ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄອສພ ເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງພັກ ສະໄໝທີ XII ແລະ ເອກະສານສໍາຄັນຕ່າງໆ

Sep 9, 2026

​ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ບັນດາເອກະສານສໍາຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍານີ້ ທີ່ສະໂມສອນຂອງ ຄອສພ, ໂດຍການເປັນປະທານ ຂອງສະຫາຍ ຄຳພັນ ເຜີຍຍະວົງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມ ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງ ແລະ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.


​ ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຍົກສູງຄຸນນະ ພາບ ແລະ ປະສິດທິພາບຂອງວຽກງານໂຄສະນາອົບຮົມໃນໄລຍະໃໝ່. ໃນວາລະກອງປະຊຸມ ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ນໍາສະເໜີ ແລະ ເຊື່ອມຊຶມເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ຕົກລົງເຫັນດີກຳນົດຄຳຂວັນສູ້ຊົນ: “ເພີ່ມທະວີບົດບາດການນຳພາຂອງອົງຄະນະພັກ, ຍົກສູງຈັດຕັ້ງປະຕິບັດ, ຕັ້ງໜ້າປັບປຸງວຽກງານໂຄສະນາອົບຮົມກ້າວສູ່ປັດໄຈໃໝ່ຢ່າງແຂງແຮງ”. ໂອກາດນີ້, ໄດ້ຍົກໃຫ້ເຫັນໂຄງສ້າງກອງປະຊຸມ ແລະ ເນື້ອໃນສຳຄັນ 3 ພາກຕົ້ນຕໍ ຄື: ການຕີລາຄາຜົນສຳເລັດ: ສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ໃນ 5 ປີຜ່ານມາ, ຊຶ່ງສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຫັດ, ການຍົກສູງຄວາມຮູ້ຄວາມສາມາດຂອງພະນັກງານ-ຮັກສາການ, ການເພີ່ມທະວີວຽກງານກໍ່ສ້າງພັກ ແລະ ການຂະຫຍາຍການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ເຊັ່ນ: ຫວຽດນາມ, ຈີນ ແລະ ກູບາ, ທິດທາງ ແລະ ວຽກງານຈຸດສຸມ: ການກຳນົດທິດທາງທົ່ວໄປ ແລະ ຄາດໝາຍສູ້ຊົນ 5 ປີ ເພື່ອຊຸກຍູ້ວຽກງານໂຄສະນາອົບຮົມໃຫ້ທັນສະໄໝ ແລະ ຮັບປະກັນຄວາມຖືກຕ້ອງຕາມແນວທາງຂອງພັກ, ແຜນພັດທະນາ 5 ປີ (2026-2030): ແຜນຍຸດທະສາດການພັດທະນາວຽກງານໂຄສະນາອົບຮົມໃຫ້ມີປະສິດທິຜົນສູງສຸດ. ກອງປະຊຸມໄດ້ເນັ້ນໜັກວ່າ ຜົນສຳເລັດທັງໝົດທີ່ຍາດມາໄດ້ນັ້ນ ລ້ວນແຕ່ເກີດຈາກການນຳພາ-ຊີ້ນຳຢ່າງໃກ້ຊິດຂອງສູນກາງພັກ, ຄວາມສາມັກຄີເປັນເອກະພາບພາຍໃນ, ຄວາມເປັນເຈົ້າການຂອງພະນັກງານທຸກຂັ້ນ, ພ້ອມທັງການປະສານງານ ແລະ ສະໜັບສະໜູນຢ່າງແໜ້ນແຟ້ນຈາກບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.


ຈາກນັ້ນ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າ ຄອສພ ກໍໄດ້ເຜີຍແຜ່ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ສະຫາຍ ສາຄອນ ພົມມະລາດ ກໍາມະການປະຈໍາພັກ ຮອງຫົວໜ້າ ຄອສພ ກໍເຜີຍແຜ່ແຜນພັດທະນາວຽກງານ ຄອສພ. ນອກນັ້ນ ໃນກອງປະຊຸມ ຍັງໄດ້ມີການປະກາດກົງຈັກການຈັດຕັ້ງຕື່ມອີກ.
ຂ່າວ: ແສງຈັນ