ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄອສພ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ທີ່ຖືກໄພພິບັດນໍ້າຖ້ວມ ແຂວງຫຼວງນໍ້າທາ

Sep 21, 2024

ວັນທີ 20 ກັນຍານີ້ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາ ທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມຄະນະ ໄດ້ນຳເອົາເງິນ ພ້ອມເຄື່ອງອຸປະໂພກ, ບໍລິໂພກ ທີ່ ໄດ້ຈາກການລະດົມຂອງບໍລິສັດ, ຫ້າງຮ້ານໄປມອບ ໃຫ້ແກ່ແຂວງຫຼວງນໍ້າທາເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ, ເງິນທີ່ນຳມາມອບຄັ້ງນີ້ເປັນເງິນ ສົດຈຳນວນ 300 ລ້ານກີບ ແລະ ເຄື່ອງອຸປະໂພກ, ບໍລິໂພກລວມມີມູນຄ່າ 53 ລ້ານ ກີບ
ໂດຍແມ່ນທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊິ້ນຳວຽກງານພັກ-ພະນັກງານເປັນຜູ້ກ່າວຮັບ ແລະ ໄດ້ກ່າວສະແດງຄວາມ ຂອບໃຈ ເປັນຢ່າງສູູງຕໍ່ຄະນະນຳຂອງຄະໂຄສະນາອົບຮົມສູນກາງພັກ ທີ່ໄດ້ເອົາໃຈໃສ່ໃນການລະດົມເງິນ ແລະ ເຄື່ອງ ຂອງຕ່າງໆຈາກບັນດາບໍລິສັດ, ຫ້າງຮ້ານເພື່ອມາຊ່ວຍເຫຼືອປະຊາ ຊົນທີ່ປະສົບໄພນໍ້າຖ້ວມຄັ້ງນີ້ເພື່ອ ເປັນການແບ່ງເບົາ ແລະ ເປັນຂວັນກຳລັງໃຈແກ່ປະຊາຊົນ ແລະ ຢືນຍັນວ່າຈະນຳເອົາການ ຊ່ວຍເຫຼືອ ຄັ້ງນີ້ໃຫ້ໄປຮອດໄປເຖິງມືປະຊາຊົນຢ່າງແນ່ນອນ.
ໂອກາດດັ່ງກ່າວ ທ່ານ ຄຳພັນ ເຜີຍຍະວົງ ພ້ອມຄະນະຍັງໄດ້ໄປເບິ່ງບັນດາບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ໄດ້ມອບເຄື່ອງອຸປະໂພກ, ບໍລິ ໂພກໃຫ້ກັບປະຊາຊົນທີ່ໄດ້ ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຕື່ມອີກ.
ສຳລັບຜົນເສຍຫາຍຈາກໄພນໍ້າຖ້ວມ, ເນື່ອງຈາກ ພາຍຸໄຕ້ຝຸ່ນຢາກິ ພັດຜ່ານເຂດແຂວງຫຼວງນໍ້າທາ ໄດ້ເຮັດໃຫ້ ປະຊາຊົນໄດ້ຮັບຜົນກະທົບຫຼາຍກວ່າ 40.​255 ຄົນ, ເຮືອນຖືກພັດໄຫຼນໍ້າຫຼາຍກວ່າ 115 ຫຼັງ, ປະຊາຊົນຂາດທີ່ຢູ່ອາໄສ, ສູນເສຍຊັບສິນ (ບໍ່ເຫຼືອຫຍັງ) ຫຼາຍກວ່າ 2.765 ຄົນ ແລະ ມີຄົນເສຍຊິວິດ 2 ຄົນ ແລະ ອື່ນໆ