນການບົວລະບັດຮັກສາ; ທັງກາຍເປັນທ່າແຮງອັນໜຶ່ງໃນການສ້າງເສດຖະກິດ ມີລາຍຮັບໃຫ້ແກ່ຄອບຄົວ ສະເລ່ຍປີໜຶ່ງໆໄດ້ຫຼາຍຮ້ອຍລ້ານກີບ. ຄືດັ່ງຄອບຄົວຂອງທ່ານ ອາຈານ ກອງສີ ປານນີລັນ ອາຊີບພະນັກງານຄູສອນ ທັງເປັນສະມາຊິກກຳມະບານ ສັງກັດກຳມະບານຮາກຖານໂຮງຮຽນການເມືອງ-ການປົກຄອງແຂວງ ສະຫວັນນະເຂດ, ບ້ານຢູ່ປັດຈຸບັນ ບ້ານ ເຄືອເຂົາກາດ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວສະຫະພັນກຳມະບານແຂວງສະຫວັນນະເຂດ ເຮົາວ່າ: ຕົນເອງມີເນື້ອທີ່ການຜະລິດກະສິກຳ ໃນຂອບເຂດຂອງບ້ານ ເລົ່າຝ້າຍ ເມືອງໄຊບູລີ ແຂວງສະຫວັນນະເຂດ; ພາຍໃນຄອບຄົວມີທັັງໝົດ 07ຄົນ,ຍິງ 04 ຄົນ,ໃນນັ້ນແຮງງານຕົ້ນຕໍ ມີ 04 ຄົນ,ຍິງ 02ຄົນ; ໃນເບື້ອງຕົ້ນນັບແຕ່ປີ 2007ເປັນຕົ້ນມາ ບໍລິສັດນ້ໍາຕານມິດລາວໄດ້ເຂົ້າມາຂົນຂວາຍ ຫາພື້ນທີ່ປູກອ້ອຍ ພາຍໃນເມືອງໄຊບູລີ ແລະຄອບຄົວຕົນເອງກໍ່ເຫັນວ່າ ມີເນື້ອທີ່ດິນກະສິກຳປູກຝັງທີ່ຍັງບໍ່ທັນໄດ້ບຸກເບີກຈຳນວນໜຶ່ງ ຈຶ່ງໄດ້ສະເໜີເຂົ້າຮ່ວມໃນໂຄງການດັ່ງກ່າວ ຕາມນະໂຍບາຍຂອງບໍລິສັດ 2+3 ຄື:ປະຊາຊົນຕ້ອງມີດິນ,ມີແຮງງານ; ສ່ວນບໍລິສັດມີທຶນ,ບຸກເບີກໃຫ້,ມີເຕັກນິກໃນການປູກ ແລະພ້ອມທັງເກັບຮັບຊື້ເຂົ້າໂຮງງານ ຕາມລາຄາອ້ອຍຂຶ້ນລົງໃນແຕ່ລະປີ. ຫຼັງຈາກບຸກເບີກເນື້ອທີ່ດິນແລ້ວ ຕົກມາຮອດປີ 2009 ບໍລິສັດ ຈຶ່ງໄດ້ທຳການລົງມືປູກອ້ອຍໃຫ້ ໃນເນື້ອທີ່ເບື້ອງຕົ້ນ 10 ເຮັກຕາ ຂອງຈຳນວນເນື້ອທີ່ດິນ ທັງໝົດ 23 ເຮັກຕາ; ສໍາລັບການປູກອ້ອຍ ໃນ 04 ປີທໍາອິດແມ່ນຍັງບໍ່ທັນໄດ້ມີກໍາໄລຫຍັງ ເພາະຫັກຄ່າໃຊ້ຈ່າຍໃຫ້ບໍລິສັດທັງໝົດ; ສຳລັບແນວພັນແມ່ນໃຊ້ (ອູ່ທອງ 8 ແລະ ຂອນແກ່ນ3) ພ້ອມທັງມີວິຊາການຈາກບໍລິສັດມາຕິດຕາມແນະນຳໃຫ້ ໂດຍເລີ່ມປູກໃນແຕ່ລະປີແມ່ນເລີ່ມແຕ່ທ້າຍເດືອນຕຸລາ ຫາເດືອນທັນວາຂອງທຸກປີ. ມາຮອດແຕ່ປີ 2014 ຄອບຄົວຈຶ່ງໄດ້ເລີ່ມມີທຶນຮອນກຳໄລຂຶ້ນມາ ຢູ່ທີ່60-70 ລ້ານກີບ;ໄລຍະນັ້ນແມ່ນຂາຍອ້ອຍໂຕນລະ 5-7 ແສນກວ່າກີບ ຕາມລາຄາຂຶ້ນ-ລົງຂອງຕະຫຼາດ. ມາຮອດປີ 2015 ສາມາດເພີ່ມລາຍຮັບຂຶ້ນເປັນ 80 ລ້ານກີບ; ມາຮອດປີ 2020 ຄອບຄົວຕົນເອງແມ່ນໄດ້ສຳລະໜີ້ສິນເປັນທີ່ຮຽບຮ້ອຍ ແລະໃຊ້ງົບປະມານທີ່ໄດ້ກຳໄລນັ້ນ ຫັນມາລົງທຶນປູກເອງ ໃນແຕ່ລະປີແມ່ນສາມາດຂາຍໄດ້ກຳໄລດີຂຶ້ນ ພ້ອມທັງໄດ້ມີລາຍຮັບເພີ່ມຂຶ້ນມາເລື້ອຍໆເປັນ 100-160 ລ້ານກວ່າກີບ ນັບແຕ່ 2022 -2024 ກໍ່ຄືມາຮອດປັດຈຸບັນ .
ນອກຈາກນັ້ນແລ້ວ ຄອບຄົວຍັງໄດ້ມີການປູກພືດແບບປະສົມປະສານ ເຊັ່ນ: ປະເພດມັນຕົ້ນ ໃນເນື້ອທີ່ 5 ເຮັກຕາ; ໂດຍລິເລີ່ມປູກມາແຕ່ປີ 2021 ສາມາດຂາຍມັນຕົ້ນ ສະເລ່ຍໃນແຕ່ລະປີ ແມ່ນຕົກຢູ່ 60 ລ້ານກວ່າກີບ. ໃນກາງປີ 2024 ແມ່ນໄດ້ເລີ່ມປູກຢາງພາລາ ຈຳນວນ 2,500 ຕົ້ນ ໃນເນື້ອທີ່4 ເຮັກຕາຕື່ມອີກ. ທ່ານ ກອງສີ ປານນີລັນ ຍັງໄດ້ກ່າວອີກຕື່ມຕໍ່ຜູ້ສື່ຂ່າວເຮົາວ່າ: ໃນອະນາຄົດ ຈະຫັນເອົາການປູກຢາງພາລາເປັນຕົ້ນຕໍ ໃຫ້ໄດ້ປະມານ 6-7 ພັນຕົ້ນ ຈະຂະຫຍາຍເນື້ອທີ່ໃນການປູກໝາກເງະ,ໝາກສີດາ ,ໝາກພ້າວນ້ຳຫອມ,ມັນຫວານຍີ່ປຸ່ນ ແລະພືດອື່ນໆອີກຈໍານວນໜຶ່ງ ໃນນັ້ນຄອບຄົວຍັງໄດ້ມີສັດລ້ຽງປະເພດ: ງົວ 07 ໂຕ,ສັດປີກ 50-60 ໂຕ,ໜອງປາ 02 ໜອງ ແລະພືດຜັກຕ່າງໆຕາມຄວາມເໝາະສົມ.
ຍ້ອນຄວາມເອົາໃຈໃສ່ ດຸໝັ່ນ ຂະຫຍັນພຽນ ແລະປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ວາງໄວ້ ມາຮອດປັດຈຸບັນ ເຮັດໃຫ້ຄອບຄົວມີຢູ່ມີກິນ ສາມາດສົ່ງລູກຮຽນພາຍໃນ ແລະຕ່າງປະເທດ, ມີເງິນຝາກທະນາຄານ ແລະມີພາຫະນະຮັບໃຊ້ຄອບຄົວ ແລະການກະເສດຄື: ມີລົດໄຖຝອດ(ແທັກເຕີ້ໃຫຍ່) 01 ຄັນ,ລົດໃຫຍ່ 02 ຄັນ ແລະລົດຈັກອື່ນໆອີກ 03 ຄັນ ທັງນີ້ເພື່ອສ້າງຖານະຄອບຄົວໃຫ້ມີຄວາມອຸດົມສົມບູນ ອາດເວົ້າໄດ້ວ່າ ຄອບຄົວຂອງທ່ານ ກອງສີ ປານີລັນມາຮອດໄລຍະນີ້ ກັບແຕ່ກ່ອນແມ່ນຖານະແຕກຕ່າງກັນຫຼາຍ ເພາະມີແຫຼ່ງລາຍຮັບທີ່ໝັ້ນຄົງ ຍ້ອນຕົນເອງມີຄວາມດຸໝັ່ນຂະຫຍັນພຽນ ມີຄວາມເຊື່ອໝັ້ນຕໍ່ການນຳພັກ-ລັດ ສ້າງໃຫ້ຕົນເອງ ເປັນແບບຢ່າງທີ່ດີໃຫ້ກັບມະຫາຊົນ ບໍ່ວ່າຈະເປັນຄວາມຮັບຜິດຊອບທາງໜ້າທີ່ວຽກງານກໍ່ຄືການດຳລົງຊີວິດຄອບຄົວ ແລະສັງຄົມອ້ອມຂ້າງ ຍິນດີທີ່ຈະບອກຕໍ່ບົດຮຽນ ທີ່ຕົນເອງໄດ້ນຳໃຊ້ເຂົ້າໃນການສ້າງເສດຖະກິດຄອບຄົວ ຈົນປະສົບຜົນສຳເລັດໃນທຸກມື້ນີ້./.