ໃນວັນທີ 21 ກັນຍານີ້, ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ສືບຕໍ່ນໍາເອົາເງິນ ຈຳນວນ 300 ລ້ານກີບ ໄປມອບໃຫ້ແກ່ແຂວງອຸດົມໄຊ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ແຂວງອຸດົມໄຊ ໂດຍແມ່ນ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ເປັນຜູ້ກ່າວຮັບ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ, ຄະນະນຳ ຄອສພ ທີ່ໄດ້ນຳເອົາເງິນມາຊ່ວຍເຫຼືອປະຊາຊົນທີ່ປະສົບໄພພິນໍ້າຖ້ວມຄັ້ງນີ້ ຊຶ່ງໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ເງິນທີ່ໄດ້ຮັບຄັ້ງນີ້ແມ່ນຈະໄດ້ນຳໄປຊ່ວຍ ເຫຼືອເຖິງມືປະຊາຊົນຢ່າງແທ້ຈິງ.
ແຂວງອຸດົມໄຊ ໄດ້ຮັບຄວາມເສຍຫາຍຍ້ອນໄພນໍ້າຖ້ວມຈາກພາຍຸໄຕ້ຝຸ່ນຢາກິພັດຜ່ານເຂດແຂວງພາກເໜືອຂອງລາວ ເວົ້າສະເພາະ ແຂວງອຸດົມໄຊ, ໄດ້ສ້າງຜົນກະທົບ ແລະ ຄວາມເສຍ ຫາຍໃຫ້ 7 ເມືອງ, ມີ 66 ບ້ານ, ໃນນີ້ກະທົບ ແລະ ສ້າງຄວາມເສຍ ຫາຍດ້ານທີ່ຢູ່ອາໄສຂອງພໍ່ແມ່ປະຊາຊົນ ມີ 5 ເມືອງຄື: ເມືອງຮຸນ, ເມືອງປາກແບງ, ເມືອງງາ, ເມືອງນາໝໍ້ ແລະ ເມືອງໄຊ ມີຜົນກະ ທົບ ແລະ ເສຍຫາຍທັງໝົດ 23 ບ້ານ (ປັດຈຸບັນທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງກໍາລັງປະສານເກັບກໍາຂໍ້ມູນ).
(ຂ່າວ-ພາບ: ສຳນານ)



