ຕອນເຊົ້າວັນທີ 25 ມັງກອນ 2025 ນີ້, ຄອບຄົວ ທ່ານ ປຸກ ຕະມອງ ປະທານບໍສິສັດມີດີລາວ, ທັງເປັນປະທານສະມາຄົມນັກທຸລະກິດໜຸ່ມ ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ພ້ອມ ດ້ວຍຍາດພີ່ນ້ອງ ໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ ຫຼື ບຸນເກິຣຫຂອງເຜົ່າກຶມມຸ ປະຈໍາປີ 2024 ຢູ່ບ້ານໜອງທາເໜືອ, ເມືອງຈັນທະບູລີ. ມີ ທ່ານ ຄໍາຈັນ ໂສຕາປະເສີດ, ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການບັນດາເຜົ່າ, ສະພາແຫ່ງ ຊາດລາວ, ທ່ານ ແກ້ວປະເສີດ ໄຊປັນຍາ, ເລຂາພັກເມືອງ ເຈົ້າ ເມືອງຈັນທະບູລີ ພ້ອມດ້ວຍແຂກຖືກເຊີນ ຕະຫຼອດຮອດຍາດ ພີ່ນ້ອງ ແລະ ປະຊາຊົນບ້ານໃກ້ຄຽງພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ທ່ານ ປຸກ ຕະມອງ, ປະທານບໍລິສັດມີດີລາວ ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ ເພື່ອເປັນການອະນຸລັກ ແລະ ປົກປັກຮັກສາວັດທະ ນະທໍາ, ຮີດຄອງປະເພນີອັນດິີງາມຂອງເຜົ່າ ກໍ່ຄືຂອງຊາດລາວໃຫ້ຢູ່ຈົນເຖີງຮຸ່ນລູກຮຸ່ນຫຼານ, ເປັນການເຕົ້າໂຮມຄວາມສາມັກຄີລະ ຫວ່າງເຜົ່າກຶມມຸ ກັບ ບັນດາເຜົ່າໃຫ້ເປັນປຶກແຜນແໜ່ນໜ້າ, ເບິ່ງ ແຍງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາຊີວິດການເປັນຢູ່ຕາມແນວທາງນະໂຍບາຍຂອງພັກ-ລັດໃຫ້ນັບມື້ດີຂຶ້ນ, ເປັນການສົມມາຄາລະວະພໍ່ແມ່, ຜູ້ອາວຸໂສ ແລະ ເຮັດບຸນເຮັດ ທານເຖິງບັນພະບຸລຸດທີ່ລ່ວງລັບໄປແລ້ວ, ພ້ອມທັງປັດເປົ່າຄວາມຊົ່ວຮ້າຍໃຫ້ໝົດໄປນໍາປີເກົ່າປີໃໝ່ໃຫ້ມີແຕ່ຄວາມສຸກຄວາມຈະເລີນຕະຫຼອດໄປ ແລະ ເປັນການລະນຶກເຖິງບຸນຄຸນເຄື່ອງມື ແລະ ອຸປະກອນທຳການຜະລິດຕ່າງໆ, ລວມເຖີງລະນຶກ ເຖິງຄຸນເຂົ້າ ເຜືອກ, ມັນ ພືດຜັກທັນຍາຫານຕ່າງໆທີ່ລ້ຽງຊີບຄົນເຮົາ.
ພາຍໃນງານຄັ້ງນີ້ ໄດ້ມີການແຫ່ຂວັນເຂົ້າ, ເຫຼົ້າໄຫ, ເຜືອກ, ມັນ, ຜົນຜະລິດຕ່າງໆ ໃນໄລຍະ 1ປີ ຜ່ານມາ ເຂົ້າສູ່ພິທີກໍາຫຼັກຊໍ່ຟ້າ 3 ຮອບ ຕາມຮີດ12ຄອງ14 ຮີດຢີ່ຂອງຈຽງ, ຫລັງຈາກນັ້ນໄດ້ມີການບາສີສູ່ຂວັນອວຍພອນເຊິ່ງກັນ ແລະ ກັນເພື່ອປົດປີເກົ່າຕ້ອນຮັບປີໃໝ່ ດື່ມເຫຼົ້າໄຫ, ສະແດງສິລະປະວັນນະຄະດີຂອງເຜົ່າ, ຂັບເຕີມ, ຟ້ອນດາບ, ເປົ່າປີ່, ຕີຄ້ອງ-ຕີແຊ່ງ, ເຕັ້ນຄຣັບແຄັຣບ ແລະ ຟ້ອນທັງບັ້ງ ພ້ອມນີ້ກໍ່ໄດ້ມີການຫຼີ້ນກິລາພື້ນ ເມືອງ.
ທຸກກິດຈະກໍາພາຍໃນງານລ້ວນແລ້ວສະແດງເຖິງວິຖີຊີວິດຂອງຊົນເຜົ່າກຶມມຸ ເພື່ອໃຫ້ແຂກທີ່ເຂົ້າຮ່ວມງານໄດ້ຮັບຊົມ ແລະ ຮ່ວມກິດຈະກໍາຟ້ອນລໍາວົງສາມັກຄີຢ່າງເບີກບານມ່ວນຊື່ນ.
ຂ່າວ-ພາບ: ທ ລີໄຊ ພົມມະຕາ








