ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມ ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ຂຶ້ນໃນວັນທີ 8 ພຶດສະພານີ້ ທີ່ຫ້ອງປະຊຸມ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະ ການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະພັກ, ມີເລຂາ, ຮອງໜ່ວຍພັກຮາກຖານ, ເລຂາ, ຮອງໜ່ວຍພັກ ແລະ ສະມາຊິກ ພັກເຂົ້າຮ່ວມ.

ໃນພິທີ, ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຫົວໜ້າກົມຈັດຕັ້ງ ໄດ້ຜ່ານສະຫຼຸບການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ວ່າ: ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ມີ 2 ຄະນະພັກຮາກຖານ, ມີ 23 ໜ່ວຍພັກ ໃນນັ້ນ ມີ 11 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ. ມີສະມາຊິກພັກທັງໝົດ 544 ສະຫາຍ ຍິງ 210 ສະຫາຍ, ສະມາຊິກພັກສໍາຮອງ 28 ສະຫາຍ ຍິງ 13 ສະຫາຍ, ສະມາຊິກພັກບໍານານ 119 ສະຫາຍ ຍິງ 37 ສະຫາຍ, ໃນປີ 2025 ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ກວດກາຕີລາຄາໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ປະກອບມີ 23 ໜ່ວຍພັກ; ໜ່ວຍພັກແຂງ 13 ໜ່ວຍພັກ, ໜ່ວຍພັກກາງ 10 ໜ່ວຍ, ສະມາຊິກພັກຕີລາຄາແບ່ງປະເພດມີ 375 ສະຫາຍ ຍິງ 159 ສະຫາຍ, ປະເພດແຂງ 375 ສະຫາຍ, ຍິງ 159 ສະຫາຍ, ບໍ່ໄດ້ຈັດປະເພດ 169 ສະຫາຍ ຍິງ 51 ສະຫາຍ ເຫດຜົນໄປຮຽນຕໍ່, ເປັນສະມາຊິກພັກສໍາຮອງ, ພັກປິ່ນປົວ ແລະ ສະມາຊິກພັກບໍານານ, ຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ ໄດ້ປະຕິບັດຕາມພາລະບົດບາດ ແລະ ແບ່ງວຽກຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍຮັບ ຜິດຊອບ. ໄດ້ມີການຊີ້ນໍາ-ນໍາພາໃຫ້ແຕ່ລະໜ່ວຍພັກຖືເອົາການຮ່ວມຊີວິດພັກ, ເປັນການກວດກາການນໍາ ພາຂອງໜ່ວຍພັກ, ການເຄື່ອນໄຫວຂອງສະມາຊິກພັກໃນການປະຕິບັດກົດລະບຽບຂອງພັກ ແລະ ວຽກງານທີ່ຕົນເອງຮັບຜິດຊອບ, ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ປະກອບມີ 14 ກົມ ແລະ ທຽບເທົ່າກົມຂຶ້ນກັບ; ມີພະນັກງານ-ລັດຖະກອນ 599 ທ່ານ ຍິງ 259 ທ່ານ. ສຳລັບປີ 2025 ໄດ້ເຫັນດີຮັບຮອງເອົາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 13 ໜ່ວຍພັກ ຄື: ໜ່ວຍພັກຫ້ອງການ, ກົມຈັດຕັ້ງ-ພະນັກງານ, ກົມກວດກາ, ກົມໂຄສະນາ, ວາລະສານອາລຸນໃໝ່, ສຳນັກຂ່າວສານປະເທດລາວ, ຫ້ອງການສະພາທິດສະດີສູນກາງພັກ, ໜັງສືພິມພາສາຕ່າງປະເທດ, ເຄື່ອງສົ່ງວິທະຍຸກະຈາຍສຽງແຫ່ງຊາດລາວ, ໜ່ວຍພັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ, ໜ່ວຍພັກບໍລິຫານ ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໜ່ວຍພັກ ເຕັກນິກ ວິທະຍຸກະຈາຍສຽງແຫ່ງຊາດລາວ.

ໃນໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ໃຫ້ກຽດໂອ້ລົມ ຊຶ່ງໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ບັນດາເລຂາ ແລະ ຄະນະໜ່ວຍພັກຮາກຖານ ແລະ ບັນດາໜ່ວຍພັກ ທີ່ໄດ້ເອົາໃສ່ໃນການ ຊີ້ນຳ-ນຳພາໜ່ວຍພັກຂອງຕົນໃນການປະຕິບັດກົດລະບຽບຂອງພັກ ແລະ ວຽກງານທີ່ຕົນເອງຮັບຜິດຊອບ ທີ່ມີຜົນສຳເລັດ ແລະ ໄດ້ຖືກຮັບເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ໄດ້ເນັ້ນໃຫ້ສືບຕໍ່ຜັນຂະຫຍາຍມູນເຊື້ອໃນຕໍ່ໜ້າ ໃນການຊີ້ນຳ-ນຳພາວຽກງານໃຫ້ມີຄຸນນະພາບ, ມີປະສິດທິຜົນ ໂດຍສະເພາະເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ ແລະ ພະນັກ ງານໃຫ້ມີຄວາມຄວາມໜັກແໜ້ນ ແລະ ມີອຸດົມການຂອງພັກ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ຕົນຮັບຜິດຊອບໃຫ້ມີຜົນສຳເລັດເປັນກ້າວໆ, ໃນນັ້ນ ບັນດາ ໜ່ວຍພັກທີ່ບໍ່ໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງສູ້ຊົນເຮັດແນວໃດໃຫ້ໄດ້ໃນຊຸມປີຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ຍັງໄດ້ປະກາດການຈັດຕັ້ງໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງຮອງຫົວໜ້າກົມ. ໃນນັ້ນ, ຍັງໄດ້ຈັດກອງປະຊຸມ ທາບທາມ ບຸກຄະລາກອນຄັດເລືອກເອົາ ເປົ້າໝາຍສະໝັກເຂົ້າເປັນຄະນະບໍລິຫານງານສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI (ຮອບທີ I).
ຂ່າວ-ພາບ:ສຳນານ


