ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມະການຄຸ້ມຄອງການລົງທຶນຂັ້ນເມືອງ ລົງກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍ ໄຟຟ້າເຍືອງທາງລະບົບໄຟຟ້າຖາວອນ 4 ບ້ານ ຂອງເມືອງຫົງສາ

May 22, 2025

ໃນວັນທີ 20 ພຶດສະພາ 2025ນີ້, ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງໄດ້ລົງກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າເຍືອງທາງລະບົບໄຟຟ້າຖາວອນ 4 ບ້ານຂອງເມືອງຫົງສາ ຄື: ບ້ານຫ້ວຍຈ້ວງ ຕິດຕັ້ງຈຳນວນ 30 ຊຸດ, ບ້ານພູແລ້ງກາງ ຕິດຕັ້ງ ຈຳນວນ 10 ຊຸດ, ບ້ານ ແທ່ນຄຳ ຈຳນວນ 20 ຊຸດ ແລະ ບ້ານ ສີບຸນເຮືອງ ຈຳນວນ 40 ຊຸດ ລວມທັງໝົດ ຈຳນວນ 100 ຊຸດ, ເຊິ່ງໂຄງການດັ່ງກ່າວນີ້ໄດ້ຈັດຕັ້ງປະຕິບັດໃນເດືອນເມສາ 2025 ມາຮອດປັດຈຸບັນສຳເລັດແລ້ວ 100%, ໂດຍນໍາໃຊ້ງົບປະມານພັດທະນາປະຈໍາປີຈາກບໍລິສັດໄຟຟ້າຫົງສາຈໍາກັດ ປະຈໍາປີ 2025, ມີມູນຄ່າທັງໝົດ 176 ລ້ານກວ່າກີບ, ໂດຍແມ່ນບໍລິສັດ ທິດແພງກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຈຳກັດ, ພາຍຫຼັງໂຄງການດັ່ງກ່າວນີ້ສຳເລັດ ແມ່ນໄດ້ເຮັດໃຫ້ປະຊາຊົນພາຍໃນບ້ານມີຄວາມສະດວກດີຂຶ້ນກວ່າເກົ່າ.
ຂ່າວ-ພາບ: ຖວທ ຫົງສາ