ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975-2 ທັນວາ 2025) ໃນວັນທີ 28 ພະຈິກ 2025 ທີ່ ຄອສພ ໂດຍການໃຫ້ກຽດເຂົ້າຮ່ວມປະດັບຫຼຽນກາລະນຶກຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າ ຄອສພ ປະທານສະພາທິດສະດີສູນກາງພັກ, ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າ ຄອສພ, ສະຫາຍ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າ ຄອສພ, ມີຮອງ ຄອສພ, ອະດີດພະນັກງານບໍານານ ຄອສພ, ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງຄອສພ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ຜ່ານລັດຖະດໍາລັດປະທານປະເທດ ສະບັບເລກທີ 289/ປປທ, ລົງວັນທີ 20 ພະຈິກ 2025 ແລະ ຜ່ານໃບມອບສິດຂອງນາຍົກລັດຖະມົນຕີສະບັບເລກທີ 246/ນຍ ລົງວັນທີ 20 ພະຈິກ 2025. ຜູ້ໄດ້ຮັບຫຼຽນກາລະນຶກຄັ້ງນີ້, ມີທັງໝົດ 500 ກ່ວາສະຫາຍ, ຍິງ 216 ສະຫາຍ ລວມມີພະນັກງານປະຈຳການ ແລະ ບໍານານ. ໂດຍແມ່ນຫົວໜ້າ ຄອສພ, ຮອງ ຄອສພ ປ່ຽນຂຶ້ນປະດັບ. ການມອບຫຼຽນກາລະນຶກໃນຄັ້ງນີ້ເພື່ອສະແດງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 50 ຜ່ານມາ.

ຂ່າວ-ພາບ: ວັນເພັງ


