ຕອນເຊົ້າຂອງວັນທີ 15 ກັນຍາ 2024 ນີ້ ລະດັບແມ່ນ້ຳຂອງ ຈຸດວັດແທກນໍ້າ ບ້ານປ່າຂາມ ນະຄອນ ຫຼວງພະບາງ ເລີ້ມຫລຸດລົງໂດຍວັດແທກໄດ້ 17 ແມັດ 71 ຊັງຕີແມັດ ທຽບໃສ່ຕອນເຊົ້າຂອງວັນທີ່ 14 ກັນຍາ ຫລຸດລົງ 87 ຊັງຕີແມັດ. ທ່ານ ນາງ ບົວວັນ ສຸກສະຫວັດ ຜູ້ຖືກຜົນກະທົບຢູ່ບ້ານໂພນແພງ ນະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ເຫດການນ້ຳຖ້ວມຄັ້ງນີ້ ໄດ້ເກີດຂຶ້ນໃນວັນທີ່ 11 ກັນຍາ ອັນໄດ້ສ້າງຄວາມເສຍຫາຍໃຫ້ກັບຄອບຄົວຫຼາຍ ເນື່ອງຈາກຂົນເຄື່ອງອອກບໍ່ທັນ ແຕ່ພາຍຫຼັງລະດັບນ້ຳໄດ້ຫລຸດລົງໃນວັນທີ 15 ນີ້ ໄດ້ເຂົ້າອະນາໄມເຮືອນ ແລະກວດກາຄວາມເສຍຫາຍຕົວຈີງ ເຫັນວ່າມີເຄື່ອງນອນເຄື່ອງນຸ່ງ ໄດ້ຮັບຄວາມເສຍຫາຍໝົດ ຈື່ງຮຽກຮ້ອງໃຫ້ທຸກພາກສ່ວນ ໃຫ້ການຊ່ວຍເຫຼືອສິ່ງທີ່ຈຳເປັນ.
ສຳລັບ ທ່ານ ສົມສັກ ຊາວະລຶກ ນາຍບ້ານອາໄພ ທັງເປັນຜູ້ຖືກຜົນກະທົບໄພນ້ຳຖ້ວມ ໄດ້ໃຫ້ສຳພາດວ່າ: ວັນທີ 11 ກັນຍານ້ຳຄານໄດ້ຍື່ງເຂົ້າຖ້ວມເຮືອນຂອງປະຊາຊົນ ຢູ່ຕາມແຄມນ້ຳລວມທັງໝົດ 7 ຫຼັງຄາເຮືອນ ແລະສວນອາຫານແຄມຄານ, ສ້າງຄວາມເສຍຫາຍຢ່າງໜັກໜ່ວງ, ເຊິ່ງພາຍຫຼັງມີເຫດການນ້ຳຖ້ວມ ໄດ້ລະດົມກຳລັງຢູ່ພາຍໃນບ້ານສົມທົບກັບ ກຳລັງທະຫານ-ຕໍາຫຼວດ ຂົນຍ້າຍເຄື່ອງຂອງປະຊາຊົນ ຈາກທີ່ຕໍ່າຂຶ້ນໄວ້ທີ່ສູງ ແລະປອດໄພ, ມາຮອດວັນທີ 15 ກັນຍານີ້ ລະດັບນ້ຳເລີ້ມຫລຸດລົງ ໄດ້ລະດົມປະຊາຊົນພ້ອມກັນອະນາໄມເຮືອນຂອງໃຜລາວ ເພື່ອສືບຕໍ່ໃນການດຳລົງຊີວິດ.






