ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກ ສະໄໝທີ XII

Nov 3, 2026

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ.

May be an image of one or more people and text

ໃນພິທີ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຄື: ຮ່າງມະຕິວ່າດ້ວຍການສ້າງທ່າສະໜາມ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທູກຍາກ, ຮ່າງມະຕິວ່າດ້ວຍການຊຸກຍູ້, ສົ່ງເສີມ ແລະ ພັດທະນາບັນດາພາກສ່ວນເສດຖະ ກິດຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນ ມະນຸດທີ່ມີຄຸນນະພາບຕອບສະໜອງການພັດທະນາໃນເງື່ອນໄຂໃໝ່. ໃນນັ້ນ, ກອງປະຊຸມໄດ້ໃຫ້ທິດຊີ້ນຳ ເພື່ອສືບຕໍ່ຍູ້ແຮງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍຄືການແກ້ໄຂບັນຫາຕົວຈິງ ໃນທ້າຍປີ 2026, ກອງປະຊຸມ ໄດ້ມອບໝາຍໃຫ້ບັນດາສະຫາຍກໍາມະການສູນກາງພັກ ເອົາໃຈໃສ່ສໍາຫຼວດ, ຕິດຕາມ, ຕີລາຄາການເຊື່ອມຊຶມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິ XII ຂອງພັກ ໃນຂອບເຂດຄວາມຮັບຜິດຊອບ ເພື່ອຍູ້ແຮງຂະບວນການຕົວຈິງໃຫ້ພົ້ນເດັ່ນຂຶ້ນ ດ້ວຍການຊີ້ນໍາ-ບັນຊາ ແລະ ກວດກາຢ່າງແທດເຖິງ, ເພີ່ມທະວີຄວາມຫ້າວຫັນບຸກບືນ, ຍົກສູງຄວາມຮັບຜິດຊອບການເມືອງ, ການເຮັດແທ້ທຳຈິງໃຫ້ສູງຂຶ້ນກວ່າເກົ່າບົນຈິດໃຈບຸກທະລຸ, ແກ້ໄຂອຸປະສັກສິ່ງກີດຂວາງ, ອັດຕັນ, ກົດ ໜ່ວງຕ່າງໆກ່ຽວກັບການບໍລິການ, ການຄຸ້ມຄອງ-ບໍລິຫານລັດ ຢູ່ແຕ່ລະຂະແໜງການ, ແຕ່ລະຂັ້ນ ໃຫ້ມີການຫັນປ່ຽນດີຂຶ້ນ, ວ່ອງໄວຂຶ້ນ ແລະ ມີປະສິດທິຜົນສູງຂຶ້ນ, ເດັດດ່ຽວແກ້ໄຂການເວົ້າແບບລວມໆ, ເວົ້າແລ້ວບໍ່ພາກັນເຮັດໃຫ້ຕົກໄປ. ພ້ອມກັນນັ້ນ ກໍເອົາໃຈໃສ່ນໍາພາຊີ້ນໍາການຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ມີຜົນສໍາເລັດເປັນຮູບປະທຳ.

May be an image of dais and text

ໃນການຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມສຳຄັນຄັ້ງນີ້ ແມ່ນແນໃສ່ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ໃຫ້ແກ່ບັນດາສະມາຊິກພັກ ແລະ ພະນັກງານທົ່ວ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຊື່ອມຊຶມມະຕິຂອງກອງປະຊຸມດັ່ງກ່າວແລ້ວນຳເອົາໄປຈັດຕັ້ງ, ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີຜົນສຳເລັດ ແລະ ບັນລຸໝາກຜົນຕົວຈິງຕາມລະດັບຄາດໝາຍທີ່ວາງໄວ້.
ໃນໂອກາດດັ່ງກ່າວຍັງໄດ້ປະກາດການຈັດຕັ້ງ, ໂດຍ ສະຫາຍ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນອ່ານມະຕິຕົກລົງຂອງຄະນະເລຂາທິການສູນ ກາງພັກວ່າດ້ວຍການແຕ່ງຕັ້ງ ສະຫາຍ ຄຳກອງ ທຳມະເທວາ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ.
ຂ່າວ-ພາບ: ສຳນານ