ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄອບຄົວມີຊີວິດດີຂຶ້ນຍ້ອນລ້ຽງໄກ່ໃສ່ໜອງປາ

Jan 10, 2025

ຄອບຄົວລຸງບຸນອ່ອນ ສໍເມືອງຊໍາ ອາຍຸ 72 ປີພະນັກງານບໍານານຢູ່ບ້ານນາຊີງ ເມືອງພຽງແຂວງ ໄຊຍະບູລີ ແມ່ນໜື່ງໃນຄອບ ຄົວຕົວແບບໃນການສ້າງເສດຖະກິດເຊີ່ງລຸງໄດ້ເລົ່າສູ່ຟັງວ່າ: ພາຍໃນຄອບ ຄົວມີທັງໝົດ 11 ຄົນ, ມີແຮງານຕົ້ນຕໍ່ 5ຄົນ,ເມື່ອກ່ອນລຸງເປັນພະນັກງານລັດພາຍຫຼັງຮອດອາຍຸກະສຽນພັກການອອກຮັບອຸດໜູນບໍານານແລ້ວມາຢູ່ນໍາຄອບຄົວເຫັນວ່າການດໍາ ລົງຊີວິດ, ການເປັນຢູ່ຂອງຄອບຄົວມີຄວາມຫຍຸ້ງຍາກຂາດເຂີນບໍ່ກຸ້ມກິນ
ຄອບຄົວຈິ່ງໄດ້ປືກສານໍາຄອບຄົວ (ເມຍ) ຊອກທາງອອກເມື່ອ ຄອບຄົວຕົກລົງເຫັນດີແລ້ວຈີ່ງໄດ້ລົງມືບຸກເບີກຈົກໜອງປາ 3 ໜອງເພື່ອລ້ຽງປາເຫັນວ່າຄອບຄົວຍັງບໍ່ທັນກຸ້ມກິນຂາດໆ ເຂີນໆ ແລະກໍ່ໄດ້ເຫັນບ້ານອື່ນເມືອງເຂົາເຮັດຟາມລ້ຽງໄກ່ພັນໄຂ່ກໍ່ໄດ້ປືກສານໍາຄອບຄົວຕືມໄດ້ລົງທືນເຮັດຟາມໄກ່ 1 ຫຼັງ, ຊື້ໄກ່ພັນໄຂ່ຈໍານວນ 2.000 ໂຕມູນຄ່າ 120 ລ້ານກີບຈາກນັ້ນເຫັນວ່າການລ້ຽງໄກ່ພັນໄຂ່ມີຜົນໄດ້ຮັບດີຂື້ນໄດ້ຂະຫຍາຍຟາມໄກ່ອີກ1ຟາມລວມເປັນ 2 ຟາມລົງທືນເຮັດຟາມໄກ່ແລະຊື້ໄກ່ພັນໄຂ່ມາເພີ່ມໄດ້ລົງທືນ 350 ລ້ານກີນມີໄກ່ທັງໝົດ 4.000 ໂຕສາມາດເກັບໄຂ່100ແຕະຕໍ່ມື້ການໃຫ້ອາຫານໄກ່ມື້ໜື່ງໝົດ ຫົວອາຫານ 16 ເປົາ,ເປົາໜື່ງລາຄາ 300.000 ກີບ ຂາຍໄຂ່ມື້ໜື່ງໄດ້ເງິນປະມານ 6 ລ້ານກີບ ລົບຄາຫົວອາຫານຄາສິນເປືອງອື່ນໆອອກຈະມີກໍາໄລ 1ລ້ານ2ແສນກີບຕໍ່ມື້.ມາຮອດປະຈຸບັນນີ້ລຸງໄດ້ຂາຍໄກ່ທີ່ໝົດອາຍຸການໃຫ້ໄຂ່ອອກຍັງເຫຼືອໄກ່ພັນໄຂ່ປະມານ 2.000ໂຕ ເກືອຫົວອາຫານມື້ໜຶ່ງໝົດ 10 ເປົາ,ເກັບໄຂ່ໄດ້ 60-70 ແຕະຕໍ່ມື້,ມີສ່ວນເຫຼື່ອຫຼືກໍາໄລ 800.000-900.000 ກີບຕໍ່ມື້.
ພ້ອມດຽວການນີ້ລຸງຍັງໄດ້ໃຫ້ຮູ້ວ່ານອກຈາກການລ້ຽງໄກ່ພັນໄຂ່ແລ້ວລຸງຍັງໄດ້ລ້ຽງປາ, ປີໜຶ່ງສາມາດລ້ຽງໄດ້ 2 ຊຸດ,ຊຸດລະ35.000 ໂຕຕໍ່ປີການໃຫ້ອາຫານປາແມ່ນ1ໂຕນຕໍ່ເດືອນລ້ຽງປະມານ 4 ເດືອນໄດ້ຂາຍອອກ,ການຂາຍແມ່ນຂາຍພາຍໃນເມືອງໃນລາຄາສົ່ງກິໂລ 45.000 ກີບ ຫາ 50.000 ກີບ ອີງລາຄາທ້ອງຕະຫຼາດສະເລ່ຍປີໜື່ງຂາຍປາປະມານ4ໂຕນ,ໂຕນລະ 50.000 ລ້ານກີບ,ລວມເປັນເງິນ200.000ລ້ານກີບ,ເມືອຫັກຕົ້ນທືນອອກຈະເຫຼື່ອ 100ລ້ານກ່ວາກີບ.
ຈາກການລ້ຽງໄກ່ພັນໄຂ່,ລ້ຽງປາມາຮອດປະຈຸບັນນີ້ຄອບຄົວຂອງລຸງໄດ້ມີລົດໃຫຍ່1 ຄັນ,ມີເຮືອນຢູ່ຖາວອນ,ມີເງິນສົງລູກຫຼານໄປຮໍ່າຮຽນແລະມີເງິນແຮ່ໄວ້ໃຊ້ຈ່າຍໃນຄອບຄົວມາຮອດປະຈຸບັນນິ້ຄອບຄົວຂອງລຸງ ບຸນອ່ອນ ສໍເມືອງຊໍາດີຂຶ້ນກ່ວາເກົ່າດັ່ງຄໍາສຸພາສິດທີ່ອົດສົ້ມຈີ່ງໄດ້ກິນຫວານອົດທົນທານວຽກງານຈີ່ງສໍາເລັດ.
ບົດ: ວາຄິມ ວິລະມົນ.
ພາບ: ສົມປະສົງ ສິດທິໄຊ.