ໃນວັນທີ 21 ມັງກອນ 2025, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນການພັກ (ຄອສພ) ພ້ອມຄະນະ ໄດ້ເຂົ້າພົບປະ ແລະ ອວຍພອນ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ (ເຕັດ) ສສ ຫວຽດນາມ ປະຈຳປີ 2025.
ໃນໂອກາດດັ່ງກ່າວ, ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ກ່າວວ່າ: ເນື່ອງໃນໂອກາດບຸນປີໃໝ່ ປະຈໍາຊາດ ແຫ່ງ ສສ ຫວຽດນາມ ປີ 2025 ນີ້, ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ຄອສພ ຂໍອວຍພອນໄຊອັນປະເສີດ ໃຫ້ແກ່ທ່ານທູດຫວຽດນາມປະຈຳລາວ ພ້ອມດ້ວຍພະນັກງານສະຖານທູດຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີຄວາມຜາສຸຸກ ແລະ ມີຜົນສຳເລັດໃນໜ້າທີ່ການງານທຸກປະການ.
ພ້ອມກັນນີ້, ທ່ານທູດ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ລາວປາວຊົ່ງ ນະວົງໄຊ ພ້ອມຄະນະ ທີ່ໄດ້ມາອອຍພອນສະຖານທູດຫວຽດນາມ ປະຈຳລາວ ແລະ ທ່ານທູດຍັງໄດ້ຍົກໃຫ້ເຫັນເຖິິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ – ລາວອ້າຍນ້ອງ ຊຶ່ງຍາມໃດ ສອງປະເທດ ກໍໄດ້ມີການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໂດຍສະເພາະການພົວພັນຮ່ວມມືລະຫວ່າງ ຄະນະໂຄສະນາສຶກສາສູນກາງພັກ ແຫ່ງ ສສ ຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ. ໃນໄລຍະຜ່ານມາ ສອງຝ່າຍ ໄດ້ມີການແລກປ່ຽນຄະນະຜູ້ແທນຢ້ຽມຢາມ ຊຶ່ງກັນ ແລະ ກັນເປັນປະຈໍາ ແລະ ຮ່ວມມືກັນຢ່າງສະໜິດແໝ້ນ ໂດຍສະເພາະໄດ້ເຜີຍແຜ່ໂຄສະນາວຽກງານການຮ່ວມມືຂອງສອງປະເທດ ເພື່ອໃຫ້ຄົນຮຸ້ນໜຸ່ມຮັບຮູ້ເຖິງມູນເຊື້ອການຮ່ວມມືຂອງສອງປະທດຫຼາຍຂຶ້ນ ແລະ ໃນຕໍ່ໜ້າໃຫ້ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັນນັບມື້ເຕີບໃຫຍ່ຂະຫຍາຍຕົວ. ຂ້າພະເຈົ້າ ພ້ອມທີ່ຈະເປັນຂົວຕໍ່ໃນການປະສານງານໃນການຮ່ວມມືທີ່ດີ ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ – ລາວ ໃຫ້ນັບມື້ແຕກດອກກອອກຜົນຍິ່ງໆຂຶ້ນ.
ຂ່າວ-ພາບ: ສຳນານ




