ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມະການນັກຮົບເກົ່າແຂວງຢູນນານ ຢ້ຽມຢາມ ແຂວງຜົ້ງສາລີ

Mar 24, 2025

ວັນທີ 24 ມີນາ 2025 ທີ່ສຳນັກງານປົກຄອງແຂວງຜົ້ງສາລີ, ທ່ານ ພັທ ຄຳດາ ໂສລະພົມ ປະທານສະຫະພັນນັກຮົບເກົ່າ ແຂວງຜົ້ງສາລີ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມຂອງທ່ານຊູໂລ້ຜີ້ງ ຫົວໜ້າຄະນະກຳມະການນັກຮົບເກົ່າແຂວງຢູນນານສປຈີນພ້ອມຄະນະ.
ໃນການພົບປະ,ປະທານສະຫະພັນນັກຮົບເກົ່າທັງສອງຝ່າຍໄດ້ມີຄຳເຫັນແລກ ປ່ຽນຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງຄະນະກຳມະການນັກຮົບເກົ່າ(ໜ່ວຍທະຫານຊ່າງແຊງ 8338) ແຂວງຢູນນານ ແຫ່ງ ສປ ຈີນ, ເພື່ອເປັນການຊຸກຍູ້ຂົງເຂດວຽກງານຂອງສະຫະພັນນັກຮົບເກົ່າໃຫ້ມີການຮ່ວມມືແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ ນັບມື້ກ້ວາງຂວາງຂຶ້ນ,ເປັນການເສີມ ຂະຫຍາຍມູນເຊື້ອ ແລະ ເພີ່ມພູນຄູນສ້າງ ສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ສອງພັກ, ສອງລັດ ປະຊາ ຊົນສອງຊາດລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນລະຫວ່າງສອງສະຫະພັນນັກຮົບເກົ່າແຂວງຜົ້ງສາລີ ແລະ ຄະ ນະກຳມະການນັກຮົບເກົ່າແຂວງຢູນນານ ສປ ຈີນ ໃຫ້ນັບມື້ນັບເຂົ້າສູ່ລ່ວງເລິກ.
ໃນການພົບປະຍັງໄດ້ຈັດພິທີມອບໃບຍ້ອງຍໍ,ແລະການັກຮົບເກົ່າໃຫ້ນັກຮົບເກົ່າຈຳນວນ 8 ສະຫາຍຂອງແຂວງຢູນານສປຈີນ ຕື່ມອີກທີ່ມີຜົນງານໃນພາລະກິດປົກປັກຮັກສາແລະສ້າງສາປະເທດຊາດລາວໃນໄລຍະຜ່ານມາ, ຄືປີ 1974 ໜ່ວຍງານກໍ່ສ້າງເສັ້ນທາງ, ກອງຮ້ອຍ 301, ກອງກໍ່ສ້າງຊ່ວຍໜູນ 719 ຮ່ວມກັບ (ໜ່ວຍທະ ຫານຊ່າງແສງ 8338) ຂອງ ສປ ຈີນໄດ້ໃຫ້ການຊ່ວຍເຫຼືອຕໍ່ລາວ ປະກອບ ສ່ວນທາງດ້ານເຫື່ອແຮງ, ສະຕິປັນ ຍາກໍ່ສ້າງເສັ້ນທາງ ຊ່ວຍເຫຼືອລາວ ຈາກເສັ້ນທາງເດີມຜົ້ງສາລີ ຫາ ປ່າຄາ ຊຶ່ງມີຄວາມຍາວ 82 ກມ,ຈາກທຳມະຊາດ ຜ່ານພູຜາ ປ່າດົງ ສູງ ຊັນຫ້ວຍນ້ຳມາເປັນເສັ້ນທາງປູຢາງເສີມຕໍ່ ສປ ຈີນ, ເປັນເວລາ4ປີກວ່າ (ແຕ່ປີ 1970-1975) ແລະ ໄດ້ສໍາເລັດໂຄງການຈຶ່ງກັບຄືນປະເທດ.
ທີ່ມາ: ໂທລະພາບ ແຂວງຜົ້ງສາລີ