ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປາຖະກະຖາມູນເຊື້ອ ວັນກໍາມະກອນສາກົນ ຄົບຮອບ 140 ປີ (ວັນທີ 1 ພຶດສະພາ 1886 – ວັນທີ 1 ພຶດສະພາ 2026) ຂຶ້ນໃນວັນທີ 29 ເມສາ ນີ້ ທີ່ ຄອສພ ໂດຍການປາຖະກະຖາຂອງ ທ່ານ ສາຄອນ ພົມມະລາດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ທຽບເທົ່າກົມ, ຄະນະບໍລິຫານງານສະຫະພັນກຳມະບານ ຄອສພ, ກຳມະບານຮາກຖານບັນດາກົມ ແລະ ສະມາຊິກກຳມະບານເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສາຄອນ ພົມມະລາດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນ ຂອງວັນກຳມະກອນສາກົນ ຊຶ່ງໃນທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກໍາມະກອນໄດ້ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ການອອກແຮງງານທີ່ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ, ນາຍທຶນເພີ່ມທະວີບັງຄັບຂົ່ມເຫັງໃຫ້ກໍາມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນ, ເຮັດວຽກ 14-15 ຊົ່ວໂມງຕໍ່ມື້, ອອກແຮງງານໜັກ ແຕ່ຄ່າແຮງງານຕໍ່າ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ເອົາໃຈໃສ່ທາງດ້ານສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງນັບມື້ນັບຮຸ່ນແຮງ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານຈຶ່ງໄດ້ລຸກຮືຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນທວງໃຫ້ນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ, ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດໃນປະເທດອາເມຣິກາ ຢູ່ຕົວເມືອງຊີກາໂກ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກໍາມະກອນວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ. ຈາກເຫດການຂອງວັນທີ 1 ພຶດສະພາ 1886 ໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກໍາມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມລິກາ ເປັນກໍາລັງໃຈໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນໃນທົ່ວໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນໃຫຍ່ຫຼວງຂອງຊົນຊັ້ນກໍາມະກອນໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ.

ທ່ານ ສາຄອນ ພົມມະລາດ ຍັງໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກໍາມະກອນ ແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝ ທັງຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນໃນການອອກແຮງງານ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ທີ່ກ້າວໜ້າສີວິໄລ, ສ້າງສາ ແລະ ພັດທະນາ ປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ.
ຂ່າວ-ພາບ: ບຸນອູ້ມ


