ທ່ານ ຄໍາໄພ ພາກພູມີ, ອາຍຸ 42 ປີ, ອາຊີບຊາວນາ ຢູ່ບ້ານຫ້ວຍຍາງ ເມືອງມຸນລະປາໂມກ ແຂວງຈໍາປາສັກ ຄອບຄົວຕົວແບບການລ້ຽງໝູເປັນສິນຄ້າ ສາມາດສ້າງລາຍຮັບໃຫ້ແກ່ຄອບ ຄົວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ.
ທ່ານ ຄໍາໄພ ພາກພູມີ ໃຫໃຫ້ສໍາພາດວ່າ: ຄອບຄົວຂ້າພະເຈົ້າ ມີທັງໝົດ 7 ຄົນ, ຍິງ 4 ຄົນ, ມີແຮງງານຕົ້ນຕໍ 3 ຄົນ, ຍິງ 1 ຄົນ, ລາຍຮັບຕົ້ນຕໍແມ່ນມາຈາກການລ້ຽງໝູ, ລາຍຮັບສໍາຮອງແມ່ນຈາກການຂາຍເຂົ້າ ແລະ ອື່ນໆ. ນັບແຕ່ປີ 2018 ເປັນຕົ້ນ ມາ ໄດ້ຖືເອົາການລ້ຽງໝູເປັນອາຊີບຕົ້ນຕໍ ແລະ ເຮັດນາເປັນລາຍໄດ້ເສີມ, ຄອບຄົວຂ້າພະເຈົ້າມີເນື້ອທີ່ດິນ 3 ຕອນ ຄື: ດິນປຸກສ້າງ 750 ຕາແມັດ, ດິນນາ 1,2 ເຮັດຕາ, ດິນສໍາລັບການລ້ຽງໝູ 1.200 ຕາແມັດ. ໃນ 5 ປີຜ່ານມາໄດ້ລ້ຽງໝູທັງໝົດ 710 ໂຕ, ມີພໍ່ພັນ 5 ໂຕ, ແມ່ພັນ 55 ໂຕ, ຜະລິດລູກໝູ ໄດ້ທັງໝົດ 650 ໂຕ, ໃນນັ້ນ ລ້ຽງເປັນໝູຊີ້ນ ສະເລ່ຍນໍ້າ ໜັກ 80 – 90 ກິໂລກຣາມ/ໂຕ. ສາມາດສະໜອງຊີ້ນໃນການບໍລິໂພກພາຍໃນເມືອງ, ຕ່າງເມືອງ ປະມານ 55.250 ກິໂລກຣາມ, ຄິດເປັນມູນຄ່າ 2 ຕື້ 44 ລ້ານກີບ, ດຸ່ນດ່ຽງຄ່າຊິ້ນເປືອງ ເຫຼືອລາຍຮັບສຸດທິ 910 ລ້ານກີບ. ສັງລວມລາຍຮັບຈາກການລ້ຽງໝູ, ລາຍຮັບຈາກການຂາຍເຂົ້າ ແລະ ອື່ນໆ ໃນໄລຍະ 5 ປີ ຜ່ານມາ ໄດ້ 1 ຕື້ 77 ລ້ານກີບ, ສະເລ່ຍຕໍ່ປີໄດ້ 215 ກວ່າກີບ ແລະ ສະເລ່ຍໃສ່ຫົວຄົນໃນຄອບຄົວ ໄດ້ປະມານ 30 ລ້ານ 7 ແສນກວ່າກີບ.
ທ່ານ ຄໍາໄພ ພາກພູມີ ກ່າວຕື່ມວ່າ: ການສະສົມລາຍໄດ້ທີ່ຜ່ານມາ ເຮັດໃຫ້ຄອບຄົວຂ້າພະເຈົ້າມີທຶນຮອນ ສາມາດພັດທະນາຄອບຄົວ ຄື: ປຸກສ້າງເຮືອນຢູ່ຖາວອນ 1 ຫຼັງ, ມີລົດຮຸນໄດ 1 ຄັນ, ເຮືອຈັກຂ້າມຖ້ຽວ 1 ລໍາ, ລົດຈັກ 2 ຄັນ, ດິນ 3 ຕອນ, ຈໍານວນໜຶ່ງແມ່ນເປັນທຶນການສຶກສາໃຫ້ລູກ. ສາເຫດຕົ້ນຕໍທີ່ເຮັດໃຫ້ການລ້ຽງໝູຂອງຄອບຄົວຂ້າພະເຈົ້າມີຄວາມ ເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແມ່ນຍ້ອນຄວາມດຸໝັ່ນຂະຫຍັນພຽນ, ເອົາໃຈໃສປະຕິບັດຕາມເຕັກນິກວິຊາການ ເປັນຕົ້ນແມ່ນການຄັດເລືອກພໍ່ – ແມ່ພັນ, ເຕັກນິກການລ້ຽງ ແລະ ດູແລຮັກສາ; ຍ້ອນມີການແນະນໍາ, ຕິດຕາມ, ຊຸກຍູ້ຢ່າງໃກ້ຊິດຈາກວິຊາການຂອງຫ້ອງການກະສິກຳ - ປ່າໄມ້ເມືອງ ແລະ ຍ້ອນມີຕະຫຼາດຮອງຮັບພາຍໃນເມືອງ ແລະ ຕ່າງເມືອງ.
ຄຽງຄູ່ກັບໜາກຜົນໆງານທີ່ກ່າວມານັ້ນ ກໍ່ຍັງມີບັນຫາຂໍ້ຄົງຄ້າງທີ່ເປັນສີ່ງທ້າທາຍຕໍ່ການລ້ຽງໝູເປັນສິນຄ້າຂອງຄອບຄົວຂ້າພະເຈົ້າ ເປັນຕົ່ນແມ່ນລະບົບໂຮງເຮືອນ ແລະ ສະຖານທີ່ລ້ຽງໝູ ຍັງບໍ່ທັນໄດ້ມາດຖານ, ຍັງມີຄວາມສ່ຽງຕໍ່ການລະບາດພະ ຍາດຕາມລະດູການ, ລາຄາວັດຖຸຸ - ປັດໄຈ ທີ່ຮັບໃຊ້ໃນການລ້ຽງໝູແຕ່ລະປີມີການປ່ຽນແປງເພີ່ມຂຶ້ນເລື້ອຍໆ.
ສ່ວນໃນຕໍ່ໜ້ານີ້ ຄອບຄົວຂອງລາວ ຈະສຸມໃສ່ຂະຫຍາຍການລ້ຽງໃຫ້ຫຼາຍຂຶ້ນ, ຈະຂະຫຍາຍຄອກລ້ຽງໝູອີກ 10 ຄອກ, ລວມເປັນ 20 ຄອກ ເພື່ອໃຫ້ສາມາດລ້ຽງໝູເພີ່ມຂຶ້ນ, ປີໜື່ງໃຫ້ໄດ້ 260 ໂຕ. ນອກນີ້ ກໍຈະເອົາໃຈໃສ່ຍົກສູງຄວາມຮູ້ທາງດ້ານເຕັກນິກວິຊາການ, ນໍາໃຊ້ວັດຖຸດິບເຂົ້າໃນການຜະລິດ ທີ່ມີຕົ້ນທືນຕໍ່າ ແລະ ເປັນມິດຕໍ່ສິ່ງແວດລ້ອມ ແຕ່ສາມາດສ້າງລາຍຮັບເພີ່ມຂຶ້ນ, ມີຄວາມໝັ້ນຄົງໃຫ້ແກ່ຄອບຄົວ ແລະ ເປັນແບບຢ່າງການຜະລິດທີ່ດີໃຫ້ແກ່ສັງຄົມ.
ຂ່າວ-ພາບ: ທູນທອງໃຈ





